ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ຝຣັ່ງຍືດອາຍຸໃຊ້ງານຂອງກຳປັ່ນເດີ່ນບິນ Charlesde Gaulle ໄປອີກ 20 ປີ
ເວລາອອກຂ່າວ: 2018-11-14 09:53:17 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2513 | ຄວາມນິຍົມ:



ຕາມຂ່າວການທະຫານຂອງ ຕ່າງປະເທດເປີດເຜີຍໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບການປັບປຸງ ສ້ອມແປງຄັ້ງໃຫຍ່, ກຳປັ່ນເດີ່ນ ບິນ Charlesde Gaulle ຈະ ສືບຕໍ່ຮັບໃຊ້ໃນກອງທັບເຮືອ ຂອງຝຣັ່ງໄປອີກ 20 ປີ ຈົນຮອດ ປີ 2038. ການສ້ອມແປງຄັ້ງນີ້ໃຊ້ງົບ ປະມານໄປທັງໝົດ 1,3 ຕື້ເອີໂຣ, ເຊິ່ງຫາກໍສຳເລັດເມື່ອບໍ່ດົນມານີ້ ຢູ່ທີ່ທ່າເຮືອ Toulon ທາງພາກ ໃຕ້ຂອງຝຣັ່ງ ໂດຍແມ່ນບໍລິສັດ NavalGroup ເປັນຜູ້ຮັບເໝົາ ສ້ອມແປງ. Charlesde Gaulle ໄດ້ມີ ການປ່ຽນແກນຂອງເຕົາປະຕິ ກອນນິວເຄລຍ ເຊິ່ງຈະຊ່ວຍໃຫ້ ມັນສາມາດເຮັດວຽກໄດ້ຕື່ມອີກ 20 ປີ. ນອກຈາກນັ້ນກໍຍັງມີການ ຍົກລະດັບຄວາມທັນສະໄໝຂອງ ລະບົບໄຟຟ້າ, ຕິດຕັ້ງລະບົບຄອມ ພິວເຕີແບບອັດຕະໂນມັດ, ຍົກລະ ດັບລະບົບເຣດາ (Radar) ແລະ ລະບົບຊ່ວຍຄວບຄຸມການບິນ ຂຶ້ນ-ລົງ ຂອງຍົນຢູ່ເທິງກຳປັ່ນ. ພາຍຫລັງພິທີຮັບມອບທາງ ກອງທັບເຮືອຝຣັ່ງຈະໃຫ້ກຳປັ່ນ ລຳນີ້ໄປເຄື່ອນໄຫວຢູ່ມະຫາສະ ໝຸດອິນເດຍໃນໄຕມາດ I ຂອງປີ 2019 ທີ່ຈະມາເຖິງນີ້. ກຳປັ່ນນີ້ເລີ່ມສ້າງເມື່ອປີ 1989, ປ່ອຍລົງນຳ້ໃນປີ 1994 ແລະ ເຂົ້າປະຈຳການໃນກອງທັບ ເຮືອຝຣັ່ງເມື່ອປີ 2001. ເປັນ ກຳປັ່ນເດີ່ນບິນທີ່ໃຫຍ່ທີ່ສຸດ ແລະ ເປັນກຳປັ່ນເດີ່ນບິນທີ່ແລ່ນດ້ວຍ ພະລັງງານນິວເຄລຍລຳດຽວ ຂອງທະວີບເອີຣົບ. ກຳປັ່ນມີ ຄວາມຍາວ 261 ແມັດ, ກວ້າງ 64 ແມັດ, ຄວາມແຮງແຫກນຳ້ 42.500 ໂຕນ, ຄວາມໄວສູງສຸດ 43 ກິໂລແມັດຕໍ່ຊົ່ວໂມງ, ສາ ມາດແລ່ນຕໍ່ເນື່ອງໄດ້ 45 ວັນ, ສາມາດບັນຈຸຍົນໄດ້ແຕ່ 28-40 ລຳ ເຊິ່ງລວມມີທັງຍົນສູ້ຮົບ, ຍົນ ເຕືອນໄພລ່ວງຫນ້າກາງອາກາດ ເຮລີກົບແຕ. ເພື່ອປ້ອງກັນຕົນເອງ, ກຳປັ່ນ ນີ້ມີລູກສອນໄຟປ້ອງກັນອາ ກາດ Aster-15 ຈຳນວນ 32 ລູກ, ລູກສອນໄຟຍິງໄລຍະໃກ້ Mistral ຈຳນວນ 12 ລູກ ແລະ ປືນໃຫຍ່ Giat 20 F2 ຂະໜາດ 20 ມມ ຈຳນວນ 8 ກະບອກ. ຄາດວ່ານີ້ອາດເປັນຄັ້ງສຸດ ທ້າຍທີ່ກຳປັ່ນລຳນີ້ຈະໄດ້ຮັບ ການຍົກລະດັບ ແລະ ເຕີມເຊື້ອ ເພີງ ເພາະວ່າອີກ 20 ປີ ຂ້າງ ຫນ້າກຳປັ່ນນີ້ກໍຈະກາຍເປັນສິ່ງ ຫລ້າສະໄໝ ເຊິ່ງຕາມປົກກະຕິ ແລ້ວບັນດາກຳປັ່ນທີ່ໃຊ້ພະລັງ ງານນິວເຄລຍ ຈະມີອາຍຸການ ໃຊ້ງານສູງສຸດບໍ່ເກີນ 40 ປີ, ໝາຍວ່າເຕີມເຊື້ອເພີງໄດ້ພຽງ 2 ຄັ້ງເທົ່ານັ້ນ. ຢ່າງໃດກໍຕາມບັນດາຜູ້ຊ່ຽວ ຊານດ້ານການທະຫານໃຫ້ທັດ ສະນະວ່າ: ກຳປັ່ນ Charlesde Gaulle ເປັນກຳປັ່ນທີ່ມີລະບົບ ປ້ອງກັນຕົວເອງໄດ້ດີຕໍ່ໄພຂົ່ມຂູ່ ຈາກຄູ່ຕໍ່ສູ້ ແລະ ຍັງເປັນຫນຶ່ງ ໃນຈຳນວນກຳປັ່ນເດີ່ນບິນທີ່ມີ ປະສິດທິພາບສູງໃນການສູ້ຮົບ ໃນປັດຈຸບັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ