ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນແມ່ຍິງເມືອງທ່າພະບາດ ເຂົ້າອວຍພອນໂຮງຮຽນ 301
ເວລາອອກຂ່າວ: 2019-02-05 10:20:38 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 379584323 | ຄວາມນິຍົມ:



ໃນວັນທີ 28 ມັງກອນ 2019 ຜ່ານມານີ້ ສະຫະພັນແມ່ຍິງເມືອງ ທ່າພະບາດ ໄດ້ເຂົ້າອວຍພອນ ໂຮງຮຽນ 301 ໃນໂອກາດວັນ ສ້າງຕັ້ງກອງທັບຄົບຮອບ 70 ປີ ເຊິ່ງນຳໂດຍ ທ່ານ ນາງ ສອນ ຄຳ ອິນທະວົງໄຊ ຄະນະບໍລິຫານ ງານສະຫະພັນແມ່ຍິງແຂວງບໍລິ ຄຳໄຊ ວ່າການປະທານສະຫະພັນ ແມ່ຍິງເມືອງທ່າພະບາດ ພ້ອມ ດ້ວຍຄະນະເຂົ້າອວຍພອນໃນຄັ້ງ ນີ້ ເພື່ອເປັນການຜູກແໜ້ນຄວາມ ສາມັກຄີລະຫວ່າງແມ່ຍິງເມືອງ ທ່າພະບາດ ກັບ ໂຮງຮຽນ 301 ໃນໂອກາດດັ່ງກ່າວ ພັນໂທ ຄຳ ເຫຼັກ ເພັດສີສົມພູ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮຽນ 301 ໄດ້ສະແດງຄວາມຂອບອົກ ຂອບໃຈມາຍັງຄະນະສະຫະພັນ ແມ່ຍິງເມືອງທ່າພະບາດທີ່ເສຍ ສະຫຼະເວລາອັນມີຄຸນຄ່າຂອງ ທ່ານເຂົ້າມາອວຍພອນໂຮງຮຽນ ພວກເຮົາ, ຈາກນັ້ນສະຫາຍຍັງ ຖືໂອກາດນີ້ອວຍພອນແດ່ປະ ທານສະຫະພັນແມ່ຍິງເມືອງທ່າ ພະບາດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຮັກສາຄວາມສາມັກຄີຮັກ ແພງກັນໃຫ້ສົມກັບຄຳວ່າກອງ ທັບກັບປະຊາຊົນຄືປາກັບນໍ້າທີ່ບໍ່ ມີວັນຕັດແຍກອອກຈາກກັນໄດ້. ໂດຍ: ແກ້ວວິງວອນ ສຸມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ