ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນເຂົ້າອວຍພອນກອງບັນຊາການທະຫານແຂວງຫຼວງພະບາງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-05 09:36:37 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ໃນເດືອນມັງກອນ 2019 ຜ່ານມານີ້ ຢູ່ທີ່ສະໂມສອນກອງ ບັນຊາການທະຫານແຂວງຫຼວງ ພະບາງ ໄດ້ມີບັນດາສະຖາບັນ, ບໍລິສັດຫ້າງຮ້ານ ແລະ ບັນດາ ຫົວໜ່ວຍທຸລະກິດພາຍໃນເທດ ສາບານແຂວງ ໄດ້ນໍາເອົາກະຕ່າ ຂອງຂວັນ ແລະ ວັດຖຸປັດໄຈເຂົ້າ ອວຍພອນກອງບັນຊາການທະ ຫານແຂວງຫຼວງພະບາງ ເນື່ອງ ໃນໂອກາດສະເຫຼີມສະຫຼອງວັນ ສ້າງກອງທັບປະຊາຊົນລາວຄົບ ຮອບ 70 ປີ(20/1/1949 -20/ 1/2019) ໂດຍການຕ້ອນຮັບ ຈາກທ່ານພົນຈັດຕະວາ ບຸນຊູ ດວງຄໍາມີ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ ແລະ ທ່ານ ພົນຈັດຕະວາ ຄໍາຫລ້າ ວົງວິໄລ ກໍາມະການພັກແຂວງຫົວໜ້າ ການທະຫານ, ພ້ອມດ້ວຍຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງ ແລະ ບັນດາ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ແຕ່ລະພາກສ່ວນກໍໄດ້ນໍາເອົາ ວັດຖຸປັດໄຈ ແລະ ກະຕ່າຂອງຂວັນ ຕ່າງໆ ເຊິ່ງປະກອບມີສະຫະ ກອນສິນເຊື່ອ ແລະ ເງິນຝາກປະ ຢັດແຂວງຫຼວງພະບາງ ໄດ້ນໍາ ເອົາເຄື່ອງອຸປະໂພກ-ບໍລິໂພກມູນ ຄ່າ 1.200.000 ກີບ, ທ່ານ ຈັນທີ ອິນທິສັກ ປະທານບໍລິສັດວິລະໄຊ ກໍ່ສ້າງເຄຫາສະຖານຈໍາກັດມອບ ເງິນສົດຈໍານວນ 20.000.000 ກີບ, ມະຫາວິທະຍາໄລສຸພານຸວົງ ເງິນສົດ 1.000.000 ກີບ, ບໍລິສັດ ພັນທະມິດເງິນສົດ 20.000.000 ກີບ, ສະຖາບັນຈຸລະພາກສາຍ ເໜືອ 10.000.000 ກີບ, ບໍລິ ສັດໄຟຟ້າ 3.000.000 ກີບ, ບໍລິ ສັດ ອີທີແອວ, ບໍລິສັດຢູນີເທວ, ບໍລິສັດສະຕາໂທລະຄົມ, ພະແນກ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ລັດວິສະຫະກິດໄປ ສະນີ, ໃນພິທີ ທ່ານ ພົນຈັດຕະວາ ບຸນຊູ ດວງຄໍາມີ ຫົວໜ້າການ ເມືອງ ໄດ້ຕາງໜ້າກ່າວສະແດງຄວາມຂອບອົກຂອບໃຈ, ຮູ້ບຸນ ຄຸນຢ່າງສູງ ແລະ ອວຍພອນໃຫ້ ພາກສ່ວນດັ່ງກ່າວຈົ່ງມີສຸຂະ ພາບເຂັ້ມແຂງ, ມີພາລະນາໄມ ສົມບູນ ຍາມໃດກໍໄດ້ເອົາໃຈໃສ່ ຊຸກຍູ້ຊ່ວຍເຫລືອກອງບັນຊາການ ທະຫານແຂວງຕະຫຼອດມາເພື່ອ ເຮັດໃຫ້ກົມກອງນັບມື້ເຕີບໃຫຍ່ ເຂັ້ມແຂງ ສາມາດເຮັດສໍາເລັດໜ້າ ທີ່ການເມືອງ ກໍຄືການປະຕິບັດ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະ ສືບຕໍ່ເຮັດໜ້າທີ່ປົກປັກຮັກສາ ຂອບເຂດຮັບຜິດຊອບໃຫ້ມີຄວາມ ສະຫງົບປອດໄພ ເພື່ອເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນບັນ ດາເຜົ່ານັບມື້ນັບດີຂຶ້ນເທື່ອລະ ກ້າວ. ໂດຍ: ວັນນະແສງ ຄຸນທະຈັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ