ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ວປກ
ເວລາອອກຂ່າວ: 2022-06-30 08:36:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ວັນທີ 23 ມິຖຸນາ 2022, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊ ຍະສຸກ ຫົວໜ້າການເມືອງວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຕ້ອນຮັບການມາ ຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍ ພົນຕີ ຄຣາຍຢຽບ ເດີ ມີຕີຣ ຫົວໜ້າຜູ້ຕາງໜ້າກະຊວງ ປ້ອງກັນປະເທດ ສ ຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ໄດ້ ສະແດງຄວາມຂໍ່ານັບຊົມເຊີຍ ແລະ ຍິນດີຕ້ອນຮັບ ສະຫາຍ ພົນຕີ ຄຣາຍ ຢຽບ ເດີມີຕີຣ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ວປກ ໃນຄັ້ງ ນີ້, ເຊິ່ງເປັນການປະກອບສ່ວນ ອັນສຳຄັນ ເຂົ້າໃນການເພີ່ມ ທະວີການພົວພັນຮ່ວມມືລະ ຫວ່າງ 2 ກອງທັບ ເວົ້າລວມ, ເວົ້າສະເພະ ກໍຄືລະຫວ່າງວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກັບກະຊວງປ້ອງກັນ ປະເທດ ສ ຣັດເຊຍ ໃຫ້ມີຄວາມແໜ້ນແຟ້ນ ແລະ ຈະເລີນງອກ ງາມຂຶ້ນໄປເລື້ອຍໆ. ຈາກນັ້ນ ທັງ ສອງຝ່າຍກໍໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລືກ່ຽວກັບວຽກງານ ການສອນ-ການຮຽນ ແລະ ການ ປະຕິບັດໜ້າທີ່ວຽກງານຂອງຄະນະວິຊາການພາສາ ຣັດເຊຍ ຢູ່ ວປກ, ທັງນີ້ກໍເພື່ອແນ່ໃສ່ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ນາຍທະຫານ ກອງທັບປະຊາຊົນລາວໃຫ້ສູງຂຶ້ນເລື້ອຍໆ. ໂອກາດນີ້, ສະຫາຍ ພົນຕີ ຄໍາ ຫຼ້າ ພັນໄຊຍະສຸກ ຍັງໄດ້ນໍາພາ ສະຫາຍ ພົນຕີ ຄຣາຍຢຽບ ເດີ ມີຕີຣ ພ້ອມດ້ວຍຄະນະລົງຢ້ຽມ ຢາມນັກສຶກສາພາສາ ຣັດເຊຍ ແລະ ຄະນະວິຊາການພາ ສາຣັດ ເຊຍຢູ່ ວປກ ຕື່ມອີກ. ໂດຍ: ພິດະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ