ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເມືອງເຊບັ້ງໄຟ ແຂວງຄໍາມ່ວນ ປະກາດປັບປຸງການຈັດຕັ້ງ
ເວລາອອກຂ່າວ: 2022-08-11 08:33:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ວັນທີ 4 ສິງຫາ 2022, ກອງບັນຊາການທະຫານເມືອງ ເຊບັ້ງໄຟ ແຂວງຄຳມ່ວນ ໄດ້ ປະກາດປັບປຸງການຈັດຕັ້ງຂັ້ນນໍາ ພາ-ບັນຊາທີ່ມີການປ່ຽນແປງ ໃໝ່, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານ ແຂວງຄຳມ່ວນ, ມີ ຄະນະພັກ- ຄະ ນະບັນຊາ, ແຂກທີ່ຖືກເຊີນ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ໜູຄຳ ນຽມຜາຈັນ ຫົວໜ້າພະແນກພະ ນັກງານກອງບັນຊາການທະ ຫານແຂວງຄຳມ່ວນ ໄດ້ຜ່ານ ຂໍ້ຕົກລົງຂອງກອງບັນຊາການ ທະຫານແຂວງຄຳມ່ວນ ວ່າ ດ້ວຍ ການປັບປຸງການຈັດຕັ້ງທີ່ມີ ການປ່ຽນແປງຢູ່ກອງບັນຊາ ການທະຫານເມືອງເຊບັ້ງໄຟ, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍ ການແຕ່ງຕັ້ງ ແລະ ຍົກຍ້າຍນາຍ ທະຫານ, ກອງບັນຊາການທະ ຫານແຂວງຄຳມ່ວນ ຈຶ່ງຕົກລົງ ແຕ່ຕັ້ງ ສະຫາຍ ພັນໂທ ຄຳໝວນ ໄຊຍະເສນ ເປັນຮອງຫົວໜ້າການ ທະຫານກອງບັນຊາການທະ ຫານເມືອງເຊບັ້ງໄຟ, ສະຫາຍ ພັນໂທ ສິງໄຊ ບຸນພະຈັນ ເປັນ ຫົວໜ້າຮັບຜິດຊອບວຽກງານ ເຕັກນິກ ແລະ ສະຫາຍ ພັນຕີ ພົມມາ ແກ້ວມະນີ ເປັນຮອງຫົວ ໜ້າພະແນກເສນາທິການກອງ ບັນຊາການທະຫານເມືອງເຊ ບັ້ງໄຟ. ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ໄດ້ເນັ້ນໝັກໃຫ້ພະ ນັກງານທີ່ໄດ້ຮັບການບົ່ງຕົວ- ແຕ່ງຕັ້ງໃໝ່ ຈົ່ງຍົກສູງຄວາມຮັບ ຜິດຊອບຂອງຕົນຕໍ່ໜ້າທີ່ການ ເມືອງ ທີ່ໄດ້ຮັບມອບໝາຍ, ຕັ້ງ ໜ້າເຝິກຝົນຫຼໍ່ຫຼອມເຂົ້າໃນໜ້າ ທີ່ວຽກງານຢ່າງຮອບດ້ານ, ມີ ຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ, ມີ ຄວາມສາມັກຄີພາຍໃນແໜ້ນ ແຟ້ນ, ພາຍນອກກ້ວາງຂວາງ, ມີການປຶກສາຫາລືເປັນໝູ່ຄະນະ, ມີຄວາມເປັນເອກກະພາບໃນ ທຸກໆວຽກງານ, ສຶກສາອົບຮົມ ການເມືອງ-ນຳພາແນວຄິດຕິດ ພັນກັບຂະບວນການຕ່າງໆ ໃຫ້ ຟົດຟື້ນ ແລະ ກວ້າງຂວາງ. ໂດຍ: ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ