ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ ວສ-ປສ ການທະຫານອວຍພອນພະນັກງານບຳນານ
ເວລາອອກຂ່າວ: 2019-02-05 10:23:38 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ໃນວັນທີ 30 ມັງກອນ 2019 ຜ່ານມານີ້, ທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການ ທະຫານພ້ອມດ້ວຍຄະນະໄດ້ນຳ ເອົາກະຕ່າຂອງຂວັນໄປອວຍ ພອນ ທ່ານ ບຸນຊູ ສີໄພງາມ ອະດິດ ຮອງຜູ້ບັນຊາການກອງຟ້າງຸ່ມ ວຽງຈັນ, ພະນັກງານບຳນານຢູ່ ບ້ານຫ້ວຍຄຳ ເມືອງສັງທອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ. ໂອກາດອວຍພອນຄັ້ງນີ້ທ່ ານພົນ ຈັດຕະວາ ວຽງໄຊ ສົມວິຈິດ ກໍໄດ້ນຳເອົາກະຕ່າຂອງຂວັນ ແລະ ຄຳຢື້ຢາມຖາມຂ່າວເຖິງຄວາມສຸກທຸກຂອງ ທ່ານ ບຸນຊູ ສີໄພງາມ ເຊິ່ງທ່ານເປັນຄົນໜຶ່ງທີ່ໄດ້ສຸມສະຕິປັນຍາເຂົ້າໃນການ ປະຕິວັດຕໍ່ສູ້ປົດປ່ອຍຊາດຍາດ ເອົາເອກະລາດມາສູ່ປະເທດ ແລະ ປະຊາຊົນ ແລະ ປະກອບສ່ວນ ເຂົ້າໃນການກໍ່ສ້າງກໍຄືກອງທັບ ແຕ່ຕົ້ນຕະຫຼອດປາຍທີ່ມີຜົນງານຄຸນງາມຄວາມດີພ້ອມທັງກ່າວ ຄຳອວຍພອນໃຫ້ທ່ານຈົ່ງມີສຸຂະ ພາບເຂັ້ມແຂງ, ມີພະລານາໄມທີ່ສົມບູນມີຄວາມຜາສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວ. ໂດຍ: ນາງ ມົນລະດີ ນາມປ້ອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ