ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຕ້ອນຮັບ ຄະນະແພດທະຫານກອງທັບບົກຣາຊະອານາຈັກໄທ
ເວລາອອກຂ່າວ: 2022-08-11 08:37:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 187 | ຄວາມນິຍົມ:



ວັນທີ 9 ສິງຫາ 2022, ທ່ານ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບປະຊາຊົນລາວ ໄດ້ ຕ້ອນຮັບຄະນະແພດທະຫານ ກອງ ທັບບົກຣາຊະອານາຈັກໄທ ນໍາໂດຍ ທ່ານ ພົນຕີ ກະເສມ ພິນ ໂຢຊົນ ຮອງເຈົ້າກົມແພດທະ ຫານກອງທັບບົກ ແຫ່ງ ຣາຊະອາ ນາຈັກໄທ ພ້ອມດ້ວຍຄະນະ ທີ່ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 9 -11 ສິງຫາ 2022. ທ່ານ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ ທ່ານ ພົນຕີ ກະເສມ ພິນໂຢຊົນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ພ້ອມທັງໄດ້ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາ ຊະອານາຈັກໄທເວົ້າ ສະເພາະກໍແມ່ນການພົວພັນຮ່ວມມືລະ ຫວ່າງສອງ ກະຊວງປ້ອງກັນປະ ເທດລາວ-ໄທ ໂດຍນັບມື້ໄດ້ຮັບ ການເສີມຂະຫຍາຍສູງເດັ່ນຂຶ້ນ ເລຶ້ອຍໆ ເປັນຕົ້ນແມ່ນການແລກ ປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ລະ ຫວ່າງ ສອງກອງທັບປະຊາຊົນລາວ ແລະ ກອງທັບບົກ ຣາຊະອານາຈັກໄທ, ໂດຍສະເພາະການແລກປ່ຽນ ບົດຮຽນທາງດ້ານການແພດ ໃຫ້ແກ່ພະນັກງານແພດໝໍພາຍໃນ ກອງ ທັບໃຫ້ມີຄວາມຊໍານິຊໍານານ ຍິ່ງໆ ຂຶ້ນ. ທ່ານ ພົນຕີ ກະເສມ ພິນໂຢຊົນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ທ່ານ ພົນຈັດຕະວາ ຈັນດີສຸ ລິວົງສັກ ທີ່ໄດ້ໃຫ້ການຕ້ອນຮັບ ອັນອົບອຸ່ນ ແລະ ເຕັມໄປດ້ວຍໄມ ຕີຈິດມິດຕະພາບພ້ອມທັງ, ໄດ້ ລາຍງານກ່ຽວກັບຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ເພື່ອເປັນການພົບປະແລກ ປ່ຽນບົດຮຽນທາງດ້ານວິຊາ ການແພດລະຫວ່າງ ຄະນະແພດ ທະຫານກອງທັບບົກຣາຊະອານາ ຈັກໄທ ກັບ ກົມເສນາຮັກ ກົມໃຫຍ່ ພະລາທິການກອງທັບປະຊາຊົນລ ລາວ. ໂອກາດດຽວກັນນີ້, ຍັງໄດ້ ມີການພົບປະສອງຝ່າຍລະຫວ່າງ ຄະນະກົມເສນາຮັກກົມໃຫຍ່ພະລາທິການທິການກອງທັບປະຊາ ຊົນລາວ ແລະ ຄະນະແພດທະຫານ ກອງທັບບົກຣາຊະອານາຈັກໄທ ໂດຍທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການຮ່ວມມືທາງດ້ານວິຊາສະເພາະທາງການແພດ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ