ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດຊຸດອົບຮົມວຽກງານປ້ອງກັນພາຍໃນທົ່ວ ກມທ ຊຸດທີ II
ເວລາອອກຂ່າວ: 2022-08-16 08:50:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 187 | ຄວາມນິຍົມ:



ກົມໃຫຍ່ການເມືອງກອງ ທັບ ເປີດຊຸດອົບຮົມວຽກງານ ປ້ອງກັນພາຍໃນຊຸດທີ II ໃນວັນ ທີ 15 ສິງຫາ 2022 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງດຳ ພົງສະ ຫວັດ ຫົວໜ້າກົມປ້ອງກັນພາຍ ໃນ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ຜູ້ ຊີ້ນຳວຽກງານປ້ອງກັນພາຍໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ທອງ ດຳ ພົງສະຫວັດ ໄດ້ມີຄໍາເຫັນ ກ່າວເປີດກອງປະຊຸມບາງຕອນ ວ່າ: ການເປີດຊຸດອົບຮົມໃນຄັ້ງນີ້, ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງ ແລະ ການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການດຳ ເນີນວຽກງານປ້ອງກັນພາຍໃນ ແລະ ປັບປຸງວຽກງານປ້ອງກັນ ພາຍໃນຢູ່ກົມກອງຮາກຖານ ໃຫ້ ໜັກແໜ້ນເຂັ້ມແຂງ ພ້ອມກັນ ເຮັດສຳເລັດໜ້າທີ່ວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ດ້ວຍໝາກ ຜົນສູງ ພ້ອມທັງຮຽກຮ້ອງໃຫ້ນັກ ເຝິກອົບຮົມແຕ່ລະສະຫາຍຍົກ ສູງຄວາມຮັບຜິດຊອບຂອງຕົນ ເຂົ້າ ໃນບັ້ນອົບຮົມດັ່ງກ່າວໃຫ້ສຳ ເລັດຕາມແຜນການທີ່ວາງໄວ້ ແລະ ພ້ອມກັນປະຕິບັດໂມງເວລາ, ການນຸ່ງຖື, ຂໍ້ກຳນົດ-ກົດລະບຽບ ຕ່າງໆ ທີ່ຄະນະຮັບຜິດຊອບວາງອອກຢ່າງເຂັ້ມງວດ ໄປພ້ອມກັນ ນັ້ນຕ້ອງເອົາໃຈໃສ່ຕິດຕາມກຳ ແໜ້ນເນື້ອໃນເອກະສານດັ່ງກ່າວ ໃຫ້ເລິກເຊິ່ງ ເພື່ອພ້ອມກັນນຳໄປ ຈັດຕັ້ງປະຕິບັດຢູ່ພາຍໃນກົມກອງ ຂອງຕົນໃຫ້ມີຮູບປະທຳຕົວຈິງ ສຳລັບເນື້ອໃນທີ່ນຳມາເຝິກອົບ ຮົມໃນຄັ້ງນີ້ປະກອບມີ: ຂໍ້ກຳນົດ ຂອງກະຊວງປ້ອງກັນປະເທດ ວ່າ ດ້ວຍການຕີລາຄາແບ່ງຄຸນນະ ພາບການເມືອງພາຍໃນຕໍ່ນາຍ ແລະ ພົນທະຫານໃນກອງທັບປະ ຊາຊົນລາວ, ຄຳສັ່ງແນະນຳຂອງ ກົມໃຫຍ່ການເມືອງກອງທັບກ່ຽວ ກັບການຈັດຕັ້ງປະຕິບັດ ໄດ້ຄໍາ ແນະນໍາຂອງ ກົມປ້ອງກັນພາຍ ໃນກອງທັບ ວ່າດ້ວຍການຕີລາ ຄາແບ່ງຄຸນນະພາບການເມືອງ ພາຍໃນ, ຂໍ້ກໍານົດຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍມາດ ຖານກອງສມາປອດ ປອດໃສ ປອດໄພ ປອດຄະດີ ໃນກອງ ທັບ, ຄໍາສັ່ງແນະນຳຂອງ ກົມ ໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ກຳນົດ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍມາດຖານກອງປອດໃສ ປອດໄພ ປອດຄະດີ ໃນກອງທັບ, ຄຳແນະນຳຂອງກົມປ້ອງກັນພາຍ ໃນກອງທັບ ກ່ຽວກັບການກໍ່ສ້າງ ຄັດເລືອກກອງປອດໃສ ປອດ ໄພ ປອດຄະດີ, ຄວາມຮູ້ທົ່ວໄປ ກ່ຽວກັບຂັ້ນຕອນການສືບສວນ ສອບສວນ, ຄຳສັ່ງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍການ ເພີ່ມທະວີວຽກງານປ້ອງກັນ ພາຍໃນ-ໃນສະພາບການໃໝ່, ໜ້າທີ່-ຄວາມຮັບຜິດຊອບຂອງ ຄະນະພັກ-ຄະນະບັນຊາຕໍ່ວຽກ ງານປ້ອງກັນຄວາມສະຫງົບ ພາຍໃນກອງທັບ, ຂໍ້ກໍານົດຂອງ ກະຊວງປ້ອງກັນປະເທດ ວ່າ ດ້ວຍວຽກງານປ້ອງກັນຄວາມ ສະຫງົບ ພາຍໃນກອງທັບ, ໜ້າ ທີ່ຂອງນັກຮົບປ້ອງກັນຂັ້ນໝູ່ ໃນ ກອງທັບ, ຂໍ້ກຳນົດຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍການ ຄັດເລືອກ ແລະ ນຳໃຊ້ບຸກຄະລາ ກອນເຂົ້າຮັບໃຊ້ ໃນກອງທັບ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍການແຕ່ງຕັ້ງ ຜູ້ຮັບຜິດຊອບວຽກງານປ້ອງກັນ ພາຍໃນຢູ່ກອງພັນນ້ອຍ, ກອງ ຮ້ອຍເອກະລາດ ໃນທົ່ວກອງທັບ ປະຊາຊົນລາວ ທັງນີ້ກໍເພື່ອສ້າງ ພະນັກງານວິຊາການດ້ານຈຳ ນວນ ແລະ ຄຸນນະພາບ ໃຫ້ພຽງ ພໍກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການໃນໄລຍະໃໝ່ ທັງເປັນການຍົກລະດັບຄວາມ ຮູ້ຄວາມສາມາດດ້ານວິຊາສະ ເພາະປະກອບສ່ວນເຂົ້າໃນວຽກ ງານປ້ອງກັນພາຍໃນ, ປ້ອງກັນ ພັກ, ປ້ອງກັນພະນັກງານ-ນັກ ຮົບ, ປ້ອງກັນກົມກອງ ແລະ ປ້ອງ ກັນກອງທັບ ໃຫ້ມີຄວາມສະ ຫງົບປອດໄພໂດຍພື້ນຖານ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ