ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ແລະ ວິທະຍາຄານພະລາທິການ ກອງທັບ ຈັດກອງປະຊຸມພົບປະຖອດຖອນບົດຮຽນ
ເວລາອອກຂ່າວ: 2022-06-30 08:27:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:



ວັນທີ 27 ມິຖຸນາ 2022 ນີ້, ຄະນະນໍາກອງພົນທີ 1 ເຊິ່ງນໍາ ໂດຍ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການ ທະຫານກອງພົນທີ 1 ພ້ອມດ້ວຍ ຄະນະ ໄດ້ຕ້ອນຮັບການມາຢ້ຽມ ຢາມ ແລະ ເຮັດວຽກຖອດຖອນບົດຮຽນຂອງ ສະຫາຍ ພົນຈັດ ຕະວາ ປອ ບົວເຮືອງ ສົມຟອງ ບຸດດາຂັນ ອຳນວຍການວິທະຍາ ຄານພະລາທິການກອງທັບ ພ້ອມ ຄະນະ. ໂດຍປະຕິບັດຕາມທິດທາງ ປັບປຸງກໍ່ສ້າງກອງທັບປະຊາຊົນ ລາວໃຫ້ໜັກແໜ້ນເຂັ້ມແຂງ, ເປັນ ກອງທັບທີ່ມີແບບແຜນ ແລະ ທັນ ສະໄໝຂຶ້ນເທື່ອລະກ້າວ ແລະ ອີງ ຕາມຄວາມເປັນເອກະພາບຂອງ ສອງກົມກອງລະຫວ່າງກອງພົນ ທີ 1 ກັບ ວິທະຍາຄານພະລາທິ ການກອງທັບ, ເພື່ອແລກປ່ຽນບົດຮຽນດ້ານແບບແຜນວິທີເຮັດ ວຽກເຊິ່ງກັນແລະກັນ, ແນໃສ່ປັບ ປຸງກໍ່ສ້າງກົມກອງພ້ອມກັນເຮັດ ສໍາເລັດໜ້າທີ່ອັນມີກຽດສະຫງ່າ ຂອງຕົນ ແລະ ເພື່ອເຮັດໃຫ້ການ ຮ່ວມມືກ້າວເຂົ້າສູ່ລວງເລິກ; ບັນ ລຸໄດ້ໝາກຜົນຕົວຈິງ, ບົນພຶ້ນ ຖານແນວທາງແຜນນະໂຍບາຍ ຂອງພັກ ໜ້າທີ່ການເມືອງຂອງ ກົມກອງ ແລະ ອີງໃສ່ບົດບັນທຶກ ການຮ່ວມມືແຮກສ່ຽວ ເພື່ອເສີມ ຂະຫຍາຍມູນເຊື້ອ, ຄວາມສາ ມັກຄີຮັກແພງ, ພ້ອມກັນກ້າວຂຶ້ນ ສູ່ການເຮັດສໍາເລັດໜ້າທີ່ຢ່າງມີ ຄຸນນະພາບທີ່ດີຂຶ້ນເລື້ອຍໆ. ກອງປະຊຸມຖອນຖອດບົດ ຮຽນສອງຝ່າຍໄດ້ຜັດປ່ຽນກັນ ລາຍງານຫຍໍ້ ສະພາບການເຄື່ອນ ໄຫວຈັດຕັ້ງປະຕິບັດພາລະບົດ ບາດ, ສິດໜ້າທີ່ ຄວາມຮັບຜິດ ຊອບຂອງຕົນ. ພ້ອມດຽວກັນນີ້ ສອງຝ່າຍໄດ້ເຈາະຈິ້ມບັນຫາທີ່ ສໍາຄັນ ດ້ວຍບັນຍາກາດທີ່ເປັນປະ ຊາທິປະໄຕ ບົນຈິດໃຈຄວາມສາ ມັກຄີຮັກແພງ ເພື່ອແລກປ່ຽນ ບົດຮຽນ, ແລກປ່ຽນປະສົບການ ທີ່ດີຕໍ່ກັນ ພ້ອມກັນປັບປຸງບັນດາ ໜ້າວຽກໃຫ້ມີຄຸນນະພາບທີ່ດີ ເປັນກ້າວໆ ແລະ ເພື່ອເປັນການ ເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີຮັກແພງ ໄມຕີຈິດມິດຕະ ພາບອັນສະໜິດແໜ້ນ, ຄະນະ ທັງສອງຝ່າຍໄດ້ລົງນາມໃນ ບົດ ບັນທຶກການຮ່ວມມືແຮກສ່ຽວ ປະຈຳສົກປີ 2022-2023 ແລະ ໄດ້ຜັດປ່ຽນກັນມອບຂອງຂວັນ ທີ່ລະນຶກ ເຊິ່ງກັນ ແລະ ກັນ .ພ້ອມ ດຽວກັນນີ້ຍັງໄດ້ຈັດກິດຈະກໍາ ແຂ່ງຂັນກີລາ ເພື່ອສ້າງບັນຍາ ກາດໃຫ້ຟົດຟື້ນມ່ວນຊື່ນຊົມເຊີຍ ຜົນສໍາເລັດ ກອງປະຊຸມສະຫຼຸບ ຖອດຖອນບົດຮຽນລະຫວ່າງ ຄະນະຜູ້ແທນກອງພົນທີ 1 ກັບ ວິທະຍາຄານພະລາທິການກອງ ທັບ ຕື່ມອີກ. ຂ່າວໃຫ້ຮູ້ຕື່ມອີກວ່າ: ຄະນະທັງ ສອງກົມກອງໄດ້ເດີນທາງໄປ ຢ້ຽມຢາມ ກອງພັນ 13 ພ້ອມ ທັງ ມອບເຄື່ອງນຸ່ງຮົ່ມອີກຈຳນວນ ໜຶ່ງ . ໂດຍ: ຕິກ ມູນຄໍາເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ