ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງງານສື່ສານ 209 ປິດບັ້ນອົບຮົມ-ຫັດແອບໃຫ້ທະຫານໃໝ່
ເວລາອອກຂ່າວ: 2022-06-24 10:27:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ວັນທີ 22 ມິຖຸນາ 2022 ນີ້, ໂຮງງານສື່ສານ 209 ປິດບັ້ນ ອົບຮົມຫັດແອບໃຫ້ທະຫານໃໝ່ ໂດຍການເປັນປະທານຂອງສະ ຫາຍ ພົນຈັດຕະວາ ສົມພອນ ມິດ ຕະພອນ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີຄະນະ ພັກ-ຄະນະບັນຊາ, ກົມ, ຫ້ອງ ການ, ພະແນກການ, ກົມກອງ ອ້ອມຂ້າງ ພ້ອມດ້ວຍທະຫານ ໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ສຸກໃຈ ວົງຄຳ ຮອງຫົວໜ້າການທະຫານໂຮງ ງານສື່ສານ 209 ໄດ້ສະຫຼຸບຕີລາ ຄາຄືນຜ່ານການຈັດຕັ້ງປະຕິບັດ ເນື້ອໃນການອົບຮົມ-ຫັດແອບຕົວ ຈິງໃນໄລຍະ 3 ເດືອນຜ່ານມາ ເຖິງແມ່ນຈະພົບຂໍ້ຫຍຸ້ງຍາກ ຫຼາຍດ້ານກໍຕາມ ແຕ່ນັກຮຽນ ທະຫານໃໝ່ກໍໄດ້ເອົາໃຈໃສ່ຕັ້ງ ໃຈຄົ້ນຄວ້າຮ່ຳຮຽນ, ປະຕິບັດ ລະ ບຽບວິໄນໄດ້ຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ບັ້ນອົບ ຮົມ-ຫັດແອບດັ່ງກ່າວໄດ້ຮັບຜົນສໍາເລັດຕາມຄາດໝາຍ, ຜ່ານການອົບຮົມ-ຫັດແອບທັງ 3 ພາກສາມາດຕີລາຄາຜົນໄດ້ຮັບໄດ້ດັ່ງນີ້: ພາກ ການເມືອງຂັ້ນເກັ່ງ 220 ສະ ຫາຍ, ກາງ 4 ສະຫາຍ, ພາກ ການທະຫານຂັ້ນເກັ່ງ 176 ສະ ຫາຍ, ກາງ 57 ສະຫາຍ, ຄາດ ໝາຍ 11 ສະຫາຍ, ສິລະປະຍຸດ ຂັ້ນເກັ່ງ 230 ສະຫາຍ, ກາງ 14 ສະຫາຍ, ຍິງເປີດສາກຂັ້ນເກັ່ງ 99 ສະຫາຍ, ກາງ 102 ສະຫາຍ, ຄາດໝາຍ 43 ສະຫາຍ, ຍຸດທະ ວິທີຂັ້ນເກັ່ງ 150 ສະຫາຍ, ກາງ 87 ສະຫາຍ, ຄາດໝາຍ 7 ສະ ຫາຍ, ລະບຽບຮູບແຖວສູ້ຮົບພື້ນຖານຂັ້ນເກັ່ງ 235 ສະຫາຍ, ກາງ 9 ສະຫາຍ, ພາກພະລາທິການ-ເຕັກນິກຂັ້ນເກັ່ງ 217 ສະຫາຍ, ກາງ 27 ສະຫາຍ. ຈາກນັ້ນ ກໍໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບວ່າດ້ວຍການປະດັບຊັ້ນໃຫ້ທະຫານໃໝ່ ອີງຕາມກົດໝາຍປ້ອງກັນຊາດ ແລະ ຂໍ້ກຳນົດວ່າດ້ວຍລະບຽບ ການນາຍສິບ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ (ສະບັບປັບປຸງ) ຕົກລົງປະດັບ ຊັ້ນ II ຂຶ້ນເປັນຊັ້ນ I ຈຳນວນ 244 ສະຫາຍ. ພ້ອມທັງມອບໃບຢັ້ງ ຢືນໃຫ້ທະຫານໃໝ່ທີ່ສໍາເລັດການ ອົບຮົມຄັ້ງນີ້ຢ່າງສົມກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ