ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ປາຖະກະຖາວັນຊາດສະຫະພັນຣັດເຊຍ
ເວລາອອກຂ່າວ: 2022-06-27 08:40:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ວັນທີ 22 ມິຖຸນາ ນີ້, ວິ ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງປາຖະກະ ຖາເນື່ອງໃນໂອກາດສະເຫຼີມສະ ຫຼອງວັນຊາດ ແຫ່ງສະຫະພັນ ຣັດເຊຍ ຄົບຮອບ 20 ປີ (12 ມິຖຸນາ 2002-12 ມິຖຸນາ 2022) ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ອານເດຼ ລີຄາ ເຊັບ ຫົວໜ້າຫ້ອງການທີ່ປຶກສາ ທູດຝ່າຍປ້ອງກັນຊາດຣັດເຊຍ ປະຈຳ ສປປ ລາວ, ມີ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ, ບັນດາສະ ຫາຍຄະນະຊ່ຽວຊານຣັດເຊຍ, ພະນັກງານຫ້ອງການທີ່ປຶກສາ ທູດຝ່າຍປ້ອງກັນຊາດຣັດເຊຍ ປະຈໍາ ສປປ ລາວ, ຜູ້ຕາງກົມ ພົວພັນຕ່າງປະເທດ, ພ້ອມດ້ວຍ ບັນດາສະຫາຍຄະນະພັກ-ຄະນະອຳນວຍການ, ພະນັກງານຫຼັກ ແຫຼ່ງທົ່ວວິທະຍາຄານເຂົ້າຮ່ວມ. ສະຫາຍ ພັນເອກ ອານເດຼ ລີ ຄາເຊັບ ໄດ້ໃຫ້ກຽດປາຖະກະຖາ ໂດຍກ່າວວ່າ: ຢູ່ແຕ່ລະປະເທດ ມີບັນດາມື້ບຸນປະຈຳຊາດ ທີ່ສະ ແດງໃຫ້ເຫັນເຖິງໄລຍະທີ່ສຳຄັນ ຕ່າງໆ ທາງປະຫວັດສາດ ຂອງ ການກໍ່ຕັ້ງປະເທດ. ນີ້ແມ່ນການ ປະຕິ ວັດໃນທົ່ວໂລກ ເພື່ອປຸກລະ ດົມຈິດໃຈຮັກຊາດ, ປະຫວັດສາດ ແລະ ຄວາມພາກພູມໃຈຕໍ່ບັນດາ ຜົນງານທີ່ໄດ້ຮັບໃນໄລຍະຜ່ານ ມາ, ຣັດເຊຍເປັນປະເທດໜຶ່ງມີປະຫວັດສາດອັນຍາວນານມາເປັນເວລາຫຼາຍກວ່າ 1.000 ປີ (ໃນສະຕະວັດທີ 6-7). ຕະ ຫຼອດໄລຍະທີ່ຜ່ານມາ ປະເທດ ຣັດເຊຍ ແມ່ນມີຄວາມເສລີພາບ, ແຕ່ກໍ່ມີຫຼາຍຄັ້ງທີ່ຈໍາເປັນຕ້ອງ ມີການຕໍ່ສູ້ເພື່ອເອກະລາດ, ຕ້ານ ການຮຸກຮານຂອງບັນດາ ປະເທດ ຕ່າງໆ ແລະ ພວກລັດທິຟາດຊິດ ຍັງຄົງຢູ່ໃນຄວາມຊົງຈຳ ຂອງ ຊາວຣັດເຊຍ, ນີ້ແມ່ນເຫດຜົນ ທີ່ວັນປະກາດເອກະລາດ ເປັນ ວັນພັກທາງລັດຖະການ ທີ່ສຳຄັນ ສຳລັບທຸກຄົນໃນຣັດເຊຍ. ມາ ຮອດໃນວັນທີ 12 ມິຖຸນາ 1990 ກອງປະຊຸມໃຫຍ່ຜູ້ແທນປະຊາ ຊົນຄັ້ງທໍາອິດໄດ້ໄຂຂຶ້ນ ແລະ ຮັບ ຮອງເອົາຖະແຫຼງການກ່ຽວກັບ ອະທິປະໄຕແຫ່ງລັດຂອງຣັດ ເຊຍ, ເຊິ່ງເປັນວັນປະກາດນຳໃຊ້ ລັດຖະທໍາມະນູນ ແລະ ກົດໝາຍ ຂອງຣັດເຊຍ, 1 ປີຕໍ່ມາ, ໄດ້ມີການ ເລືອກຕັ້ງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍຄັ້ງທຳອິດຂຶ້ນ ໃນວັນທີ 12 ມິຖຸນາ 1991 ໂດຍ ແມ່ນທ່ານ ບໍຣີສ໌ ເຢນຊິນ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ໂດຍໄດ້ຮັບຄະແນນສຽງເປັນ ສ່ວນຫຼາຍ. ການເລືອກຕັ້ງທົ່ວປະ ເທດນີ້ແມ່ນຈັດຂຶ້ນເປັນຄັ້ງທຳອິດ ໃນຮູບແບບທີ່ບໍ່ຄຸ້ນເຄີຍ ແລະ ເປັນສິ່ງທີ່ແປກໄໝ່ໃນເວລານັ້ນ, ເຊິ່ງສາມາດເວົ້າໄດ້ວ່າ ນີ້ເປັນ ເຫດການປະຫວັດສາດ ຂອງໂລກ ແລະ ເປັນບາດກ້າວທີ່ສໍາຄັນຕໍ່ ການສ້າງລັດປະຊາທິປະໄຕ, ໃນ ປີ 1994 ທ່ານ ບໍຣິດສ໌ ເຢນ ເຊັນ ໄດ້ລົງນາມໃນດໍາລັດວ່າດ້ວຍ ການສ້າງຕັ້ງວັນບຸນລະດັບຊາດ ຂຶ້ນໃໝ່, ເຊິ່ງເປັນມື້ຮັບຮອງການ ປະກາດອະທິປະໄຕ ຂອງຣັດເຊຍ, ດັ່ງນັ້ນວັນທີ 12 ມິຖຸນາ ຂອງທຸກ ປີ ໄດ້ກາຍເປັນທີ່ຮູ້ຈັກກັນໃນຊື່ ວັນເອກະລາດຂອງຣັດເຊຍ, ມາ ຖິງວັນທີ 1 ກຸມພາ 2002 ວັນ ບຸນດັ່ງກ່າວໄດ້ຖືກປ່ຽນຊື່ໃໝ່ເປັນ ວັນຊາດຣັດເຊຍຢ່າງເປັນທາງ ການ ເຊິ່ງວັນບຸນດັ່ງກ່າວ ໄດ້ ຖືກກຳນົດວ່າ: ເປັນວັນພັກທາງ ລັດຖະການ. ສະນັ້ນ ວັນທີ 12 ມິຖຸນາ 2022 ຢູ່ ສະຫະພັນຣັດ ເຊຍ ຈຶ່ງມີການສະເຫຼີມສະຫຼອງ ວັນບຸນທີ່ສໍາຄັນຂອງຊາດ ນັ້ນກໍ ຄື “ວັນຊາດຣັດເຊຍ” ຄົບຮອບ 20 ປີ. ໂດຍ: ກິນນະຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ