ປະເມີນການຄຸ້ມຄອງແຫຼ່ງມໍລະດົກໂລກ ຢູ່ ສປປ ລາວ
ເວລາອອກຂ່າວ: 2018-11-14 09:39:34 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2811 | ຄວາມນິຍົມ: ![]()
ກອງປະຊຸມປະເມີນຜົນ ກ່ຽວ ກັບການຄຸ້ມຄອງແຫລ່ງມໍລະ ດົກໂລກ ຢູ່ ສປປ ລາວ ຂອງສູນ ມໍລະດົກໂລກ ອຸຍແນັດສ໌ໂກ ໄຂຂຶ້ນໃນວັນທີ 9 ພະຈິກ 2018 ທີ່ນະຄອນຫລວງວຽງຈັນ, ໂດຍ ການເປັນປະທານຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະ ມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີບັນດາຕົວແທນຈາກພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງລາຍ ງານການປະເມີນຜົນ ກ່ຽວກັບ ການຄຸ້ມຄອງແຫລ່ງມໍລະດົກ ໂລກ ຢູ່ ສປປ ລາວ ຂອງສູນມໍ ລະດົກໂລກ ອຸຍແນັດສ໌ໂກ ເຊິ່ງ ການປະເມີນຜົນໃນຄັ້ງນີ້, ແມ່ນ ນຳໃຊ້ຄູ່ມືການປະເມີນ ກ່ຽວກັບ ການຄຸ້ມຄອງການທ່ອງທ່ຽວ ແລະ ແຂກທ່ອງທ່ຽວ ຫລື ເອີ້ນ ຊື່ຫຍໍ້ວ່າ: “VT MAT”, ເຊິ່ງ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ເດືອນກັນຍາ ຜ່ານມາ ຢູ່ເມືອງ ມໍລະດົກໂລກ ຫລວງພະບາງ ໂດຍ ທ່ານ Robyn Bushell ແລະ ທ່ານ Peter Debrine ໄດ້ຮ່ວມກັບຫ້ອງການມໍລະດົກ ໂລກ ຫລວງພະບາງ ເຊິ່ງຮ່າງ ບົດລາຍງານດັ່ງກ່າວ ຍັງບໍ່ທັນ ສົມບູນຄົບຖ້ວນຈະຕ້ອງໄດ້ປັບ ປຸງເນື້ອໃນອີກຈຳນວນໜຶ່ງ ເພື່ອ ເປັນຄູ່ມືໃນການຄຸ້ມຄອງ ແລະ ພັດທະນາມໍລະດົກໂລກ ຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ ແລະ ສອດຄ່ອງກັບເນື້ອໃນຈິດ ໃຈຂອງສົນທິສັນຍາສາກົນ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ, ຄາດວ່າ ຈະສຳເລັດການປະເມີນ ຜົນໃນທ້າຍເດືອນພະຈິກນີ້.
ຜ່ານການປະເມີນຕົວຈິງເຫັນ ວ່າ ການຄຸ້ມຄອງ ແລະ ປົກປັກ ຮັກສາສະຖານທີ່ທ່ອງທ່ຽວ, ສິ່ງແວດລ້ອມ, ຊີວະນາໆພັນ, ສິ່ງກໍ່ສ້າງ, ວັດຖຸບູຮານ ແລະ ສະຖານທີ່ບູຮານທີ່ຕ້ອງໄດ້ຮັບ ການປັບປຸງ, ມີບາງສະຖານທີ່ ທ່ອງທ່ຽວແມ່ນຕໍ່າກວ່າມາດຕະ ຖານ, ການຄຸ້ມຄອງຂີ້ເຫຍື້ອຍັງ ຕໍ່າກວ່າມາດຕະຖານ ແລະ ເປັນບັນຫາທີ່ເພີ່ມຂຶ້ນ, ການຄຸ້ມ ຄອງການຈາລະຈອນໃນຕົວ ເມືອງ ແລະ ອ້ອມເມືອງຫລວງ ພະບາງ ຍັງບໍ່ເປັນລະບົບ ເຊິ່ງ ຄູ່ມືປະເມີນການຄຸ້ມຄອງການ ທ່ອງທ່ຽວ ແລະ ແຂກທ່ອງ ທ່ຽວນີ້, ແນໃສ່ປັບປຸງປະສິດ ທິພາບຂອງການຄຸ້ມຄອງການ ທ່ອງທ່ຽວຢູ່ໃນເຂດມໍລະດົກ ໂລກ ແລະ ການນຳໃຊ້ຊັບພະ ຍາກອນຢ່າງມີປະສິດທິພາບໃນ ການປົກປັກຮັກສາຄຸນຄ່າມໍລະ ດົກຢູ່ໃນສະຖານທີ່ມໍລະດົກ ແລະ ອື່ນໆ ເຊິ່ງປະກອບສ່ວນເຂົ້າໃນ ການພັດທະນາແບບຍືນຍົງ.
ໂດຍ: ໂຊກໄຊ
ໄຕແດງເມືອງຄໍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















