ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ ຫົວໜ້າກົມໃຫຍ່ເຕັກນິກ ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2022-08-11 08:42:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ:



ວັນທີ 9 ສິງຫາ 2022, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງ ກັນປະເທດ ໄດ້ຕ້ອນຮັບ ສະຫາຍ ພົນຕີ ເຈິ່ນມິງດຶກ ຫົວໜ້າກົມໃຫຍ່ ເຕັກນິກກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ຄະນະ ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ ສະຫາຍ ພົນຕີ ເຈິ່ນມິງດຶກ ພ້ອມດ້ວຍຄະນະ ໃນການເດີນ ທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງໄດ້ນໍາເອົາຄວາມ ສາມັກຄີຮັກແພງ ທີ່ມີໄມຕີຈິດ ມິດຕະພາບແບບພິເສດ ແລະ ເຕັມ ໄປດ້ວຍຄວາມອົບອຸ່ນມາສູ່ກອງ ທັບປະຊາຊົນລາວ ທັງເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມື ຮອບດ້ານ ທີ່ເປັນມູນເຊື້ອລະ ຫວ່າງ ສອງພັກ, ສອງລັດ, ສອງ ກອງທັບ ແລະ ປະຊາຊົນ 2 ຊາດ ລາວ-ຫວຽດນາມ ທີ່ມີມາແຕ່ ດົນນານໃຫ້ແໜ້ນແຟ້ນ ຂຶ້ນເລື້ອຍໆ. ໂດຍເປັນໄລຍະເວ ລາພໍດີ ກັບທ່າມກາງບັນຍາກາດ ທີ່ ສອງພັກ, ສອງລັດ, ສອງ ກອງທັບ ລາວ-ຫວຽດນາມ ສະ ເຫຼີມສະຫຼອງປີສາມັກ ຄີມິດຕະ ພາບ ລາວ-ຫວຽດນາມ ຢ່າງເປັນ ຂະບວນການຟົດຟື້ນ ແລະ ຕໍ່ ເນື່ອງ. ພ້ອມທັງ, ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການຕໍ່ ສປປ ລາວ ຕະຫຼອດ ມາ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ, ສ້າງສາປະເທດຊາດ, ການປະ ສົບກັບໄພພິບັດທາງທໍາ ມະຊາດ ແລະ ການລະບາດຂອງ ພະຍາດ ໂຄວິດ-19, ພິເສດແມ່ນ ໃນສະ ພາບການ ປັດຈຸບັນທີ່ໂລກໄດ້ ມີການຜັນແປຢ່າງສັບສົນ, ແຕ່ ສອງຊາດ ລາວ-ຫວຽດນາມ ຍັງຮັກສາແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມ ກັນກຽມພ້ອມຮັບມືກັບສິ່ງທ້າ ທາຍຕ່າງໆ ທີ່ອາດຈະປະເຊີນໜ້າ. ສະຫາຍ ພົນຕີ ເຈິ່ນມິງດຶກ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດ ຕະພາບອັນດູດດື່ມ ແລະ ມີມູນເຊື້ອ ແບບພິເສດ ລາວ- ຫວຽດນາມ, ຫວຽດນາມ-ລາວ ໃນໄລຍະ ຜ່ານມາ, ການພົວພັນຮ່ວມມືລະ ຫວ່າງ ສອງກະຊວງປ້ອງກັນປະ ເທດຫວຽດນາມ-ລາວ ແມ່ນມີ ການພົວພັນເຊິ່ງກັນ ແລະ ກັນ ຢ່າງສະໜິດແໜ້ນ ແລະ ໄດ້ຮັບ ໝາກຜົນຕົວຈິງ. ພ້ອມກັນນັ້ນ, ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າກົມ ໃຫຍ່ເຕັກນິກກອງທັບ ກໍຄືກະ ຊວງປ້ອງ ກັນປະເທດຫວຽດນາມ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍ ເຫຼືອກົມໃຫຍ່ເຕັກນິກກອງທັບ ກໍຄືກະຊວງປ້ອງກັນປະເທດລາວ ໃນການກໍ່ສ້າງບຸກຄະລາກອນ, ປັບປຸງບັນດາສາງຕ່າງໆ ຂອງ ກົມໃຫຍ່ເຕັກນິກກອງທັບປະ ຊາຊົນລາວ ແລະ ອົບຮົມການປົກ ປັກຮັກສາ-ສ້ອມແປງພາຫະນະ ຕ່າງໆ ໃຫ້ແກ່ເຫຼົ່າຮົບເຕັກນິກ ອີກດ້ວຍ. ໂດຍ: ຄໍາບົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ