ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດເຮົາ ພົບປະກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ
ເວລາອອກຂ່າວ: 2022-06-23 09:06:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ:



ຕາມແຫຼ່ງຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ຕອນບ່າຍວັນທີ 21 ມິຖຸນານີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ພົນ ເອກ ຟາມວັນຢາງ ກຳມະການກົມ ການເມືອງສູນກາງພັກ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ຢູ່ທີ່ນະຄອນ ຫຼວງພະນົມເປນ ໃນໂອກາດເຂົ້າ ຮ່ວມກອງປະຊຸມລັດຖະມົນຕປ້ອງກັນປະເທດ ອາຊຽນ ຄັ້ງທີ 16 (ADMM-16), ເຊິ່ງກອງ ປະຊຸມຄັ້ງນີ້ກຳປູເຈຍເປັນເຈົ້າ ພາບ. ໂອກາດພົບປະຄັ້ງນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ທັດສະນະ ແລະ ຕີລາຄາ ສູງຕໍ່ໝາກຜົນຕົວຈິງແຫ່ງການ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ຊາດລາວ ແລະ ຫວຽດນາມ, ສະ ຫາຍກ່າວວ່າ: ປັດຈຸບັນ ສປປ ລາວ ສາມາດຄວບຄຸມການແຜ່ ລະບາດຂອງພະຍາດ ໂຄວິດ-19 ໄດ້ໂດຍພື້ນຖານແລ້ວ, ໂດຍອັດ ຕາຜູ້ຕິດເຊື້ອ ແລະ ເສຍຊີວິດຈາກ ພະຍາດດັ່ງກ່າວນີ້ແມ່ນໜ້ອຍທີ່ ສຸດ ແລະ ໄດ້ຕາງໜ້າໃຫ້ລັດຖະ ບານ, ກອງທັບ ກໍຄືປະຊາຊົນລາວ ບັນດາເຜົ່າສະແດງຄວາມຂອບ ໃຈຢ່າງຈິງໃຈຕໍ່ລັດຖະບານ, ກອງທັບ ກໍຄືປະຊາຊົນຫວຽດ ນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍ ເຫຼືອແກ່ລັດຖະບານ, ກະຊວງ ປ້ອງກັນປະເທດ ກໍຄືປະຊາຊົນ ລາວຢ່າງຈິງໃຈ ແລະ ທັນເວລາ ໃນເວລາພະຍາດ ໂຄວິດ-19 ລະບາດແຮງຢູ່ ສປປ ລາວ. ສະຫາຍ ລັດຖະມົນຕີກະຊວງ ປ້ອງກັນປະເທດ ສສ ຫວຽດນາມ ກໍໄດ້ສົນທະນາ ແລະ ແລກປ່ຽນ ຄວາມຄິດເຫັນກ່ຽວກັບສະພາບ ການຕ່າງໆ ນັບທັງສະພາບການ ແຜ່ລະບາດຂອງພະຍາດ ໂຄວິດ- 19 ຢູ່ຫວຽດນາມ ກໍສາມາດຄວບ ຄຸມໄດ້ໂດຍພື້ນຖານເຊັ່ນກັນ ແລະ ສັງຄົມຫວຽດນາມໄດ້ຫັນເຂົ້າສູ່ການດໍາລົງຊີວິດຕາມວິຖີໃໝ່, ສືບຕໍ່ການຟື້ນຟູເສດຖະກິດ ແລະ ການເປີດປະເທດ. ນອກຈາກ ນີ້, ສະຫາຍກໍຍັງໄດ້ສະແດງ ຄວາມຂອບໃຈຕໍ່ການຮ່ວມມື ຢ່າງແໜ້ນແຟ້ນຂອງພັກ-ລັດ ແລະ ກະຊວງປ້ອງກັນປະເທດ ສປປ ລາວ ໃນພາລະກິດການ ຊອກຄົ້ນ, ຮີບໂຮມ ແລະ ຈັດສົ່ງ ອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວກັບຄືນສູ່ມາຕຸພູມ. ການພົບປະຂອງສອງລັດຖະ ມົນຕີກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມໃນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມສຳ ພັນເປັນຈິດໜຶ່ງໃຈດຽວ ທັງເປັນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອຍາວນານ ໃຫ້ນັບມື້ແຕກດອກອອກຜົນງອກ ງາມຍິ່ງໆຂຶ້ນ, ໂດຍສະເພາະແມ່ນ ການຮ່ວມມືລະຫວ່າງສອງກອງ ທັບ ແລະ ໃນປີນີ້ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ໄດ້ ພ້ອມກັນສະເຫຼີມສະຫຼອງປີສາ ມັກຄີມິດຕະພາບ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ປີ 2022 ຢ່າງມີຄວາມໝາຍສຳຄັນ ຄື: ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ2022) ແລະ ວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962 - 5 ກັນຍາ 2022) ທີ່ກໍາລັງດໍາເນີນ ໄປຢ່າງຕໍ່ເນື່ອງດ້ວຍບັນຍາກາດ ຄຶກຄື້ນມ່ວນຊື່ນ, ມີເນື້ອໃນອຸດົມ ສົມບູນກວ້າງຂວາງ, ເລິກເຊິ່ງ ແລະ ໜັກແໜ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ