ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປຶກສາຫາລືວາງແຜນການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງ 3 ກອງທັບ
ເວລາອອກຂ່າວ: 2022-08-04 09:02:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:



ຕອນເຊົ້າວັນທີ 3 ສິງຫານີ້, ຢູ່ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດ ກອງປະຊຸມວາງແຜນການເຝິກ ຊ້ອມກອບກູ້ໄພພິບັດຮ່ວມລະ ຫວ່າງ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ) ຄັ້ງທີ 2, ຝ່າຍລາວນຳໂດຍ ພັນເອກ ປາດຖະໜາ ບຸດທິຈັກ ຮອງຫົວ ໜ້າຫ້ອງການກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ຝ່າຍຫວຽດນາມ ນຳໂດຍ ພົນຕີ ຢວນ ທ້າຍດືກ ຫົວໜ້າກົມກວດ ກູ້ໄພພິບັດ ກອງທັບປະຊາຊົນ ຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ພົນຕີ ແປນ ໂຊະກຣິດ ທິເຍຍ ຫົວໜ້າຫ້ອງການເສນາ ທິການລວມ ກອງທັບຣາຊະອາ ນາຈັກກຳປູເຈຍ, ມີບັນດານາຍ ທະຫານ, ວິຊາການທັງສາມຝ່າຍ ເຂົ້າຮ່ວມ. ສະຫາຍ ພັນເອກ ປາດຖະໜາ ບຸດທິິຈັກ ໄດ້ກ່າວເປີດກອງປະຊຸມ ແລະ ສະແດງຄວາມຍິນດີຕ້ອນ ຮັບບັນດາຄະນະຜູ້ແທນ ພ້ອມທັງ ສະເໜີຈຸດປະສົງຂອງການຈັດ ການເຝິກຊ້ອມກອບກູ້ໄພພິບັດໃນຄັ້ງນີ້ກໍເພື່ອເປັນການເພີ່ມທະວີ ການພົວພັນຮ່ວມມືທາງດ້ານ ການກອບກູ້ໄພພິບັດຮ່ວມ 3 ກອງທັບ ໃຫ້ນັບມື້ນັບມີຄວາມ ເຂັ້ມແຂງ ແລະ ຕອບໂຕ້ໄພພິບັດ ເກີດຂຶ້ນໄດ້ຢ່າງທັນການ. ເປັນ ການເຝິກຊ້ອມ, ການແລກປ່ຽນ ບົດຮຽນປະສົບການຮ່ວມມືທາງ ດ້ານວິຊາສະເພາະ, ເພື່ອຍົກລະ ດັບຄວາມຮູ້ ຄວາມສາມາດ ໃຫ້ມີ ຄວາມຊໍານິຊໍານານສ້າງໄດ້ພະ ນັກງານ-ນັກຮົບຂອງແຕ່ລະກອງ ທັບມີຄວາມສາມາດໃນການປະ ສານສົມທົບໃນການກຽມພ້ອມ ກອບກູ້ໄພພິບັດຮ່ວມກັນໃນສະ ເພາະໜ້າ ແລະ ອະນາຄົດຂອງທັງ 3 ກອງທັບ. ຍັງເປັນການເສີມສ້າງ ຄວາມສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈ, ທັງເປັນການແລກ ປ່ຽນດ້ານສີລະປະ-ວັນນະຄະດີ, ກີລາກາຍະກໍາ, ຮີດຄອງປະເພນີ ແລະ ວັດທະນະທຳຂອງຊາດ. ການເຝິກຊ້ອມໃນຄັ້ງນີ້ປະ ກອບ ມີ 3 ພາກໃຫຍ່ ຄື: ຊອກຄົ້ນ ກອບກູ້ຜູ້ປະສົບໄພທາງນໍ້າມີຂັ້ນ ຕອນ ຄື: ຊອກຄົ້ນ-ກອບກູ້ຜູ້ປະ ສົບໄພທີ່ຈົມຢູ່ໃຕ້ນໍ້າດ້ວຍໜ່ວຍ ຕ້ານ, ກອບກູ້ ແລະ ຍົກຍ້າຍເອົາ ຜູ້ທີ່ຕົກຄ້າງຢູ່ບ້ານເຮືອນ ແລະ ເກາະດອນ, ກອບກູ້ເອົາຜູ້ທີ່ຕົກ ຄ້າງຢູ່ຈຸດຕ່າງໆທີ່ເຮືອເຂົ້າເຖິງ ດ້ວຍເຮືອບິນ. ຊອກຄົ້ນກອບກູ້ ຜູ້ປະສົບໄພທາງອາກາດມີຂັ້ນ ຕອນ ຄື: ນຳສົ່ງໜ່ວຍຊອກຄົ້ນ ດ້ວຍເຮືອບິນເຂົ້າໄປເຂດທຸລະ ກັນດານທີ່ບໍ່ອາດເຂົ້າໄປໄດ້ດ້ວຍ ທາງບົກ ແລະ ທາງນໍ້າ, ນໍາສົ່ງ ຄົນເຈັບໜັກດ້ວຍຍົນໄປໂຮງໝໍ ແນວຫຼັງ, ໜ່ວຍແພດສຸກເສີນ ປະຖົມພະຍາບານຜູ້ບາດເຈັບ ຢູ່ທ່າເຮືອ ແລະ ຈັດສົ່ງໄປໂຮງ ໝໍພາກສະໜາມ. ຊອກຄົ້ນ-ກອບກູ້ຜູ້ປະສົບໄພ ທາງບົກມີຂັ້ນຕອນຄື: ຊອກຄົ້ນ ຜູ້ປະສົບໄພທີ່ດິນຕົມທັບຖົມ ດ້ວຍໜ່ວຍກູ້ໄພ, ຊອກຄົ້ນ-ກອບ ກູ້ຜູ້ປະສົບໄພທີ່ຖືກອາຄານທັບ ຖົມດ້ວຍໜ່ວຍກູ້ໄພ, ໜ່ວຍແພດ ສຸກເສີນປະຖົມພະຍາບານຜູ້ ບາດເຈັບ ແລະ ຈັດສົ່ງໄປໂຮງ ໝໍພາກສະໜາມດ້ວຍລົດ, ນໍາໃຊ້ ໜ່ວຍກອບກູ້ເຂົ້າຊ່ວຍເຫຼືອຜູ້ຖືກ ສານພິດ, ນໍາໃຊ້ໜ່ວຍກວດກາ ເຄມີເຂົ້າໄປກວດກາໃນເຂດທີ່ ສົງໄສວ່າມີສານເຄມີຮົ່ວໄຫຼ, ນຳໃຊ້ຜູ້ວິເຄາະເຄມີວິເຄາະຊອກ ຫາຊະນິດເຄມີ ທີ່ຮົ່ວໄຫຼເພື່ອຫາ ວິທີແກ້ໄຂໃຫ້ທັນເວລາ, ນໍາໃຊ້ ໜ່ວຍລົບລ້າງປະຕິບັດລົບລ້າງຜູ້ ຖືກສານເຄມີ ແລະ ມອບສົ່ງໃຫ້ ໜ່ວຍແພດປິ່ນປົວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ