ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມຄົບຄະນະຜູ້ຊີ້ນໍາການເຝິກຊ້ອມ ກອບກູ້ໄພພິບັດຮ່ວມ 03 ກອງທັບ
ເວລາອອກຂ່າວ: 2022-08-16 08:55:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ໃນວັນທີ 15 ສິງຫານີ້, ກະຊວງປ້ອງກັນປະເທດໄດ້ ຈັດ ກອງປະຊຸມຄົບຄະນະຜູ້ຊີ້ນຳ ວຽກງານການເຝິກຊ້ອມກອບກູ້ໄພພິບັດຮ່ວມ 03 ກອງທັບ. ລາວ, ຫວຽດນາມ ແລະ ກຳປູ ເຈຍ ປະຈໍາປີ 2022. ໂດຍການ ເປັນປະທານຂອງ ສະຫາຍ ພົນ ຕີ ຈັນທອງ ສອນຕະອາດ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ປະທານຄະນະກໍາມະການ ຄຸ້ມຄອງໄພພິບັດກະຊວງປ້ອງ ກັນປະເທດ, ມີບັນດາຄະນະຊີ້ນໍາ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ປາດຖະນາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງເສນາເຝິກຊ້ອມ ໄດ້ ລາຍງານຄວາມຄືບໜ້າ, ການ ກະກຽມຄວາມພ້ອມດ້ານຕ່າງໆຂອງການເຝິກຊ້ອມໃນຄັ້ງນີ້ປະ ກອບມີ 3 ພາກໃຫຍ່ຄື: ຊອກຄົ້ນກອບກູ້ຜູ້ປະສົບໄພທາງນໍ້າມີຂັ້ນຕອນຄື: ຊອກຄົ້ນ-ກອບກູ້ຜູ້ປະ ສົບໄພທີຈົມຢູ່ໃຕ້ນໍ້າດ້ວຍໜ່ວຍ ຕ້ານ, ກອບກູ້ ແລະ ຍົກຍ້າຍເອົາ ຜູ້ທີ່ຕົກຄ້າງຢູ່ບ້ານເຮືອນ ແລະ ເກາະ, ດອນ, ກອບກູ້ເອົາຜູ້ທີ່ຕົກ ຄ້າງຢູ່ຕາມຈຸດຕ່າງໆທີ່ເຮືອເຂົ້າ ເຖິງດ້ວຍເຮືອບິນ, ກອບກູ້ຊອກ ຄົ້ນຜູ້ປະສົບໄພທາງອາກາດມີ ຂັ້ນຕອນຄື: ນໍາສົ່ງໜ່ວຍຊອກ ຄົ້ນດ້ວຍເຮືອບິນເຂົ້າໄປເຂດທຸລະ ກັນດານທີ່ບໍ່ອາດເຂົ້າໄປດ້ວຍ ທາງບົກ ແລະ ທາງນໍ້າ, ນໍາສົ່ງຄົນ ເຈັບໜັກດ້ວຍຍົນໄປໂຮງໝໍແນວ ຫຼັງ,ໜ່ວຍແພດສຸກເສີນປະຖົມ ພະຍາບານຜູ້ບາດເຈັບຢູ່ທ່າເຮືອ ແລະ ຈັດສົ່ງໄປໂຮງໝໍພາກສະ ໜາມ. ຊອກຄົ້ນ ແລະ ກອບກູ້ຜູ້ ປະສົບໄພທາງບົກມີຂັ້ນຕອນຄື: ຊອກຄົ້ນຜູ້ປະສົບໄພຂີ້ຕົມທັບຖົມ ເຄື່ອນທັບດ້ວຍໜ່ວຍກູ້ໄພ, ຊອກ ຄົ້ນກອບກູ້ຜູ້ປະສົບໄພໜ່ວຍ ແພດສຸກເສີນປະຖົມພະຍາບານ ຜູ້ບາດເຈັບ ແລະ ຈັດສົ່ງໄປໂຮງ ໝໍພາກສະໜາມດ້ວຍລົດ, ນໍາໃຊ້ ໜ່ວຍກອບກູ້ເຂົ້າຊ່ວຍເຫຼືອຜູ້ຖືກສານພິດ, ນໍາໃຊ້ໜ່ວຍເຄມີເຂົ້າ ໄປກວດກາໃນເຂດທີ່ສົງໃສວ່າມີ ສານເຄມີຮົ້ວໄຫຼ, ນໍາໃຊ້ຜູ້ວິເຄາະ ເຄມີວິເຄາະຊອກຫາຊະນິດເຄມີເພື່ອຫາວິທີແກ້ໄຂໃຫ້ທັນເວລາ, ນໍາໃຊ້ໜ່ວຍລົບລ້າງປະຕິບັດລົບ ລ້າງຜູ້ຖືກສານເຄມີ ແລະ ມອບ ສົ່ງໃຫ້ໜ່ວຍແພດປິ່ນປົວ ແລະ ຍົກໃຫ້ເຫັນວຽກງານຮັບປະກັນ ຄວາມປອດໄພ, ການຈັດສັນສະ ຖານທີ່ບ່ອນເຝິກຊ້ອມ, ການອະນາໄມປັບປຸງສະຖານທີ່ບ່ອນພັກເຊົາ, ບ່ອນກິນຢູ່, ໃຫ້ແທດເໝາະ ກັບເງື່ອນໄຂຕົວຈິງຂອງສະໜາມ ເຝິກແອບເຊິ່ງຈະກໍານົດໃຫ້ເປັນ ສະຖານທີ່ພັກເຊົາຂອງກຳລັງ ແຕ່ລະປະເທດ, ມາຮອດປັດຈຸບັນ ເຫັນວ່າໜ້າວຽກດ້ານຕ່າງໆ ແມ່ນມີຄວາມພ້ອມແລ້ວໃນບັ້ນ ການເຝິກຊ້ອມກອບກູ້ໄພພິບັດ ຮ່ວມ 03 ກອງທັບ. ລາວ, ຫວຽດ ນາມ ແລະ ກຳປູເຈຍ ປະຈໍາປີ 2022. ສະຫາຍຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຍັງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກຫຼາຍບັນຫາສໍາຄັນ ໃຫ້ຄະນະຮັບຜິດຊອບເພື່ອເຮັດ ໃຫ້ການເຝິກຊ້ອມໃນຄັ້ງນີ້ປະສົບ ຜົນສໍາເລັດ, ເພາະວ່າການເຝິກ ຊ້ອມກອບກູ້ໄພພິບັດລະຫວ່າງ 3 ກອງທັບລາວ, ຫວຽດນາມ ແລະ ກໍາປູເຈຍ ນີ້ຖືໄດ້ວ່າເປັນຄັ້ງ ປະຫວັດສາດໃນການພົວພັນ ຮ່ວມມືຂອງກອງທັບທັງ 3 ປະ ເທດ, ສະນັ້ນກອງທັບປະຊາຊົນ ລາວ ໃນນາມເຈົ້າພາບຈົ່ງເປັນ ເຈົ້າການ ແລະ ກຽມຄວາມພ້ອມ ຢ່າງຮອບດ້ານແນໃສ່ເຮັດໃຫ້ ການເຝິກຊ້ອມກອບກູ້ໄພພິບັດ ໃນຄັ້ງນີ້ປະສົບຜົນສໍາເລັດ ແລະ ມີຄວາມປອດໄພຢ່າງຈົບງາມ. ໂດຍ: ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ