ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 605 ຈັດພິທີມອບກາລະນຶກ 70 ປີກອງທັບ
ເວລາອອກຂ່າວ: 2019-02-06 09:36:18 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໃນວັນທີ 8 ມັງກອນ 2019 ຜ່ານມານີ້, ກອງພັນໃຫຍ່ 605 ໄດ້ຈັດພິທີມອບຫລຽນກາລະນຶກ 70 ປີຂອງກອງທັບໃຫ້ພະນັກ ງານ-ນັກຮົບ ຜູ້ທີ່ມີຜົນງານປະ ກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ໂດຍການ ເຂົ້າຮ່ວມຂອງ ທ່ານ ພົນຈັດ ຕະວາ ວົງແກ້ວ ວົງພິລາ ຫົວ ໜ້າກົມປືນໃຫຍ່ຫນ້າດິນ, ກົມ ໃຫຍ່ເສນາທິການກອງທັບ, ມີຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນ ພະນັກງານ-ນັກຮົບເຂົ້າຮ່ວມ ຢ່າງພ້ອມພຽງ. ພັນໂທ ບົວຄຳ ສາມາວົງ ຄະ ນະພັກ, ຮອງຫົວໜ້າການເມືອງ ກອງພັນໃຫຍ່ 605 ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງລັດຖະມົນຕີກະ ຊວງປ້ອງກັນປະເທດວ່າດ້ວຍ ການມອບຫລຽນກາລະນຶກ 70 ປີ ຂອງກອງທັບປະຊາຊົນລາວ ໃຫ້ແກ່ພະນັກງານ-ນັກຮົບຜູ້ທີ່ມີ ຜົນງານຈຳນວນ 408 ສະຫາຍ ໂດຍການມອບຂອງ ພັນເອກ ຄຳເພົ້າ ອິນທະວົງ ຫົວໜ້າການ ເມືອງກອງພັນໃຫຍ່ 605.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ