ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກວດກາການກຽມຄວາມພ້ອມ ເຂົ້າຮ່ວມເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ
ເວລາອອກຂ່າວ: 2022-08-10 09:10:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:



ວັນທີ 9 ສິງຫາ 2022 ນີ້, ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ຮອງຫົວໜ້າຄະນະຊີ້ນຳການ ເຝິກຊ້ອມ 3 ກອງທັບ (ລາວ, ຫວຽດນາມ ແລະ ກຳປູເຈຍ), ພ້ອມດ້ວຍຄະນະ ໄດ້ລົງກວດ ກາຄືນການກະກຽມຄວາມ ພ້ອມຮອບດ້ານເປັນຕົ້ນແມ່ນ ກວດກາພາຫະນະ ແລະ ກໍາ ລັງພົນຂອງກອງພັນຂ້າມຜ່ານ 588, ກອງພັນ 58 ແລະ ກອງ ພັນ 51 ເພື່ອເຂົ້າຮ່ວມການເຝິກ ຊ້ອມກອບກູ້ໄພພິບັດ 3 ຝ່າຍ ຂອງກອງທັບປະຊາຊົນ ລາວ, ຫວຽດນາມ ແລະ ກຳປູເຈຍ ຢູ່ວິທະຍາຄານພະລາທິການ ກອງທັບ. ໂອກາດນີ້, ກໍໄດ້ຮັບຟັງການ ລາຍງານການກະກຽມຄວາມ ພ້ອມດ້ານຕ່າງໆຈາກພາກສ່ວນ ທີ່ກ່ຽວຂ້ອງ, ໂດຍຍົກໃຫ້ເຫັນ ວຽກງານຮັບປະກັນຄວາມປອດ ໄພ ຂອງຍານພາຫະນະ ແລະ ການຈັດສັນກໍາລັງພົນທີ່ຈະເຂົ້າ ຮ່ວມເຝິກຊ້ອມ, ລວມເຖິງການ ມອບໝາຍໜ້າທີ່ຮັບຜິດຊອບໃຫ້ແຕ່ລະພາກສ່ວນມີຄວາມສອດ ຄ່ອງ ແລະ ແທດເໝາະກັບຕົວ ຈິງ, ມາຮອດປັດຈຸບັນ ແຕ່ລະໜ້າ ວຽກແມ່ນມີຄວາມພ້ອມຫຼາຍ ກວ່າ 80%. ຈາກນັ້ນ, ສະຫາຍ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຄະນະຮັບຜິດຊອບທຸກ ພາກສ່ວນ ທີ່ໄດ້ເອົາໃຈໃສ່ປະຕິ ບັດໜ້າທີ່ຕາມພາລະບົດບາດ ຂອງຕົນໃຫ້ປະສົບຜົນສໍາເລັດ, ພ້ອມທັງກ່າວວ່າ: ການເຝິກ ຊ້ອມກອບກູ້ໄພພິບັດລະຫວ່າງ 3 ກອງທັບ ລາວ, ຫວຽດນາມ ແລະ ກໍາປູເຈຍ ຖືວ່າເປັນຄັ້ງປະ ຫວັດສາດ ໃນການພົວພັນຮ່ວມ ມືຂອງກອງທັບທັງ 3 ປະເທດ, ສະນັ້ນ, ກອງທັບປະຊາຊົນລາວ ໃນນາມເປັນເຈົ້າພາບຈັດການ ເຝິກຊ້ອມ ຈົ່ງພ້ອມກັນເປັນເຈົ້າ ການກະກຽມຄວາມພ້ອມຢ່າງ ຮອບດ້ານ, ໜ້າວຽກໃດທີ່ຍັງບໍ່ ທັນສອດຄ່ອງ, ບໍ່ທັນສໍາເລັດ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ຮິບຮ້ອນປັບປຸງແກ້ໄຂ ແລະ ປະ ຕິບັດໃຫ້ສໍາເລັດທ່ວງທັນກັບ ເວລາຕາມກໍານົດ ເພື່ອເຮັດໃຫ້ ການເຝິກຊ້ອມກອບກູ້ໄພພິບັດ 3 ຝ່າຍ ໃນຄັ້ງນີ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ຮັບໝາກຜົນຢ່າງຈົບງາມ. ໂດຍ: ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ