ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມປະກັນສັງຄົມກອງທັບ ຊຸກຍູ້ວຽກງານ ຢູ່ ທະຫານແຂວງວຽງຈັນ
ເວລາອອກຂ່າວ: 2022-08-11 08:35:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ວັນທີ 9 ສິງຫາ 2022, ສະຫາຍ ພັນເອກ ອິນຕອງ ໄຊ ຍະວົງ ຮອງຫົວໜ້າກົມປະກັນ ສັງຄົມ ກົມໃຫຍ່ການເມືອງ ກອງທັບ, ໄດ້ລົງເຄື່ອນໄຫວຊຸກ ຍູ້ວຽກງານຢູ່ກອງບັນຊາການທະ ຫານແຂວງວຽງຈັນ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ຫົວໜ້າ ຫ້ອງການເມືອງ ກອງບັນຊາການ ທະຫານແຂວງວຽງຈັນ, ມີພະແນກການກ່ຽວຂ້ອງ, ໂຮງໝໍ 30 ຕຽງ ພ້ອມດ້ວຍແຂກທີ່ຖືກ ເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ວຽງໄຊ ວັນນະປະເສີດ ຫົວໜ້າພະແນກ ປະກັນສັງຄົມ ກອງບັນຊາການ ທະຫານແຂວງວຽງຈັນ, ໄດ້ ລາຍງານສະພາບການກ່ຽວກັບ ການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານປະກັນສັງຄົມໄລຍະ 6 ເດືອນຕົ້ນປີ 2022 ທີ່ຜ່ານມາ, ເຊິ່ງໄດ້ເປັນເຈົ້າການປະຕິບັດ ການເຜີຍແຜ່ນິຕິກໍາວຽກງານປະ ກັນສັງຄົມໃນກອງທັບ, ຂໍ້ຕົກ ລົງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ແລະ ບັນດາແຈ້ງ ການຈໍານວນໜຶ່ງໃຫ້ນາຍ ແລະ ພົນທະຫານ ຮັບຮູ້ຢ່າງທົ່ວເຖິງ, ທົ່ວກອງບັນຊາການທະຫານ ແຂວງວຽງຈັນ ມີສະມາຊິກປະ ກັນສັງຄົມ ນາຍ ແລະ ພົນທະ ຫານ, ຄູ່ສົມລົດທັງໝົດ 6.257 ຄົນ. ໃນນີ້, ມີຜູ້ປະກັນຕົນ 3.334 ຄົນ, ຄູ່ສົມລົດ 940 ຄົນ, ລູກ 1.983 ຄົນ, ໄດ້ຂຶ້ນບັດ ປະກັນສັງຄົມແລ້ວ 5.825 ຄົນ, ຜູ້ປະກັນຕົນ 2.842 ຄົນ, ຄູ່ສົມ ລົດ 927 ຄົນ, ລູກ 1.956 ຄົນ, ນາຍ ແລະ ພົນທະຫານ ທີ່ຍັງ ບໍ່ທັນມີບັດປະກັນສັງຄົມ ຜູ້ປະ ກັນຕົນ 213 ຄົນ, ຄູ່ສົມລົດ 12 ຄົນ, ລູກ 27 ຄົນ, ລວມ 252 ຄົນ. ນອກນັ້ນ, ຍັງໄດ້ປະກອບເອ ກະສານຂໍເງິນນະໂຍບາຍອຸດໜູນ ປະເພດຕ່າງໆ ແລະ ເງິນນະໂຍ ບາຍອຸດໜູນພະນັກງານບໍານານ ເສຍອົງຄະ ຕາມຄໍາສັ່ງຂອງຂັ້ນ ເທິງ ເປັນຕົ້ນແມ່ນການເບີກຈ່າຍ ເງິນນະໂຍບາຍອຸດໜູນ ທັງລາຍ ຮັບ, ລາຍຈ່າຍພາກສ່ວນລາຍຮັບ ປະຈຳການມີຮັບເງິນນະໂຍບາຍອຸດໜູນໄລຍະສັ້ນ-ໄລຍະຍາວ, ຮັບຮ່ວງເງິນແຮສໍາຮອງ, ຮັບ ເງິນບໍລິຫານ ລວມທັງໝົດ 1.864.663.134 ກີບ, ພາກ ສ່ວນລາຍຮັບພະນັກງານບໍາ ນານ, ເສຍອົງຄະ, ເງິນນາງ ໜ້າຍ, ເງິນລູກກຳພ້າ ແລະ ເງິນ ເສຍຊີວິດມີ 4.945.411.539 ກີບ, ພາກສ່ວນລາຍຈ່າຍ ປະ ຈໍາການມີ 1.464.663.134 ກີບ, ລວມລາຍຮັບທັງໝົດ 6.810.074.673 ກີບ, ລາຍຈ່າຍ 6.410.074.673 ກີບ, ຍັງເຫຼືອເປັນເງິນແຮສໍາຮອງ 400.000.000 ກີບ, ການ ມອບເງິນ 8% ໂອນເຂົ້າກອງທຶນ ປະກັນສັງຄົມ 1.700.000.000 ກີບ. ພ້ອມທັງ, ໄດ້ເກັບກໍາລາຍງານຈຳນວນສະມາຊິກປະກັນ ສັງຄົມ ຂອງກົມກອງການຈັດຕັ້ງ ປະຕິບັດວຽກງານພະນັກງານ ບໍານານ ຢ່າງເປັນລະບົບ. ໂອກາດດຽວກັນນີ້, ກົມປະ ກັນສັງຄົມ ຍັງໄດ້ມອບປື້ມຄູ່ມື ວຽກງານປະກັນສັງຄົມ ໃຫ້ພະ ແນກປະກັນສັງຄົມ ທະຫານ ແຂວງວຽງຈັນ ຕື່ມອີກ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ