ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍກົມກອງຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2019-02-05 09:33:54 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນທ້າຍເດືອນມັງກອນ 2019 ນີ້, ກອງບັນຊາການທະຫານ ເມືອງໂພນໂຮງ, ກອງຮ້ອຍທະ ຫານຊາຍແດນ 115 ທະຫານ ແຂວງຜົ້ງສາລີ, ກອງບັນຊາການ ທະຫານເມືອງສໍາພັນ, ກອງບັນ ຊາການທະຫານເມືອງລ້ອງແຈ້ງ ແລະ ກອງບັນຊາການທະຫານ ເມືອງວັງວຽງ ໄດ້ຈັດພິທີສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ເຊິ່ງຢູ່ແຕ່ ລະແຫ່ງມີເລຂາພັກເມືອງ, ມີຄະ ນະພັກ-ຄະນະບັນຊາ, ອໍານາດ ການປົກຄອງທ້ອງຖິ່ນ, ນ້ອງ ນ້ອຍເຍົາວະຊົນ, ນັກຮຽນ-ນັກ ສຶກສາຕະຫຼອດຮອດມວນຊົນ ຊາວອ້ອມຂ້າງແຕ່ລະກົມກອງ ເຂົ້າຮ່ວມຈຳນວນຫຼວງຫຼາຍຢູ່ ແຕ່ລະແຫ່ງແມ່ນໄດ້ທົບທວນ ຫວນຄືນເຖິງປະຫວັດມູນເຊື້ອ, ຄວາມໝາຍຄວາມສຳຄັນຂອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວກ່ອນໜ້ານີ້ 70 ປີ ພາຍໃຕ້ ການນໍາພາຂອງພັກປະຊາຊົນ ລາວທີ່ວາງແນວທາງສົງຄາມປະ ຊາຊົນ ແລະ ກໍ່ສ້າງກໍາລັງປະກອບ ອາວຸດປະຊາຊົນ ທັງຈັດຕັ້ງນໍາພາ ພາລະກິດປະຕິວັດ ໂດຍສອດຄ່ອງ ກັບສະພາບການ ແລະ ເງື່ອນໄຂ ຂອງການປະຕິວັດລາວ ໃນແຕ່ລະ ໄລຍະເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ພາລະກິດຕໍ່ສູ້ຍາດເອົາຄວາມເປັນ ເອກະລາດຂອງຊາດນັ້ນ, ກອງ ລາດຊະວົງໄດ້ຮັບການສ້າງຕັ້ງ ຂຶ້ນວັນທີ 20 ມັງກອນ 1949 ຢູ່ ເຂດລາວຮຸ່ງພຽງສາ ເມືອງຊຽງ ຄໍ້ ແຂວງຫົວພັນ ໂດຍແມ່ນປະ ທານ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ. ນັບແຕ່ນັ້ນ ມາກອງທັບເຮົາໄດ້ ເຄື່ອນໄຫວໂຄສະນາຂົນຂວາຍ ປະຊາຊົນບັນດາເຜົ່າເຂົ້າຮ່ວມ ການປະຕິວັດລາວ, ທັງປັບປຸງກໍ່ສ້າງກຳລັງທັງຕໍ່ສູ້ຕ້ານອິດທິກຳ ລັງປໍລະປັກຈັກກະພັດຕ່າງດ້າວ ທັງເກົ່າ ແລະ ໃໝ່ຢ່າງອົງອາດ ກ້າຫານຈົນສາມາດຍາດເອົາໄຊ ຊະນະອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊາດ ແລະ ສະຖາປະນາຂຶ້ນເປັນ ປະເທດ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຢ່າງສະ ຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາກອງທັບ ເຮົາກໍໄດ້ປະຕິບັດສອງໜ້າທີ່ຍຸດ ທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງປັບປຸງກໍ່ສ້າງກຳລັງທັງເຝິກ ແອບຮໍ່າຮຽນການເມືອງ, ການ ທະຫານ, ວິຊາສະເພາະເຕັກນິກ, ທັງເພີ່ມພູນຜະລິດຜົນປູກຝັງ- ລ້ຽງສັດ, ປັບປຸງສະຖານທີ່ຄ້າຍ ຄູ, ສ້າງເສດຖະກິດເພື່ອແກ້ໄຂຊີ ວິດການເປັນຢູ່ຂອງກົມກອງໃຫ້ ນັບມື້ມີຄວາມກ້າວໜ້າໃຫ້ກາຍ ເປັນກອງທັບທີ່ມີແບບແຜນທັນ ສະໄໝ. ພ້ອມນີ້ບາງກົມກອງກໍ ໄດ້ມີການປະດັບຫຼຽນໄຊແຮງ ງານໃຫ້ກົມກອງລວມໝູ່,ບຸກ ຄົນທີ່ໄດ້ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ແລະ ໄດ້ຮັບຊົມການສະແດງສິລະປະ- ວັນນະຄະດີອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ