ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະເໜີຮ່າງປັບປຸງກົດໝາຍວ່າດ້ວຍ ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ
ເວລາອອກຂ່າວ: 2022-06-30 08:34:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 234 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອ ທີ 3 ຂອງສະພາແຫ່ງຊາດຊຸດ ທີ IX ໃນວັນທີ 29 ມິຖຸນາ 2022 ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ເຊິ່ງເປັນ ມື້ທີ 13, ພາຍໃຕ້ການ ເປັນ ປະທານຂອງ ທ່ານ ນາງ ສູນ ທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາດ ເຊິ່ງສະມາຊິສະພາແຫ່ງຊາດໄດ້ຄົ້ນຄວ້າ, ພິ ຈາລະນາ ແລະ ປະກອບຄໍາເຫັນ ໃສ່ຮ່າງກົດໝາຍວ່າດ້ວຍການ ສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງ ເຊິ່ງສະເໜີໂດຍ ທ່ານ ມາໄລທອງ ກົມມະສິດ ລັດ ຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານໄດ້ຍົກໃຫ້ເຫັນ ເຖິງຄວາມຈໍາເປັນ ແລະ ສາເຫດ ໃນການປັບປຸງກົດ ໝາຍດັ່ງກ່າວ ພາຍຫຼັງ ກົດໝາຍວ່າດ້ວຍການ ຄຸ້ມຄອງເງິນຕາຕ່າງປະເທດ ນໍາ ໃຊ້ມາແຕ່ປີ 2011 ເປັນຕົ້ນມາ ເຫັນວ່າວິສາຫະກິດຂະໜາດນ້ອຍ ແລະ ກາງເປັນວິສາຫະກິດທີ່ສຳ ຄັນກວມ ເອົາ 99,8 % ຂອງຫົວ ໜ່ວຍທຸລະກິດຢູ່ ສປປ ລາວ. ຢູ່ລາວ ແຕ່ຢ່າງໃດກໍຕາມຕະ ຫຼອດໄລຍະທີ່ຜ່ານມາຍັງມີຫຼາຍ ທຸລະກິດເກີດຂຶ້ນຢ່າງໄວວາ ແລະ ກ້າວກະໂດດ ເຮັດໃຫ້ມີການແຂ່ງ ຂັນກັນສູງແຕ່ຍັງມີລັກສະນະປະ ຖົມປະຖານ, ຂາດເຕັກນິກວິຊາ ການ ແລະ ເງິນທຶນສະນັ້ນ ລັດຖະ ບານ ຈິ່ງໄດ້ຄົ້ນຄວ້າ ແລະ ປັບ ປຸງກົດໝາຍຕ່າງໆ ເພື່ອຊ່ວຍ ຊຸກດັນທຸລະກິດໃຫ້ມີການພັດ ທະນາ ແລະ ເຕີບໃຫຍ່ສາມາດ ແຂ່ງຂັນໄດ້ ເພາະໃນໄລຍະທີ່ ຜ່ານມາເນື້ອໃນຂອງກົດໝາຍ ບໍ່ທັນຮັດກຸມໂດຍສະເພາະການ ແບ່ງຄວາມຮັບຜິດຊອບລະ ຫວ່າງຂະແໜງການ, ສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງ ວິສາຫະກິດຂະໜາດນ້ອຍ ແລະ ກາງການກຳນົດມາດຕະການ ທາງດ້ານບໍລິຫານ ບໍ່ທັນຮັດກຸມ ຄົບຖ້ວນ ການເຄື່ອນໄຫວທຸລະ ກິດຍັງບໍ່ສອດຄ່ອງກັບລະບຽບ ກົດໝາຍ ມີທ່າອ່ຽງເພີ່ມຂຶ້ນສູງ ຕໍ່ເນື່ອງ, ສ້າງແຮງກົດດັນໃຫ້ແກ່ ຫົວໜ່ວຍທຸລະກິດ ຮ່າງກົດໝາຍວ່າດ້ວຍການ ສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງສະບັບປັບປຸງປະ ກອບດ້ວຍ IX ພາກ, 7 ໝວດ, 72 ມາດຕາ ຈາກສະບັບປັດຈຸບັນ ທີ່ ປະກອບມີ IX ພາກ, 5 ໝວດ ແລະ 55 ມາດຕາ ໃນນີ້ໄດ້ຕັດອອກ 6 ມາດຕາ, ປັບປຸງເນື້ອໃນ 30 ມາດຕາ, ເພີ່ມເຂົ້າໃໝ່ 23 ມາດ ຕາ ແລະ ຍ້າຍເນື້ອໃນບາງມາດ ຕາສັບຊ້ອນເຂົ້າກັບມາດຕາອື່ນ ແລະ ຍັງຮັກສາເນື້ອໃນເກົ່າ 7 ມາດຕາ. ພາຍຫຼັງຮ່າງກົດໝາຍວ່າດ້ວຍ ການສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງສະບັບປັບປຸງໄດ້ ຮັບການຮັບຮອງ ແລະ ປະກາດ ໃຊ້ຄາດວ່າຈະມີຜົນດີດັ່ງນີ້: ມີນິ ຕິກຳທີ່ຊັດເຈນ, ລະອຽ ດ, ຈະແຈ້ງ ແລະ ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງຂອງ ປະ ເທດເຮົາໃນປັດຈຸບັນ, ມີຄວາມ ເປັນເອກະພາບ, ເປັນລະບົບ ແລະ ມີປະສິດທິຜົນສູງ, ເຮັດໃຫ້ທຸລະ ກິດຂະໜາດນ້ອຍ ແລະ ກາງມີ ການພັດທະນາ ແລະ ຂະຫຍາຍ ຕົວທັງປະລິມານ ແລະ ຄຸນນະ ພາບ ປະກອບສ່ວນໃຫ້ແກ່ການ ສ້າງວຽກເຮັດງານທຳໃຫ້ແກ່ປະ ຊາຊົນລາວຢ່າງກ້ວາງຂວາງ ແລະ ທົ່ວເຖິງ ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນລາວໃຫ້ດີ ຂຶ້ນເປັນກ້າວໆ ທັງເປັນການຍົກ ລະດັບຄຸນນະພາບການຜະລິດ ສິນຄ້າ ແລະ ການບໍລິການຈະເປັນ ເງື່ອນໄຂພື້ນຖານເຮັດໃຫ້ການ ພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ສາມາດແຂ່ງຂັນ ກັບສາກົນ ແລະ ພາກພື້ນ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ