ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳກອງພົນທີ 4 ເຂົ້າອວຍພອນບັນດາການນຳທະຫານເຂດ 4 ສສ ຫວຽດນາມ
ເວລາອອກຂ່າວ: 2019-02-04 10:58:30 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນທ້າຍເດືອນ ມັງກອນ 2019 ທີ່ຜ່ານມາ ພັນເອກ ຄຳຍໍ ລິນຊົມພູ ຫົວໜ້າການທະຫານ ກອງພົນທີ 4 ພ້ອມຄະນະໄດ້ນຳ ເອົາກະຕ່າດອກໄມ້, ຂອງຂວັນ ແລະ ເງິນສົດເຂົ້າອວຍພອນ ການນຳທະຫານເຂດ 4 ສສ ຫວຽດນາມ ເຊັ່ນກອງບັນຊາ ການທະຫານເຂດ 4, ກົມເຕັກ ນິກເຂດ 4, ໂຮງງານ 467, ໂຮງຮຽນນາຍທະຫານເຂດ 4 ແລະ ບໍລິສັດໂກເອັກໂກ ສສ ຫວຽດນາມ ເນື່ອງໃນໂອກາດ ບຸນປະເພນີ ຫຼື ບຸນເຕດຂອງຊາວ ຫວຽດນາມໂດຍໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນຂອງບັນ ດາການນຳທະຫານເຂດ 4 ແລະ ໜ່ວຍງານບໍລິສັດເຂົ້າຮ່ວມ. ໃນໂອກາດນີ້ ພັກເອກ ຄຳຍໍ ລິນຊົມພູ ພ້ອມຄະນະຕາງໜ້າ ນາຍ ແລະ ພົນທະຫານກອງ ພົນທີ 4 ສະແດງຄວາມດີອົກດີໃຈ ເນື່ອງໃນໂອກາດບຸນປະເພນີ ຂອງຊາວຫວຽດນາມ ດັ່ງນັ້ນ ການນຳກອງພົນທີ 4 ຂໍອວຍ ພອນໄຊອັນປະເສີດມາຍັງການ ນຳທະຫານເຂດ 4 ພ້ອມທັງ ຄະນະຕະຫຼອດຮອດພະນັກງານ-ນັກຮົບ ແລະ ພະນັກງານກຸ່ມ ບໍລິສັດໂກເອັກໂກ ຈົ່ງມີສຸຂະພາບເຂັ້ມແຂງພ້ອມກັນເຮັດ ສຳເລັດທຸກໜ້າທີ່ວຽກງານທີ່ ພັກ-ລັດມອບໝາຍໃຫ້ພ້ອມກັນ ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງ ແລະ ບໍລິສັດຂອງຕົນໃຫ້ເຕີບ ໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມທັງມອບກະຕ່າຂອງຂວັນ ແລະ ເຄື່ອງອຸປະໂພກ-ບໍລິໂພກ. ໃນໂອກາດດັ່ງກ່າວບັນດາ ການນຳທະຫານເຂດ 4 ໄດ້ຕາງ ໜ້າຄະນະພັກ-ຄະນະບັນຊາ ພະນັກງານການນຳແຕ່ລະຂັ້ນ, ພະນັກງານ-ນັກຮົບທົ່ວກອງບັນ ຊາການທະຫານເຂດ 4 ສະແດງ ຄວາມຂອບໃຈເປັນຢ່າງສູງນໍາ ຄະນະພັກ-ຄະນະບັນຊາກອງ ພົນທີ 4 ພ້ອມຄະນະ, ຕະຫຼອດ ຮອດນາຍ ແລະ ພົນທະຫານ ທົ່ວກອງພົນທີ 4 ຈົ່ງມີສຸຂະພາບ ແຂງແຮງ, ເຮັດສຳເລັດທຸກໜ້າ ທີ່ວຽກງານທີ່ພັກ-ລັດຂັ້ນເທິງ ມອບໝາຍໃຫ້ ແລະ ໃຫ້ຄຳ ໝັ້ນສັນຍາວ່າຈະເຮັດທຸກສິ່ງທຸກ ຢ່າງເພື່ອເພີ່ມພູນຄູນສ້າງຮັດ ແໜ້ນຄວາມສາມັກຄີອັນພິເສດ, ໄມຕີຈິດມິດຕະພາບອັນອົບອຸ່ນ ລະຫວ່າງສອງຊາດສອງກອງ ທັບ ຫວຽດນາມ-ລາວ ກໍຄືການ ນຳທະຫານເຂດ 4 ສສ ຫວຽດ ນາມ ກັບ ກອງພົນທີ 4 ໃຫ້ໝັ້ນ ຄົງທະນົງແກ່ນຕະຫຼອດໄປ. ໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ