ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສະຫວັນນະເຂດ ຈັດພິທີສົ່ງຊາວໜຸ່ມຊາຍສະກັນຜູ້ທີ່ສະໝັກໃຈເຂົ້າຮັບໃຊ້ຊາດປະຈຳປີ 2018
ເວລາອອກຂ່າວ: 2019-02-04 11:00:18 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



v ໃນວັນທີ 23 ຫາ 25 ມັງກອນ 2019 ຜ່ານມາ ຢູ່ທີ່ສະ ໂມສອນກອງບັນຊາການແຂວງ ສະຫວັນນະເຂດ ໄດ້ຈັດພິທີສົ່ງ ບັນດາຊາວໜຸ່ມຊາຍສະກັນຜູ້ທີ່ ສະໝັກໃຈເຂົ້າຮັບໃຊ້ຊາດປະຈຳ ປີ 2018, ໂດຍການເປັນປະທານ ຂອງ ພັນໂທ ຄຳເພັດ ສຸລິຍະວົງ ຄະນະພັກ-ຫົວໜ້າຫ້ອງເສນາທິ ການກອງບັນຊາການທະຫານ ແຂວງສະຫວັນນະເຂດ, ມີຄະນະ ອະນຸກຳມະການຮັບຜິດຊອບ ຈາກກົມກຳລັງພົນກະຊວງປ້ອງ ກັນປະເທດ ແລະ ພະແນກການທີ່ ກ່ຽວຂ້ອງຕະຫຼອດຮອດບັນດາ ຊາວໜຸ່ມຊາຍສະກັນຜູ້ທີ່ສະໝັກ ໃຈເຂົ້າຮັບໃຊ້ຊາດເຂົ້າຮ່ວມ. ໃນພິທີ ພັນໂທ ຄຳເພັດ ສຸລິຍະວົງ ຕາງໜ້າຄະນະການນຳ ກອງບັນຊາການໄດ້ຂຶ້ນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ບັນດາຊາວ ໜຸ່ມຊາຍສະກັນຜູ້ທີ່ສະໝັກໃຈ ເຂົ້າຮັບໃຊ້ຊາດໃນຄັ້ງນີ້, ກ່ອນ ອື່ນທ່ານຍັງໄດ້ສະແດງຄວາມ ຊົມເຊີຍ ແລະ ເນັ້ນໜັກໃຫ້ຊາວ ໜຸ່ມຊາຍສະກັນທຸກຄົນເມືື່ອໄດ້ເຂົ້າຮັບໃຊ້ຊາດແລ້ວຕ້ອງເອົາໃຈໃສ່ປະຕິບັດກົດລະບຽບວິໄນ ຂອງຖັນແຖວກອງທັບທີ່ກົມ ກອງວາງອອກຢ່າງເຂັ້ມງວດ, ຈົ່ງພ້ອມກັນຕັ້ງໃຈປະຕິບັດໜ້າທີ່, ຟັງຄຳສັ່ງຜູ້ບັນຊາມອບໝາຍໃຫ້ ຈົ່ງເຮັດສຳເລັດທຸກໜ້າທີ່ວຽກ ງານຂອງຕົນຕະຫຼອດໄປໃຫ້ ສົມກັບວ່າຕົນເອງເປັນຜູ້ຮັບໃຊ້ ຊາດຮັບໃຊ້ປະຊາຊົນ ບໍ່ມີແນວຄິດຫຍໍ້ທໍ້ຕໍ່ອຸປະສັກນາໆປະການ ໃນວຽກງານການຈັດຕັ້ງວາງ ອອກ ຈາກນັ້ນກໍໄດ້ມີການກວດ ກາສຸຂະພາບ ແລະ ສຳພາດບັນດາຊາວໜຸ່ມຊາຍສະກັນເພື່ອຮັບ ປະກັນຄຸນະພາບມາດຕະຖານ ໃຫ້ໄດ້ຕາມລະບຽບຂອງກອງ ທັບວາງອອກ. ໃນຕອນທ້າຍກໍໄດ້ຈັດພິທີສົ່ງອ້າຍນ້ອງທະຫານໃໝ່ໃຫ້ສູນຫັດແອບກົມກອງກຳລັງຫຼວງ ແລະ ທ້ອງຖິ່ນພາຍໃນແຂວງຢ່າງ ສົມກຽດ. ໂດຍ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ