ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທິມເພດຊາຍ ກອງພົນທີ 2 ຍາດໄດ້ລາງວັນທີ 1 ໃນການແຂ່ງຂັນກີລາຍິງປືນ
ເວລາອອກຂ່າວ: 2022-08-09 08:33:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



ວັນທີ 30 ກໍລະກົດ 2022 ນີ້, ສະຫາຍ ພົນຈັດຕະວາ ວຽງ ແກ້ວ ສີສຸລາດ ໄດ້ນໍາພາທິມນັກ ກີລາຍິງປືນຂອງຕົນເຂົ້າຮ່ວມ ການແຂ່ງຂັນກີລາຍິງປືນມິດ ຕະພາບ ຊິງຂັນປະທານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ ທີ່ສະໜາມຫັດ ແອບຍິງປືນ ໂຮງຮຽນ ປກສ ຊັ້ນ ຕົ້ນເລກ2 ແຂວງໄຊຍະບູລີ. ການເຂົ້າຮ່ວມສ້າງຂະບວນ ການໃນຄັ້ງນີ້, ແມ່ນເປັນການ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງກອງທັບ ແລະ ເພື່ອເຮັດໃຫ້ພະນັກງານການນໍາ ໄດ້ທົບທວນການນໍາໃຊ້ອາວຸດ ໃຫ້ມີຄວາມສໍານີສໍານານ ໃນ ການປ້ອງກັນຕົວ ແລະ ແກ້ໄຂກໍລະ ນີສຸກເສີນ ໃຫ້ມີປະສິດທິຜົນສູງ ທັງເປັນການຮັດແໜ້ນຄວາມ ສາມັກຄີ ແລະ ການແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ພ້ອມ ກັນພັດທະນາສີມືຂອງຕົນໃຫ້ ດີຂຶ້ນເລື້ອຍໆ. ການແຂ່ງຂັນໃນ ຄັ້ງນີ້ແບ່ງອອກເປັນ 02 ປະ ເພດຄື: ປະເພດປືນກົນມື ( AK ) ໄລຍະຍິງ 100 ແມັດ ແລະ ປະເພດ ປືນສັ້ນ ( K-54 ) ໄລຍະຍິງ 25 ແມັດ ທິມເພດຊາຍກອງພົນທີ 2 ສາມາດຍາດໄດ້ລາງວັນທີ 1 ປະ ເພດປືນກົນມື ( AK ) ແລະ ທິມເພດຍິງຍາດໄດ້ລາງວັນທີ 3 ປະ ເພດປືນສັ້ນ ( K- 54 ). ໂດຍ: ຄໍາຮັກ ໄຊວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ