ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຶກສາອົບຮົມພົນລະເມືອງທີ່ຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ
ເວລາອອກຂ່າວ: 2022-06-23 09:40:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ພົນລະເມືອງລາວຈໍານວນ 192 ຄອບຄົວ ທີ່ໄດ້ຍົກຍ້າຍມາຕັ້ງ ຖິ່ນຖານ ເພື່ອທໍາມາຫາກິນຢູ່ ເມືອງປາກຊ່ອງ ແຂວງຈໍາປາສັກ ທີ່ມາບໍ່ຖືກຕ້ອງຕາມລະບຽບກົດ ໝາຍ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ ສຶກສາອົບຮົມໃຫ້ກັບຄືນຖິ່ນຖານ ເດີມ ເຊິ່ງຕໍ່ບັນຫາດັ່ງກ່າວຂະ ແໜງການກ່ຽວຂ້ອງໄດ້ເຜີຍ ແຜ່ນິຕິກໍາໃຫ້ປະຊາຊົນເຂົ້າໃຈ ແຈ້ງ ເພື່ອສະກັດກັ້ນປະກົດການ ຫຍໍ້ທໍ້ໃນການຍົກຍ້າຍພົນລະ ເມືອງບໍ່ສອດຄ່ອງກັບລະບຽບ ກົດໝາຍ. ທ່ານ ທອງຈັນ ມະນີໄຊ ລັດຖະ ມົນຕີກະຊວງພາຍໃນ ໄດ້ຊີ້ແຈງຂໍ້ ຊັກຖາມຂອງສະມາຊິກສະພາ ແຫ່ງຊາດ ຕໍ່ກອງປະຊຸມສະໄໝສາ ມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນອາທິດຜ່ານມາວ່າ: ການຍົກຍ້າຍຖິ່ນຖານຂອງພົນ ລະເມືອງ ທີ່ບໍ່ຖືກຕ້ອງຕາມລະ ບຽບກົດໝາຍ ມາຕັ້ງຖິ່ນຖານ ທໍາມາຫາກິນຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ມີທັງໝົດ 192 ຄອບຄົວ, ຈໍານວນພົນລະເມືອງ 925 ຄົນ, ຍິງ473 ຄົນ, ທີ່ມາ ຈາກ 10 ແຂວງ ຄື: ແຂວງຜົ້ງ ສາລີ, ຫຼວງພະບາງ, ຫົວພັນ, ອຸດົມ ໄຊ, ວຽງຈັນ, ນະຄອນຫຼວງ ວຽງຈັນ, ບໍລິຄໍາໄຊ, ຊຽງຂວາງ, ໄຊຍະບູລີ ແລະ ແຂວງໄຊສົມບູນ ເຊິ່ງກະຊວງພາຍໃນໄດ້ປະສານ ສົມທົບກັບພະແນກພາຍໃນ ແຂວງຈໍາປາສັກ ແລະ ກົມສໍາມະ ໂນຄົວກໍ່ສ້າງຮາກຖານ ກະຊວງ ປ້ອງກັນຄວາມສະຫງົບ ເຫັນວ່າ ການຍົກຍ້າຍພົນລະເມືອງດັ່ງ ກ່າວມີຈໍານວນໜຶ່ງ ໄດ້ຂຶ້ນສໍາ ມະໂນຄົວຢູ່ທ້ອງຖິ່ນເດີມ ກ່ອນ ຍົກຍ້າຍແລ້ວ, ອີກຈໍານວນຫຼວງ ຫຼາຍຍັງບໍ່ທັນໄດ້ຂຶ້ນສໍາມະໂນ ຄົວຖືກຕ້ອງ ແລະ ຍັງສືບຕໍ່ຍົກ ຍ້າຍມາຕະຫຼອດ. ທ່ານ ລັດຖະມົນຕີກະຊວງ ພາຍໃນ ກ່າວຕື່ມວ່າ: ປັດຈຸບັນ, ຂະແໜງການພາຍໃນ ແລະ ຂະ ແໜງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງເມືອງ ປາກຊ່ອງ ໄດ້ເຄື່ອນໄຫວເກັບ ກໍາຂໍ້ມູນ ແລະ ສຶກສາອົບຮົມໃຫ້ ປະຊາຊົນ ທີ່ຍົກຍ້າຍບໍ່ຖືກຕ້ອງ ກັບຄືນຖິ່ນຖານເດີມ ລວມທັງເກັບ ກໍາຂໍ້ມູນລະອຽດ ເປັນຕົ້ນບ່ອນ ທໍາການຜະລິດ ແລະ ເຮືອນຢູ່ ແລ້ວ ຈຶ່ງຄົ້ນຄວ້າພິຈາລະນາແກ້ ໄຂໄປຕາມລະບຽບກົດໝາຍ ແລະ ຈະຕ້ອງໄດ້ເອົາໃຈໃສ່ໃນການສຶກສາອົບຮົມ ແລະ ເຜີຍແຜ່ນິຕິກໍາໃຫ້ ປະຊາຊົນເຂົ້າໃຈແຈ້ງ ກ່ອນຈະ ຍົກຍ້າຍຕ້ອງໄດ້ປະກອບເອກະ ສານສະເໜີຂໍໃຫ້ບ້ານ ແລະ ເມືອງ ທີ່ຈະໄປຢູ່ໃໝ່ນັ້ນຮັບເອົາກ່ອນ ແລ້ວຈຶ່ງມາເອົາໃບຍົກຍ້າຍຈາກ ບ້ານ ແລະ ເມືອງເດີມຂອງຕົນຈຶ່ງ ຍົກຍ້າຍໄດ້ ທັງນີ້, ກໍເພື່ອສະກັດ ກັ້ນປະກົດການຫຍໍ້ທໍ້ ແລະ ໃຫ້ ສອດຄ່ອງກັບລະບຽບກົດໝາຍ. ໂດຍ ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ