ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຍົກສູງບົດບາດການເຄື່ອນໄຫວຂອງ ສະພາແຫ່ງຊາດໃຫ້ກຳລັງປ້ອງກັນຊາດ
ເວລາອອກຂ່າວ: 2022-08-10 09:12:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ:



ວັນທີ 9 ສິງຫາ 2022 ນີ້, ກະຊວງປ້ອງກັນປະເທດຮ່ວມ ກັບ ສະພາແຫ່ງຊາດ ໄດ້ຈັດກອງ ປະຊຸມຍົກສູງບົດບາດການ ເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງປ້ອງກັນຊາດ, ໂດຍ ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີສະຫາຍ ພົນໂທ ສຸ ວອນ ເລືອງບຸນມີ ກໍາມະການ ສູນກາງພັກ ຮອງປະທານສະ ພາ ແຫ່ງຊາດ, ສະຫາຍ ຈະເລີນ ເຢຍປາວເຮີ ຮອງປະທານສະ ພາແຫ່ງຊາດ, ມີບັນດາສະຫາຍ ຄະນະກຳມາທິການ ປກຊ-ປກສ, ພະນັກງານຫຼັກແຫຼ່ງຈາກສະພາ ແຫ່ງຊາດ, ການນໍາກະຊວງ ປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ສະຫະ ພັນນັກຮົບເກົ່າແຫ່ງຊາດ ພ້ອມ ດ້ວຍພະນັກງານຫຼັກແຫຼ່ງກົມ ກອງອ້ອມຂ້າງກະຊວງປ້ອງ ກັນປະເທດເຂົ້າຮ່ວມ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນກ່າວ ເປີດກອງປະຊຸມ ບາງຕອນກ່າວ ວ່າ: ການຈັດກອງປະຊຸມຍົກສູງ ບົດບາດການເຄື່ອນໄຫວຂອງ ສະພາແຫ່ງຊາດ ໃຫ້ແກ່ກໍາລັງ ປ້ອງກັນຊາດ ໃນຄັ້ງນີ້ ແມ່ນມີ ຄວາມໝາຍສໍາຄັນ ເພື່ອແນໃສ່ຮັບປະກັນທາງດ້ານຄວາມຮັບຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບແນວທາງນະໂຍບາຍ ຂອງພັກ-ລັດ ເຊິ່ງປະກອບມີບັນ ດາເນື້ອໃນທີ່ສໍາຄັນເປັນຕົ້ນແມ່ນ ຜົນສໍາເລັດກອງປະຊຸມສະໄໝ ສາມັນເທື່ອທີ 3 ຂອງສະພາແຫ່ງ ຊາດ ຊຸດທີ IX, ບາງມາດຕາ ຂອງກົດໝາຍວ່າດ້ວຍສະພາ ແຫ່ງຊາດ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍສະພາປະຊາ ຊົນຂັ້ນແຂວງ ທີ່ພົວພັນເຖິງພາ ລະບົດບາດ, ສິດໜ້າທີ່ ແລະ ການ ເຄື່ອນໄຫວຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈໍາສະພາ ແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາ ມາທິການ ປກຊ-ປກສ, ມະຕິຂອງ ຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະຕິບັດນະໂຍ ບາຍຕໍ່ພະນັກງານ-ນັກຮົບ ໃນກໍາ ລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທີ່ປະຕິບັດໜ້າທີ່ຢູ່ສະ ພາແຫ່ງຊາດ ແລະ ສະພາປະຊາ ຊົນແຂວງ, ຂໍ້ຕົກລົງຮ່ວມວ່າດ້ວຍ ການປະສານງານລະຫວ່າງກໍາ ມາທິການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ສະພາແຫ່ງ ຊາດ ຊຸດທີ IX ແລະ ຄະນະປະ ສານງານຂອງກະຊວງປ້ອງກັນ ປະເທດ, ພ້ອມກັນນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມເອົາໃຈໃສ່ຕິດຕາມ ຮັບຟັງ ແລະ ຄົ້ນຄວ້າຢ່າງຈົດ ຈໍ່, ຫາກບໍ່ເຂົ້າໃຈບັນຫາໃດ ກໍ ສາມາດສອບຖາມໄດ້ ເພື່ອໃຫ້ ທຸກບັນຫາມີຄວາມກະຈ່າງແຈ້ງ, ເພື່ອເປັນພື້ນຖານໃນການນໍາໄປ ຈັດຕັ້ງຜັນຂະຫຍາຍໃຫ້ເກີດ ໝາກຜົນຕົວຈິງ ແລະ ສອດຄ່ອງ ກັບວຽກງານໃນຂົງເຂດຄວາມ ຮັບຜິດ ຊອບຂອງຕົນ ກໍຄື ໜ້າທີ່ ການເມືອງຂອງກອງທັບໃນສະ ເພາະໜ້າ ແລະ ຍາວນານ. ຈາກນັ້ນ, ກໍໄດ້ຮັບຟັງບົດສະ ຫຼຸບການເຄື່ອນໄຫວຈັດຕັ້ງປະ ສານງານໄລຍະ 5 ປີ (2016- 2020) ແລະ ກຳນົດທິດທາງ ແຜນການ 5 ປີ (2021-2025) ລະຫວ່າງກຳມະທິການ ປກຊ ປກສ ສະພາແຫ່ງຊາດ ແລະ ກະຊວງປ້ອງກັນປະເທດ. ໃນໂອກາດເຂົ້າຮ່ວມປິດກອງ ປະຊຸມດັ່ງກ່າວ ສະຫາຍ ໄຊສົມ ພອນ ພົມວິຫານ ກໍາມະການກົມ ການເມືອງສູນກາງພັກ ປະທານ ສະພາແຫ່ງຊາດ ໄດ້ຮຽກຮ້ອງ ມາຍັງຄະນະພັກ-ຄະນະບັນຊາ ທຸກຂັ້ນ ຕະຫຼອດຮອດນາຍ ແລະ ພົນທະຫານ ເອົາໃຈໃສ່ຮັກສາ ມູນເຊື້ອອັນດີງາມຂອງກອງທັບ, ສືບຕໍ່ເຝິກຝົນທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີຕໍ່ປະເທດ ຊາດ, ຍອມເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຂອງນາຍ ແລະ ພົນທະຫານໃຫ້ຖືເປັນບັນຫາ ສໍາຄັນໃຈກາງ, ທັງເປັນການສືບ ທອດພາລະກິດປະຕິວັດທີ່ນັກ ຮົບປະຕິວັດຮຸ່ນ ທໍາອິດ ແລະ ຮຸ່ນຕໍ່ໆມາໄດ້ມອບໝາຍໃຫ້, ສ້າງ ຄວາມເປັນເອກະພາບສູງຕໍ່ແນວ ທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດຢ່າງໜັກແໜ້ນ, ຖືເອົາກໍາລັງປະກອບອາວຸດເປັນ ກໍາລັງຫຼັກແຫຼ່ງ ໃນການຈັດຕັ້ງ ຜັນຂະຫຍາຍແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດ, ທັງເປັນແບບຢ່າງທີ່ດີໃນການ ເຄົາລົບ ແລະ ປະຕິບັດລັດຖະທໍາ ມະນູນ ກໍຄື ກົດໝາຍຕໍ່ປະຊາ ຊົນ, ນາຍ ແລະ ພົນທະຫານຕ້ອງ ສືບຕໍ່ເຝິກຝົນລະບຽບວິໄນ, ຖື ລະບຽບວິໄນເປັນທາດແທ້, ເປັນຊີວິດຈິດໃຈຂອງຕົນເອງ ຕິດພັນກັບຈັນຍາບັນຂອງກອງ ທັບປະຕິວັດ, ລະບຽບວິໄນກອງ ທັບຕ້ອງເຄັ່ງຄັດ, ມີຄວາມເດັດ ຂາດໃນການບັງຄັບບັນຊາ, ເພື່ອ ປະຕິບັດໜ້າທີ່ເປັນຮົ້ວປ້ອງກັນ ຊາດທີ່ເຂັ້ມແຂງ, ສາມາດປົກ ປັກຮັກສາອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດໄວ້ໃຫ້ໝັ້ນຄົງ, ພ້ອມ ກັນນັ້ນ, ກໍຕ້ອງເຝິກຝົນຫຼໍ່ຫຼອມ ດ້ານສິລະປະຍຸດ-ຍຸດທະວິທີ ຢ່າງເປັນປົກກະຕິ, ເອົາໃຈໃສ່ ປັບປຸງຊີວິດການເປັນຢູ່ຂອງກໍາ ລັງທີ່ປະຈໍາການຢູ່ເຂດຫ່າງໄກ ສອກຫຼີກ, ເຂດຊາຍແດນ, ສ້າງ ໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນຕໍ່ ການນໍາພາຂອງພັກ-ລັດເຮົາ, ສືບຕໍ່ຊ່ວຍລັດຖະບານແກ້ໄຂ ບັນຫາເສດຖະກິດ, ສ້າງຄວາມ ເຂັ້ມແຂງທາງດ້ານການສ້າງ ພະລາທິການກັບທີ່ ເພື່ອຫຼຸດ ຜ່ອນການແບກຫາບຂອງລັດຖະ ບານ, ດໍາເນີນການປະຢັດ, ໃຊ້ ຈ່າຍຢ່າງມີເຫດຜົນ, ສືບຕໍ່ຮັກ ສາມູນເຊື້ອໃນການຊ່ວຍເຫຼືອ ປະຊາຊົນດ້ານການລົບລ້າງ ຄວາມທຸກຍາກ, ຊ່ວຍບັນເທົາ ທຸກໃນຍາມມີໄພພິບັດຕ່າງໆ ແລະ ສືບຕໍ່ພົວພັນກັບກອງທັບຕ່າງ ປະເທດ ໂດຍສະເພາະປະເທດ ເພື່ອນມິດຍຸດທະສາດ, ຍາດແຍ່ງ, ຮໍ່າຮຽນ ແລະ ຮັບເອົາການຮ່ວມ ມືຢ່າງມີການເລືອກເຟັ້ນ, ເພື່ອ ນໍາເອົາຜົນປະໂຫຍດຕົວຈິງມາ ສູ່ປະເທດຊາດ. ໂດຍ: ນ. ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ