ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໄວຍາກອນລາວປັດຈຸບັນ ພາກອັກຂະຫຼະວິທີ ຄູ່ມືສໍາລັບການນໍາໃຊ້ພາສາລາວ
ເວລາອອກຂ່າວ: 2022-06-23 09:39:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໄວຍາກອນລາວ ແມ່ນຫຼັກ ການປາກເວົ້າ ແລະ ຂຽນຄວາມ ລາວໃຫ້ຖືກຕາມທໍານອງ ແລະ ສໍານຽງຂອງພາສາລາວ. ພາ ສາລາວເປັນພາສາທີ່ໃຊ້ຄວາມ ລາວເດີມ ແລະ ຄວາມປາລີປົນ ກັນ. ການເວົ້າ ແລະ ຂຽນພາ ສາລາວ ຈຶ່ງໃຊ້ທັງຫຼັກລາວເດີມ ແລະ ຫຼັກປາລີ ໄປພ້ອມກັນ. ໄວ ຍາກອນລາວ ແມ່ນວິຊາພາສາ ວ່າດ້ວຍຮູບຄໍາ ແລະ ລະບຽບ ໃນການປະກອບຮູບຄໍາໃຫ້ເປັນ ປະໂຫຍກ. ອີງຕາມປະເພນີໄວ ຍາກອນລາວ ແບ່ງເປັນ 4 ພາກ ຄື: ອັກຂະຫຼະວິທີ, ວະຈີວິພາກ, ວາກະຍະສໍາພັນ ແລະ ສັນທະ ລັກສະນະ. ຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຄູ່ມືສໍາລັບ ການຮຽນການສອນພາສາ ລາວ ແລະ ໃຫ້ສອດຄ່ອງກັບສະ ພາບການນໍາໃຊ້ພາສາລາວໃນ ຍຸກສະໄໝປັດຈຸບັນ, ຄະນະຮຽບ ຮຽງ ຂອງສະຖາບັນຄົ້ນຄວ້າວິ ທະຍາສາດການສຶກສາ ກະຊວງ ສຶກສາທິການ ແລະ ກີລາ ໄດ້ຄົ້ນ ຄວ້າບັນດາເອກະສານອ້າງອີງ ທັງເປັນພາສາລາວ ແລະ ພາ ສາຕ່າງປະເທດ ກ່ຽວກັບຫຼັກພາ ສາ ເປັນຕົ້ນ ປຶ້ມໄວຍາກອນລາວ ຂອງທ່ານ ພູມີ ວົງວີຈິດ (ພິມເທື່ອ ທີໜຶ່ງ) ປີ 1967, ປຶ້ມໄວຍາ ກອນ ລາວປັດຈຸບັນ ພາກທີ I ອັກຂະ ຫຼະວິທີ (ສໍາລັບໂຮງຮຽນສາ ມັນສຶກສາ) ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ກະ ຊວງສຶກສາທິການ ແລະ ກີລາ ພິມອອກປີ 2000 ແລະ ປຶ້ມໄວ ຍາກອນລາວ ພາກທີ I ອັກຂະ ຫຼະວິທີ ສະບັບລາຊະບັນດິດສະ ພາລາວ ພິມອອກປີ 1972 ເພື່ອ ເກັບກໍາເນື້ອໃນປະກອບການ ຮຽບຮຽງປຶ້ມໄວຍາກອນລາວ ປັດຈຸບັນ ພາກອັກຂະຫຼະວິທີ, ພາຍຫຼັງສໍາເລັດການຮຽບຮຽງ ລັດຖະມົນຕີ ກະຊວງສຶກສາທິ ການ ແລະ ກີລາ ໄດ້ອອກຂໍ້ຕົກລົງ ເຫັນດີອະນຸມັດການນໍາໃຊ້ປຶ້ມ ໄວຍາກອນລາວປັດຈຸບັນ ພາກ ອັກຂະຫຼະວິທີເປັນຄູ່ມື, ເປັນ ເອກະສານອ້າງອີງ ສໍາລັບການ ຮຽນ-ການສອນ ແລະ ການນໍາ ໃຊ້ພາສາລາວໃນສະຖານການ ສຶກສາຂອບເຂດທົ່ວປະເທດ ແລະ ໄດ້ພິມອອກໃນປີ 2020-2021. ສໍາລັບເນື້ອໃນສໍາຄັນຂອງ ປຶ້ມເຫຼັ້ມນີ້ ປະກອບມີ: 1. ສຽງ ໃນພາສາລາວ; 2. ວ່າດ້ວຍພະ ຍັນຊະນະ; 3. ວ່າດ້ວຍ ສະຫຼະ; 4. ວ່າດ້ວຍວັນນະຍຸດ; 5. ເຄື່ອງ ໝາຍຕ່າງໆໃນພາສາລາວ; 6. ຕົວເລກລາວ ແລະ ການນັບ; 7. ວິທີປະສົມອັກສອນ; 8. ການ ແປງອັກສອນ ແລະ ການແຜງ ຄໍາ; 9. ວ່າດ້ວຍສົນທິ; 10. ການ ໃຊ້ອັກສອນຫຍໍ້; 11. ການໃຊ້ອັກ ສອນສູງ ແລະ ອັກສອນຕໍ່າ; 12. ການໃຊ້ສະຫຼະສຽງສັ້ນ ແລະ ສຽງຍາວ; 13. ການໃຊ້ ສະຫຼະ ໄx ແລະ ໃx; 14. ວິທີຂຽນ ຄໍາໃນພາສາລາວ; 15. ການຍະ ຫວ່າງ (ການເວັ້ນວັກ); ເອກະ ສານອ້າງອີງ; ພາກຜະໜວກ ແລະ ການຂຽນຊື່ປະເທດ ແລະ ເຂດແຄວ້ນຕ່າງໆໃນໂລກ. ປຶ້ມໄວຍາກອນລາວປັດຈຸບັນ ພາກອັກຂະຫຼະວິທີເຫຼັ້ມນີ້ ຍັງເປັນ ເອກະສານອ້າງອີງໃຫ້ແກ່ ການ ຮຽນ-ການສອນພາສາລາວ, ໄວ ຍາກອນລາວຢູ່ໂຮງຮຽນ ລວມ ທັງການຮຽບຮຽງປຶ້ມແບບ ຮຽນ, ຄູ່ມືຄູ ແລະ ສື່ການຮຽນ ການສອນຕ່າງໆ. ນອກຈາກນັ້ນ, ຍັງສາມາດນໍາໃຊ້ເປັນເອກະ ສານອ້າງອີງ ສໍາລັບການໃຊ້ ພາສາລາວ ໂດຍສະເພາະແມ່ນການຂຽນເອກະສານທາງການ ກໍຄືການສື່ສານຢູ່ໃນສັງຄົມ ອີກດ້ວຍ. ໂດຍ: ບຸນທະວີ ອິນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ