ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍົກສູງບົດບາດ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດ ໃຫ້ແກ່ກໍາລັງ ປກສ
ເວລາອອກຂ່າວ: 2022-08-09 08:40:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ວັນທີ 8 ສິງຫາ 2022 ນີ້. ຢູ່ສະໂມສອນສູນຮັບຕ້ອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມຍົກສູງບົດບາດ ແລະ ການເຄື່ອນໄຫວຂອງສະພາ ແຫ່ງຊາດ ໃຫ້ແກ່ກໍາລັງປ້ອງກັນ ຄວາມສະຫງົບ. ໂດຍການເປັນປະ ທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ ປະທານສະພາ ແຫ່ງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງປ້ອງ ກັນປະເທດ-ປ້ອງກັນຄວາມສະ ຫງົບ, ປະທານກໍາມາທິການປກຊ-ປກສ, ພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ຮອງປະທານສະພາ ແຫ່ງຊາດ ໄດ້ເຜີຍແຜຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອ ທີ 3 ຂອງສະພາແຫ່ງຊາດ ຊຸດທີ IX; ເຜີຍແຜ່ບາງມາດຕາ ຂອງ ກົດໝາຍ ວ່າດ້ວຍສະພາແຫ່ງ ຊາດ ( ສະບັບປັບປຸງ ) ແລະ ກົດ ໝາຍວ່າດ້ວຍການປັບປຸງບາງ ມາດຕາຂອງກົດໝາຍສະພາ ແຫ່ງຊາດ ແລະ ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງທີ່ພົວ ພັນເຖິງ ພາລະບົດບາດ, ສິດ, ໜ້າ ທີ່ ແລະ ການເຄື່ອນໄຫວຂອງສະ ພາແຫ່ງຊາດ. ພ້ອມນັ້ນ, ສະຫາຍ ພົນຕີ ປອ ວົງສັກ ພັນທະວົງ ປະ ທານກໍາມາທິການ ປກຊ-ປກສ ໄດ້ ເຜີຍແຜ່ມະຕິຂອງຄະນະ ປະຈໍາ ສະພາແຫ່ງຊາດວ່າດ້ວຍການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງກໍາ ມາທິການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ມະຕິຂອງ ຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະຕິບັດນະໂຍບາຍ ຕໍ່ນັກງານ-ນັກຮົບ ໃນກຳລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ເຜີຍແຜ່ຂໍ້ຕົກລົງຮ່ວມວ່າດ້ວຍ ການປະສານງານລະຫວ່າງ ກໍາມາທິການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ພາຫ່ງຊາດ ຊຸດທີ IX ແລະ ຄະນະປະສານງານ ຂອງກະຊວງປ້ອງກັນປະທດ, ຈາກນັ້ນ, ສະຫາຍ ພົນຈັດຕະວາ ປອ ມາລາ ວິລະຈິດ ຮອງປະທານ ກໍາມາທິການ ປກຊ-ປກສ ກໍໄດ້ ເຜີຍແຜ່ບົດສະຫຼຸບຕີລາຄາໂດຍ ສັງເຂບກ່ຽວກັບຜ່ານການເຄື່ອນ ໄຫວຈັດຕັ້ງການປະສານງານ ໄລຍະ 5 ປີ ຜ່ານມາ ( 2016 2020 ) ແລະ ກໍານົດທິດທາງ ແຜນການ 5 ປີ ( 2021-2025) ແລະ ຕາງໜ້າກຳມາທິການ ປ້ອງກັນຊາດປ້ອງກັນຄວາມ ສະຫງົບ ສະພາແຫ່ງຊາດ ຊຸດທີ IX ກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງ ຊາດ ຄະນະປະທານໄດ້ຕັ້ງຄໍາ ຖາມເຈາະຈີ້ມ ເພື່ອໃຫ້ບັນດາຜູ້ ແທນກອງປະຊຸມ ໄດ້ປະກອບ ຄໍາເຫັນ, ສອບຖາມບັນຫາທີ່ ມີຄວາມສົນໃຈ ແລະ ບໍ່ທັນຈະ ແຈ້ງ. ໃນກອງປະຊຸມຍັງ ໄດ້ຮັບ ຟັງການໂອ້ລົມຂອງປະທານສະ ພາແຫ່ງຊາດຕື່ມອີກ. ໂດຍ: ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ