ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອວຍພອນ ຄະນະຊ່ຽວຊານກອງທັບປົດປ່ອຍປະຊາຊົນຈີນ ປະຈຳ ວິທະຍາຄານ ກົມມະດຳ
ເວລາອອກຂ່າວ: 2022-08-10 09:09:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 134 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ຄະນະ ພັກ-ຄະນະອຳນວຍການ ວິທະຍາ ຄານກົມມະດຳ ນຳພາໂດຍ ສະ ຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວໜ້າການ ເມືອງ ວິທະຍາຄານ ກົມມະດຳ ພ້ອມດ້ວຍຄະນະ, ບັນດາຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ເຂົ້າອວຍພອນ ຄະນະຊ່ຽວ ຊານ ກອງທັບປົດປ່ອຍປະຊາ ຊົນຈີນ ປະຈຳວິທະຍາຄານກົມ ມະດຳ, ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 95 ປີ, ໂດຍມີ ສະຫາຍ ພັນເອກພິ ເສດ ຫວັງ ຕ້າວເສ ຫົວໜ້າຄະ ນະຊ່ຽວຊານກອງທັບປົດປ່ອຍ ປະຊາຊົນຈີນ ປະຈຳວິທະຍາ ຄານ ກົມມະດໍາ ພ້ອມດ້ວຍຄະ ນະໃຫ້ການຕ້ອນຮັບ. ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ໄດ້ກ່າວວ່າ: ການ ເຂົ້າອວຍພອນຄະນະຊ່ຽວຊານ ກອງທັບປົດປ່ອຍປະຊາຊົນຈີນ ໃນຄັ້ງນີ້ເປັນການລະນຶກ ແລະ ຮ່ວມສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປົດປ່ອຍປະຊາຊົນ ຈີນ ຄົບຮອບ 95 ປີ ໃຫ້ມີເນື້ອ ໃນຄວາມໝາຍເລິກເຊິ່ງ, ທັງເປັນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບລະຫວ່າງກອງທັບປະ ຊາຊົນລາວ ແລະ ກອງທັບປົດ ປ່ອຍປະຊາຊົນຈີນ ເວົ້າລວມ, ເວົ້າສະເພາະ ເປັນການຮັດແໜ້ນ ຄວາມສາມັກຄີ ລະຫວ່າງ ຄະນະ ພັກ-ຄະນະບັນຊາ ວິທະຍາຄານ ກົມມະດໍາ ກັບ ຄະນະຊ່ຽວຊານ ກອງທັບປົດປ່ອຍປະຊາຊົນຈີນ ທີ່ມາປະຕິບັດໜ້າທີ່ຢູ່ ວິທະຍາ ຄານໃຫ້ນັບມື້ແໜ້ນແຟ້ນເລິກ ເຊິ່ງ. ໂອກາດນີ້, ສະຫາຍ ພັນເອກ ພິເສດ ຫວັງ ຕ້າວເສ ໄດ້ສະແດງ ຄວາມຂອບໃຈ ມາຍັງຄະນະ ພັກ-ຄະນະອຳນວຍການວິທະຍາ ຄານກົມມະດໍາ ທີ່ເຫັນໄດ້ຄວາມ ໝາຍສຳຄັນຂອງວັນສ້າງຕັ້ງ ກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 95 ປີ, ພ້ອມທັງໄດ້ກ່າວ ວ່າ: ສາຍພົວພັນຂອງສອງປະ ເທດ ກໍຄືສອງກອງທັບ ລາວ-ຈີນ ນັບມື້ຍິ່ງເພີ່ມທະວີຢ່າງຮອບ ດ້ານ, ກອງທັບປົດປ່ອຍປະຊາ ຊົນຈີນ ຍາມໃດກໍໄດ້ໃຫ້ຄວາມ ສໍາຄັນ ແລະ ໃຫ້ການຊ່ວຍເຫຼືອ ແກ່ກອງທັບປະຊາຊົນລາວ ເປັນ ຕົ້ນແມ່ນທາງດ້ານໂຄງການຫຼັກ ສູດການຮຽນ-ການສອນ, ອຸປະ ກອນຮັບໃຊ້ສຳລັບການຮຽນ ການສອນ, ຊຸກຍູ້ການກໍ່ສ້າງວິ ທະຍາໄລການທະຫານ ແລະ ການຊ້ອມຮົບ ເພື່ອພັດທະນາບຸກ ຄະລາກອນ ໃຫ້ນັບມື້ມີຄວາມຮູ້ ຄວາມສາມາດສູງຂຶ້ນ, ພ້ອມກັນ ນັ້ນ, ກໍໄດ້ຮ່ວມມືກັນຮັກສາ ຄວາມປອດໄພ ແລະ ສະຖຽນ ລະພາບຕາມຊາຍແດນ ໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ. ໂດຍ: ບຸນເກີດ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ