ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກກົມໂຮງຮຽນກົມໃຫຍ່ເສນາທິການກອງທັບ ສຳເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນ
ເວລາອອກຂ່າວ: 2019-01-31 19:47:16 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ໃນວັນທີ 29 ມັງກອນ 2019 ນີ້, ຢູ່ທີ່ສະໂມສອນນ້ອຍຂອງກົມ ໃຫຍ່ເສນາທິການກອງທັບ ໜ່ວຍ ພັກກົມໂຮງຮຽນກົມໃຫຍ່ເສນາ ທິການກອງທັບ ໄດ້ດຳເນີນກອງ ປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານພົນຕີ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວຫນ້າ ກົມໃຫຍ່ເສນາທິການກອງທັບ, ມີພັນເອກ ຄຳຕາ ວົງວັນດີ ເລຂາ ຫນ່ວຍພັກກົມໂຮງຮຽນ, ມີບັນ ດາຄະນະພັກ-ຄະນະກົມ, ພະນັກ ງານສະມາຊິກພັກສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນກອງປະຊຸມ ພັນເອກ ຄຳຕາ ວົງວັນດີ ກຳມະການຄະນະພັກ ກົມໃຫຍ່ ເລຂາຫນ່ວຍພັກ, ຫົວ ຫນ້າກົມໂຮງຮຽນກົມໃຫຍ່ເສ ນາທິການກອງທັບ ກໍໄດ້ຂຶ້ນຜ່ານ ບົດລາຍງານທັງສອງພາກ ເຊິ່ງ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນ ສູ້ຊົນແກ້ໄຂ, ໂດຍບັນຫາທີ່ພົ້ນ ເດັ່ນຫນ່ວຍພັກໄດ້ເອົາໃຈໃສ່ ຊີ້ນຳ-ນຳພາວຽກງານໂຮງຮຽນ ໃນກອງທັບເປັນຕົ້ນແມ່ນໄດ້ສູ້ ຊົນນຳພາປັບປຸງລະບົບວິທະຍາ ຄານໂຮງຮຽນຕາມແຜນການຍຸດ ທະສາດມີຜົນສຳເລັດ, ໄດ້ປັບປຸງ ປ່ຽນຊື່ວິທະຍາຄານບັນຊາ-ເສ ນາເປັນວິທະຍາຄານພະລາທິ ການກອງທັບ, ຍົກວິທະຍາໄລ ແພດກອງທັບ 105 ຂຶ້ນເປັນວິ ທະຍາຄານການແພດກອງທັບ, ນຳພາສ້າງສູນເຝິກເຫຼົ່າຮົບເຊັ່ນ: ສູນເຝິກອົບຮົມກອງພັນໃຫຍ່ທະ ຫານອາກາດ 702, 703, ສູນ ເຝິກເຫຼົ່າຮົບລົດຕັງ 620, ໄດ້ ສ້າງໂຮງຮຽນຂຶ້ນໃຫມ່ 2 ແຫ່ງ ໂຮງຮຽນກໍ່ສ້າງນາຍສິບທະຫານ ຊາຍແດນ ແລະ ໂຮງຮຽນທິດສະ ດີການເມືອງຊັ້ນສູງກຳລັງດຳ ເນີນ, ແກ້ໄຂບັນດາສູນເຝິກທີ່ຍັງ ບໍ່ທັນໄດ້ເປີດສອນນັບແຕ່ປີ 2014 ຄືນຫຼັງໃຫ້ໄດ້ເປີດສອນ ໄດ້ 2 ແຫ່ງ ຄື: ສູນເຝິກກອງພົນ ທີ 3 ແລະ ສູນເຝິກກອງພົນທີ 5, ແກ້ໄຂບັນດາໂຮງຮຽນກໍ່ສ້າງ ນາຍສິບທະຫານທ້ອງຖິ່ນທີ່ບໍ່ທັນ ມີຄວາມສາມາດເປີດສອນໄດ້ ມາຮອດປັດຈຸບັນ, ແກ້ໄຂໄດ້ແລ້ວ 5 ກອງບັນຊາການທະຫານ ແຂວງ, ໄດ້ສ້າງຕັ້ງພະແນກໂຮງ ຮຽນຂຶ້ນກັບກອງພົນ, ກອງບັນ ຊາການທະຫານແຂວງ, ສ້າງນິ ຕິກຳພາລະບົດບາດສິດຫນ້າທີ່ ຂອງກົມໂຮງຮຽນ ແລະ ພະແນກ ໂຮງຮຽນ, ສ້າງນິຕິກຳຂໍ້ກຳນົດ ກົດລະບຽບຄຸ້ມຄອງວຽກງານ ໂຮງຮຽນໃນກອງທັບ ໄດ້ພ້ອມ ກັນປ່ອນບັດຄັດເລືອກເອົາຄະນະ ຫນ່ວຍພັກຊຸດໃຫມ່ຕາມຄາດ ຫມາຍ ກອງປະຊຸມຄັ້ງປະຖົມມະ ລຶກໄດ້ເປັນເອກະສັນເລືອກເອົາ ພັນເອກ ຄຳຕາ ວົງວັນດີ ເປັນ ເລຂາຫນ່ວຍພັກ, ພັນເອກ ເພັດ ສະຫວ່າງ ຫຼ້າວົງຄຳ ຮອງເລຂາ, ພັນເອກ ຄຳຜັນ ກົມມະກຸ້ຍ ເປັນ ກຳມະການກວດກາ. ໂອກາດນີ້, ທ່ານພົນຕີ ປະສິດ ທ່ຽງທຳ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະ ຫນ່ວຍຊຸດໃຫມ່ຈົ່ງສືບຕໍ່ເອົາໃຈ ໃສ່ປັບປຸງແບບແຜນວິທີເຮັດ ວຽກຕິດພັນກັບວຽກງານສ້າງ ຂະບວນການກໍ່ສ້າງຫນ່ວຍພັກ ປອດໃສ, ເຂັ້ມແຂງ, ຫນັກແໜ້ນ ຍົກສູງຄວາມຮັບຜິດຊອບຂອງ ຕົນຕໍ່ຫນ້າທີ່ວຽກງານທີ່ໄດ້ຮັບ ມອບຫມາຍ ເອົາໃຈໃສ່ປັບປຸງ ແບບແຜນວິທີເຮັດວຽກບົນພື້ນ ຖານເຄົາລົບຫຼັກການລວມສູນ ປະຊາທິປະໄຕເຮັດວຽກເປັນໝູ່ ຄະນະແບ່ງຄວາມຮັບຜິດຊອບ ກ້າວຂຶ້ນເຮັດສຳເລັດໜ້າທີ່ການ ເມືອງຂອງຕົນ. ໂດຍ: ແສງສຸລິ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ