ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະເຫຼີມສະຫຼອງວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ
ເວລາອອກຂ່າວ: 2022-08-15 08:56:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ວັນທີ 12 ສິງຫາ 2022, ກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ ສະເຫຼີມສະຫຼອງວັນສື່ມວນຊົນ ແຫ່ງຊາດ ແລະ ການພິມຈໍາໜ່າຍ ຄົບຮອບ 72 ປີ (13 ສິງຫາ 1950-13 ສິງຫາ 2022) ຢູ່ທີ່ ຫໍວັດທະນະທຳແຫ່ງຊາດ, ພາຍ ໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງ ຖວທ, ມີ ທ່ານ ສະຫວັນຄອນ ຣາຊະມຸນຕຼີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ມີບັນດາຄະນະອໍາ ນວຍການ, ບັນນາທິການສື່ຫຼັກ ຂອງລັດ, ອະດີດການນໍາສື່ມວນ ຊົນ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ກ່າວ ເຖິງປະຫວັດຄວາມເປັນ ມາມູນເຊື້ອແຫ່ງນໍ້າໃຈເສຍສະ ຫຼະ ແລະ ຜົນງານການເຄື່ອນໄຫວ ວຽກງານສື່ມວນຊົນ ແລະ ການ ພິມຈໍາໜ່າຍປະຈໍາສົກປີ 2021-2022 ໂດຍສະເພາະວຽກງານ ສື່ມວນຊົນ ໄດ້ເອົາໃຈໃສ່ໂຄສະ ນາການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກຢ່າງ ກວ້າງຂວາງ ແລະ ເລິກເຊິ່ງ ລວມ ທັງການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີຄັ້ງທີ VIII, ທີ IX; ວຽກງານ 3 ສ້າງ, ວຽກ ງານຈຸດສຸມຂອງລັດຖະບານ, ວຽກງານຂອງສະພາແຫ່ງຊາດ, ການຈັດຕັ້ງປະຕິບັດສອງວາ ລະແຫ່ງຊາດ. ອັນທີ່ພົ້ນເດັ່ນ ທີ່ສຸດແມ່ນໄລຍະ ທີ່ມີການລະ ບາດຂອງພະຍາດໂຄວິດ-19 ສື່ມວນຊົນເຮົາມີຄວາມສ່ຽງ ທີ່ຈະຕິດເຊື້ອໃນເວລາປະຕິບັດ ໜ້າທີ່ ແລະ ຈຳນວນໜຶ່ງໄດ້ມີ ການຕິດເຊື້ອແຕ່ສື່ມວນຊົນ ບໍ່ ໄດ້ປະລະໜ້າທີ່ ແລະ ໄດ້ເອົາໃຈ ໃສ່ໂຄສະນາໃຫ້ແກ່ວຽກງານ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢ່າງດີ ເປັນປົກກະຕິ ແລະ ຕໍ່ເນື່ອງ. ນອກຈາກນັ້ນ, ສື່ມວນຊົນຍັງ ໄດ້ເອົາໃຈໃສ່ໂຄສະນາໃຫ້ແກ່ ການກະກຽມ ແລະ ການເປີດເສັ້ນ ທາງລົດໄຟລາວ-ຈີນ, ການເຄື່ອນ ໄຫວຂອງການນໍາພັກ-ລັດ ໃນ ການລົງຊຸກຍູ້ວຽກງານຢູ່ສູນ ກາງ ແລະ ທ້ອງຖິ່ນ, ໂຄສະນາ ກ່ຽວກັບການພົວພັນຮ່ວມມືກັບ ຕ່າງປະເທດ (ປີມິດຕະພາບ ລາວ-ຈີນ 2021 ແລະ ສາຍພົວ ພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ), ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ, ລວມ ເຖິງການໂຄສະນາສົ່ງເສີມຄອບ ຄົວຕົວແບບການຜະລິດເປັນ ສິນຄ້າ, ວຽກດີຄົນເດັ່ນ, ວຽກ ງານການສຶກສາ-ກີລາ ແລະ ລາຍງານວຽກງານພະຍາກອນ ອາກາດ, ອຸທົກກະໄພ, ບັນຫາຍໍ້ທໍ້ ແລະ ອື່ນໆ ຢ່າງມີຄວາມເສຍສະ ຫຼະອົດທົນທີ່ສຸດ. ທ່ານຮອງລັດຖະມົນຕີ ຖວທ ໃຫ້ຮູ້ອີກວ່າ: ປັດຈຸບັນພາຫະນະ ຖະແຫຼງຂ່າວ-ສື່ມວນຊົນໃນຂອບ ເຂດທົ່ວປະເທດປະກອບມີສື່ສິ່ງ ພິມທັງໝົດ 113 ສະບັບ; ພາກ ລັດມີ 99 ສະບັບ, ມີສະຖານີວິ ທະຍຸກະຈາຍສຽງມີທັງໝົດ 163 ສະຖານີ, ໃນນີ້ຢູ່ສູນກາງ 9 ສະຖານີ, ທ້ອງຖິ່ນ 75 ສະຖານີ, ເຄືອຂ່າຍ 77 ສະຖານີ ແລະ ວິ ທະຍຸສາກົນ 2 ສະຖານີ, ມີສະ ຖານີໂທລະພາບທັງໜົດ 43 ສະ ຖານີ, ຢູ່ຂັ້ນສູນກາງມີ 4 ສະຖາ ນີ, ເອກະຊົນ 3 ສະຖານີ, ສາກົນ 3 ສະຖານີ, ສະຖານີເຄືອ ຂ່າຍ ຂອງສູນກາງ 4 ສະຖານີ ແລະ ຢູ່ ທ້ອງຖິ່ນມີ 29 ສະຖານີ. ສໍາລັບຜົນງານເດັ່ນຂອງວຽກ ງານການພິມຈໍາໜ່າຍ: ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄຸ້ມ ຄອງ, ຊຸກຍູ້ສົ່ງເສີມ, ສ້າງແຜນ ພັດທະນາວຽກງານການພິມຈຳ ໜ່າຍໃຫ້ມີບາດກ້າວຂະຫຍາຍ ຕົວເລື້ອຍໆ ເຊິ່ງເຫັນໄດ້ໃນປັດ ຈຸບັນທົ່ວປະເທດມີໂຮງພິມ 84 ແຫ່ງ ຢູ່ສູນກາງ 7 ແຫ່ງ, ຢູ່ທ້ອງ ຖິ່ນ 77 ແຫ່ງ; ມີສຳນັກພິມ 17 ແຫ່ງ (ເປັນຂອງລັດ 2 ແຫ່ງ), ມີບໍລິສັດແປພາສາ 16 ແຫ່ງ, ບໍລິສັດອອກແບບໂຄສະນາ 12 ແຫ່ງ, ຮ້ານຈຳໜ່າຍປຶ້ມ ແລະ ສິ່ງ ພິມອື່ນໆ 16 ແຫ່ງ; ມີຫໍສະໝຸດ 99 ແຫ່ງ ໃນນີ້ ເປັນຫໍສະໝຸດ ແຫ່ງຊາດ 1 ແຫ່ງ. ໃນໂອກາດດັ່ງກ່າວ ທ່ານ ນາງ ສວນສະຫວັນ ວິຍາເກດ ໄດ້ ສະແດງຄວາມຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍໃນໄລ ຍະໃໝ່ວ່າ: ສື່ມວນຊົນ ແລະ ການ ພິມຈຳໜ່າຍໃນປີຜ່ານມານີ້ ໄດ້ ປະສົບກັບອຸປະສັກ ແລະ ສິ່ງທ້າ ທາຍທົດສອບທັງພາຍໃນ ແລະ ພາຍນອກ ຢ່າງໜັກໜ່ວງເປັນຕົ້ນ: ຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ, ແຕ່ບັນດາສະຫາຍນັກ ຂ່າວຍັງມີຄວາມຮັບຜິດຊອບສູງຕໍ່ວຽກງານທີ່ໄດ້ຮັບມອບໝາຍ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມ ຕັດສິນໃຈ, ຄວາມເສຍສະຫຼະ, ຄວາມຮັບຜິດຊອບການເມືອງ ຂອງພະນັກງານ, ສະມາຊິກພັກ ແລະ ນັກຮົບສື່ມວນຊົນ ສົມກັບ ຄຳເວົ້າທີ່ວ່າ: ສື່ມວນຊົນ ແລະ ການພິມຈຳໜ່າຍແມ່ນອາວຸດ ທີ່ ແຫຼມຄົມ ທີ່ມີຜົນງານຢ່າງຫຼວງ ຫຼາຍ ແລະ ນຳເອົາຜົນປະໂຫຍດ ໃຫຍ່ຫຼວງທີ່ສຸດໃຫ້ແກ່ປະເທດ ຊາດຂອງພວກເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ