ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກມທ ຈັດກອງປະຊຸມມອບໝາຍໜ້າທີ່ ການເຝີກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ
ເວລາອອກຂ່າວ: 2022-08-11 08:38:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ:



ວັນທີ 9 ສິງຫາ 2022, ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ຈັດກອງປະຊຸມເຜີຍ ແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ໃຫ້ແຕ່ລະກົມ ກອງຈັດຕັ້ງການເຝິກຊ້ອມກອບ ກູ້ໄພພິບັດຮ່ວມ 3 ກອງທັບ ລາວ, ຫວຽດນາມ ແລະ ກໍາປູເຈຍ ປະ ຈໍາປີ 2022 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ຮອງ ຫົວໜ້າຊີ້ນໍາວຽກງານການ ເມືອງໃນບັ້ນກອບກູ້ໄພພິບັດຮ່ວມ 3 ກອງທັບ, ມີ ຄະນະຊີ້ນໍາ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຊິ່ມ ຫຼ້າສີມມາ ຮອງຫົວໜ້າພະແນກໂຄສະນາກົມໂຄສະນາອົບຮົມ ກມທ, ໄດ້ ຜ່ານແຜນການເຝິກຊ້ອມກອບກູ້ ໄພພິບັດຮ່ວມລະຫວ່າງ 3 ກອງ ທັບຄື: ກອງທັບປະຊາຊົນລາວ, ກອງທັບປະຊາຊົນຫວຽດນາມ ແລະ ກອງທັບຣາຊະອະນາຈັກ ກໍາປູເຈຍ. ການເຝິກຊ້ອມປະ ກອບມີ 3 ເນື້ອໃນຄື: ຊອກຄົ້ນ-ກອບກູ້ຜູ້ປະສົບໄພທາງນໍ້າ, ຊອກຄົ້ນ-ກອບກູ້ ຜູ້ປະສົບໄພ ທາງອາກາດ, ຊອກຄົ້ນ-ກອບ ກູ້ຜູ້ປະສົບໄພທາງບົກ. ແບ່ງອອກ ເປັນ 3 ໄລຍະ, ໄລຍະທີ 1 ການຈັດ ຕັ້ງກະກຽມ, ໄລຍະທີ 2 ປະຕິ ບັດການເຝິກຊ້ອມ ແລະ ໄລຍະທີ 3 ສິ້ນສຸດການຫັດແອບ. ພ້ອມ ກັນນັ້ນ, ຍັງໄດ້ຜ່ານຂ້ໍຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ ນຳລວມ ແລະ ອະນຸກຳມະການ ຮັບປະກັນວຽກງານພັກ-ວຽກ ງານການເມືອງ ໃນບັ້ນເຝິກຊ້ອມ ກອບກູ້ໄພພິບັດຮ່ວມ 3 ກອງທັບ ຕື່ມອີກ. ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ເນັ້ນໜັກໃຫ້ແຕ່ລະ ພາກ ສ່ວນເອົາໃຈໃສ່ປະຕິບັດໜ້າ ທີ່ຂອງຕົນ ທີ່ໄດ້ຮັບມອບໝາຍ ໃຫ້ເຂັ້ມງວດ ບັນລຸໄດ້ຜົນສຳ ເລັດຕາມທີ່ວາງໄວ້ພ້ອມທັງ, ໄດ້ ຍົກໃຫ້ເຫັນຄວາມໝາຍຄວາມ ສຳຄັນໃນການເຝິກຊ້ອມໃນຄັ້ງນີ້ ທັງເປັນການເພີ່ມທະວີການພົວ ພັນຮ່ວມມືທາງດ້ານການກອບກູ້ ໄພພິບັດ ລະຫວ່າງ ສປປ ລາວ, ສສ ຫວຽດນາມ ແລະ ຣາຊະອະ ນາຈັກກໍາປູເຈຍ ໃຫ້ນັບມື້ເຂັ້ມ ແຂງ ແລະ ຕອບໂຕ້ໄພພິບັດທີ່ອາດ ຈະເກີດຂຶ້ນໄດ້ຢ່າງທັນການ, ເຊິ່ງການເຝິກຊ້ອມຮ່ວມຄັ້ງນີ້ ຍັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນທາງ ດ້ານວິຊາສະເພາະ, ຮີດຄອງ ປະເພນີ ແລະ ວັດທະນະທໍາຂອງ ແຕ່ລະຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ