ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2022-08-16 08:58:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ:



ວັນທີ 12 ສິງຫາ 2022 ນີ້, ສະຫາຍ ພົນຕີ ຄໍາລຽງ ອຸ ທະໄກສອນ ກໍາມະການສູນກາງ ພັກ ຮອງລັດຖະມົນຕີກະຊວງ ປະເທດ, ຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ໄດ້ເຄື່ອນໄຫວ ພົບປະໂອ້ລົມພະນັກງານຫຼັກ ແຫຼ່ງ ຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ, ໂດຍມີ ສະ ຫາຍ ພັນເອກ ສີວິໄຊ ເພັງສັນ ຕິສຸກ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງ, ມີ ອົງການ 6 ຫ້ອງ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກ ຮົບເຂົ້າຮ່ວມ. ສະຫາຍ ພັກເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຫຼວງພະບາງ ໄດ້ຂຶ້ນຜ່ານບົດ ລາຍງານຫຍໍ້ກ່ຽວກັບການຈັດ ຕັ້ງປະຕິບັດໜ້າທີ່ວຽກງານໃນ ຜ່ານມາ, ໂດຍຍົກໃຫ້ເຫັນຜົນງານ ຫຼາຍດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ, ໂດຍລວມແລ້ວຂອບເຂດກົມກອງຮັບຜິດຊອບທົ່ວແຂວງ ແມ່ນມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ພະນັກງານ-ນັກຮົບມີຄວາມອຸ່ນ ອຽນທຸ່ນທ່ຽງ, ຫ້າວຫັນປະຕິ ບັດໜ້າທີ່ການເມືອງດ້ວຍຄວາມ ຮັບຜິດຊອບສູງ, ມີລະບຽບວິໄນ ເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານໄດ້ຮັບການພັດທະ ນາດີຂຶ້ນເປັນລໍາດັບ ໄປພ້ອມໆ ກັບ ການຈັດຕັ້ງຜັນຂະຫຍາຍແນວ ທາງການຕ່າງປະເທດ ຂອງພັກ. ໂອກາດນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກໍໄດ້ມີ ຄໍາເຫັນໂອ້ລົມພ້ອມໂດຍໄດ້ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ສືບ ຕໍ່ສຶກສາອົບຮົມການເມືອງ-ນໍາ ພາແນວຄິດໃຫ້ພະນັກງານ-ນັກ ຮົບ ໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາ ປະຕິວັດ, ມີຄວາມຈົງຮັກພັກດີ ຕໍ່ພັກ-ລັດ ແລະ ປະຊາຊົນບັນດາ ເຜົ່າ, ກໍາແໜ້ນລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດລະ ບຽບວິໄນຂອງກອງທັບ, ເອົາໃຈ ໃສ່ປັບປຸງລະບົບປະຈໍາການກຽມ ພ້ອມສູ້ຮົບ 3 ຂັ້ນໃຫ້ມີຄວາມເຂັ້ມ ງວດປົກກະຕິ, ເພີ່ມທະວີຄວາມ ຮັບຜິດຊອບໃນການປ້ອງກັນ ເວນຍາມແນວຫຼັງຍຸດທະສາດ ໂດຍສະເພາະແມ່ນປ້ອງກັນເສັ້ນ ທາງລົດ ໄຟລາວ-ຈີນ ໃຫ້ມີຄວາມ ສະຫງົບປອດໄພເປັນປົກກະຕິ, ເອົາໃຈໃສ່ສືບຕໍ່ຊີ້ນໍາປົກປັກຮັກ ສາ, ຄຸ້ມຄອງ ແລະ ບົວລະບັດ ຜັດເຊັດວັດຖຸເຄື່ອງຂອງ, ພາຫະ ນະ, ອາວຸດຍຸດໂທປະກອນໃຫ້ມີ ຄວາມຮັບປະກັນ ແລະ ສາມາດ ນໍາໃຊ້ໄດ້ຍາວນານ, ໄປພ້ອມກັບ ການອົບຮົມ-ຫັດແອບໃຫ້ຕໍ່ເນື່ອງ ປົກກະຕິ ແລະ ປັບປຸງແບບແຜນ ວິທີເຮັດວຽກໃຫ້ມີວິທະຍາສາດ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ໃນສັງ ຄົມ, ກົມກອງ ທີ່ອາດຈະເກີດຂຶ້ນ ຢ່າງໃກ້ຊິດ, ພ້ອມກັນນີ້, ຕ້ອງເອົາ ໃຈໃສ່ປັບປຸງກໍ່ສ້າງພັກຕິດພັນ ກັບການກໍ່ສ້າງພະນັກງານຮຸ່ນ ສືບທອດໃຫ້ມີຄຸນນະພາບ, ເພີ່ມ ທະວີການແກ້ໄຂຊີວິດການເປັນ ຢູ່ຕາມທິດເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົວເອງ, ປັບປຸງກໍ່ສ້າງກົມ ກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ຢ່າງບໍ່ຢຸດຢັ້ງ. ໂດຍອີງໃສ່ທາ ແຮງ ແລະ ເງື່ອນໄຂທີ່ກົມກອງ ຕັ້ງທັບ, ສືບຕໍ່ເພີ່ມທະວີການພົວ ພັນຮ່ວມມືກັບສາກົນໃຫ້ສອດ ຄອງກັບແນວທາງການຕ່າງປະ ເທດຂອງພັກ, ໂດຍສະເພາະ ແມ່ນກັບປະເທດເພື່ອນມິດຍຸດທະ ສາດ ສສ ຫວຽດນາມ ແລະ ສປ ຈີນ. ຂ່າວ: ບຸນເພັງ ວົງແກ້ວມະນີ ພາບ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ