ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປີ 2022, ເມືອງຊົນນະບູລີ ມີເນື້ອທີ່ ແຜນການຜະລິດເຂົ້ານາປີ 16.110 ເຮັກຕາ
ເວລາອອກຂ່າວ: 2022-06-27 08:53:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ຕາມການລາຍງານຂອງ ທ່ານ ຄໍາສຸກ ອິນທະວົງ ຫົວ ໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊົນນະບູລີ ແຂວງ ສະຫວັນນະເຂດ ຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ໃນລະດູການ ຜະລິດເຂົ້ານາປີໃນປີນີ້, ເມືອງຊົນ ນະບູລີ ມີແຜນການຜະລິດເຂົ້າ ນາປີ ໃນເນື້ອທີ່ 16.110ເຮັກຕາ, ຄາດຄະເນຜົນຜະລິດ 49.135 ໂຕນ, ສະມັດຕະພາບ 3,5 ໂຕນ ຕໍ່ເຮັກຕາ. ມາຮອດປັດຈຸບັນ, ຊາວນາ-ຊາວກະສິກອນທົ່ວ ເມືອງຊົນນະບູລີ ກໍາລັງຂຸ້ນ ຂ້ຽວສຸມໃສ່ການຜະລິດເຂົ້ານາປີ ຢ່າງເປັນຂະບວນຟົດຟື້ນ ເພື່ອ ໃຫ້ທ່ວງທັນກັບລະດູການ ເນື່ອງ ຈາກມີຝົນຕົກຢ່າງຕໍ່ເນື່ອງ, ບາງ ເຂດສໍາເລັດການຕົກກ້າ, ໄຖ ຮຸດນາ ແລະ ປັກດໍາຈໍານວນໜຶ່ງ ເປັນຕົ້ນ ສາມາດໄຖຮຸດນາໄດ້ 6.121,88 ເຮັກຕາ ກວມ 95%, ຕົກກ້າ 386,64 ໂຕນ, ປັກດໍາໄດ້ 3.222 ເຮັກຕາ ກວມ 50%, ຂອງເນື້ອທີ່ແຜນການນາດໍາ 6.444 ເຮັກຕາ, ນາຫວ່ານປະຕິ ບັດໄດ້ 9.472,68 ເຮັກຕາ ກວມ 98%, ຂອງເນື້ອທີ່ແຜນການນາ ຫວ່ານ ທັງໝົດ 9.666 ເຮັກຕາ. ນອກນີ້, ປະຊາຊົນຍັງໄດ້ປູກພືດ ສໍາຮອງໃນລະດູຝົນ ເຊິ່ງສາມາດ ປະຕິບັດໄດ້ 1.950 ເຮັກຕາ ກວມ 100%. ໃນນັ້ນ, ມີພືດສະບຽງ ອາຫານ ແລະ ພືດເປັນສິນຄ້າ. ທ່ານ ຄໍາສຸກ ອິນທະວົງ ຍັງ ໃຫ້ຮູ້ຕື່ມອີກວ່າ: ການກະກຽມ ການຜະລິດເຂົ້ານາປີຂອງຊາວ ນາ-ຊາວກະສິກອນໃນປີນີ້ ມີ ທ່ວງທ່າທີ່ດີ ໂດຍສະເພາະຝົນຕົກ ຢ່າງຕໍ່ເນື່ອງຖືກຕ້ອງຕາມລະ ດູການ ໄດ້ອຳນວຍຄວາມສະ ດວກໃຫ້ມີການກະກຽມແຕ່ຫົວທີ ແລະ ພາກສ່ວນກ່ຽວຂ້ອງ ໄດ້ ເຄື່ອນໄຫວຕິດຕາມ, ຊຸກຍູ້ ດ້ານເຕັກນິກ ວິຊາການ ເພື່ອຍົກ ລະດັບສະມັດຕະພາບເຂົ້າ, ພືດ, ເປັນຕົ້ນ ການກະກຽມດິນຕົກກ້າ, ກຽມດິນປັກດໍາ, ການບົວລະ ບັດ ຮັກສາ, ໃສ່ຝຸ່ນ ແລະ ຕິດຕາມ ສໍາຫຼວດສັດຕູພືດໃນແຕ່ລະ ໄລຍະ ຢ່າງເປັນປົກກະຕິ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ