ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານເຕັກນິກການທະຫານ ປິດສົກຮຽນ 2021-2022
ເວລາອອກຂ່າວ: 2022-06-21 09:56:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ວັນທີ 15 ມິຖຸນາຜ່ານມາ ນີ້, ວິທະຍາຄານເຕັກນິກການ ທະຫານ (ວຕກ) ໄດ້ຈັດຕັ້ງປິດ ສົກຮຽນ 2021-2022 ແລະ ມອບ-ຮັບປະກາຊະນີຍະບັດໃຫ້ ນັກສຶກສາຊັ້ນກາງ ເຕັກນິກຍຸດ ໂທ ຊຸດທີ 12, ເຕັກນິກລົດໂອໂຕ ຊຸດທີ 24 ແລະ ພະນັກງານບຳ ລຸງວຽກງານເສນາເຕັກນິກ, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຮອງຫົວໜ້າກົມໃຫຍ່ເຕັກນິກ ກອງທັບ, ມີຄະນະພັກ-ຄະນະອຳ ນວຍການ ແລະ ກົມທີ່ກ່ຽວຂ້ອງ, ຕະຫຼອດຮອດນັກສຶກສາເຂົ້າ ຮ່ວມ. ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ຫົວໜ້າຫ້ອງອົບຮົມ ວຕກ ໄດ້ຜ່ານບົດສະຫຼຸບການ ຈັດຕັ້ງປະຕິບັດໂຄງການຫຼັກສູດ ການຮຽນ-ການສອນໃນສົກຮຽນ 2021-2022 ຜ່ານມາ, ເຊິ່ງຄະ ນະພັກ-ຄະນະອຳນວຍການ ວຕກ ໄດ້ຍົກສູງຄວາມຮັບຜິດ ຊອບໃນການຊີ້ນໍາ-ນໍາພາຈັດຕັ້ງ ປະຕິບັດແຜນການຮຽນ-ການ ສອນແຕ່ລະສົກຮຽນ, ສ່ວນພະ ນັກງານຄູ-ອາຈານ ກໍໄດ້ເອົາໃຈ ໃສ່ຖ່າຍທອດຄວາມຮູ້ໃຫ້ແກ່ນັກ ຮຽນ-ນັກສຶກສາ ບວກກັບນັກ ສຶກສາກໍໄດ້ເປັນເຈົ້າການຄົ້ນ ຄວ້າຮໍ່າຮຽນ, ປະຕິບັດຂໍ້ກໍານົດ ກົດລະບຽບຂອງກອງທັບ ກໍຄື ຂອງວິທະຍາຄານວາງອອກ ຢ່າງເຂັ້ມງວດ ເຮັດໃຫ້ສົກຮຽນ 2021-2022 ໄດ້ຮັບໝາກຜົນ ສູງພໍສົມຄວນ, ສະແດງອອກ ໃນການສອບເສັງຈົບຊັ້ນ ຄື: ນັກ ສຶກສາເຕັກນິກລົດໂອໂຕ ຈໍານວນ ທັງໝົດ 19 ສະຫາຍ ໄດ້ຄະ ແນນ ເກດ B ກວມເອົາ 31,5%, ເກດ C+ ກວມເອົາ 68,5%, ນັກສຶກ ສາເຕັກນິກຍຸດໂທຈໍານວນ ທັງ ໝົດ 19 ສະຫາຍ ໄດ້ຄະແນນເກດ B ກວມເອົາ 78,9%, ເກດ C+ ກວມເອົາ 21,1% ແລະ ພະນັກ ງານບຳລຸງວຽກງານເສນາເຕັກ ນິກ ໄລຍະ 6 ເດືອນຈໍານວນທັງ ໝົດ 30 ສະຫາຍ ຍາດໄດ້ຄະ ແນນຂັ້ນເກັ່ງກວມເອົາ 36,66%, ຂັ້ນກາງກວມເອົາ 63,34%. ສໍາລັບຜົນການສອບ ເສັງຈົບຊັ້ນວິຊາການເມືອງ ນັກ ສຶກສາເຕັກນິກລົດໂອໂຕ ສາ ມາດຍາດໄດ້ລະດັບເກດ A ຈຳ ນວນ 4 ສະຫາຍ, ເກດ B+ ຈໍາ ນວນ 9 ສະຫາຍ, ເກດ B ຈໍາ ນວນ 3 ສະຫາຍ, ເກດ C+ ຈໍາ ນວນ 3 ສະຫາຍ, ນັກສຶກສາ ເຕັກນິກຍຸດໂທ ຍາດໄດ້ລະດັບ ເກດ A ມີ 6 ສະຫາຍ, ເກດ B+ ມີ 6 ສະຫາຍ, ເກດ B ມີ 4 ສະຫາຍ, ເກດ C+ ມີ 3 ສະ ຫາຍ=15,79%, ຜົນການ ສອບ ເສັງວິຊາສະເພາະນັກສຶກສາ ເຕັກນິກລົດໂອໂຕ ຍາດໄດ້ລະ ດັບເກດ B+ ມີ 3 ສະຫາຍ, ເກດ B ມີ 2 ສະຫາຍ, ເກດ C+ ມີ 5 ສະຫາຍ, ເກດ C ມີ 9 ສະຫາຍ ແລະ ນັກສຶກສາເຕັກນິກຍຸດໂທ ຍາດໄດ້ລະດັບເກດ A ມີ 5 ສະ ຫາຍ, ເກດ B+ ມີ 2 ສະຫາຍ, ເກດ B ມີ 3 ສະຫາຍ, ເກ ດ C+ ມີ 8 ສະຫາຍ, ເກດ C ມີ 1 ສະ ຫາຍ. ໃນພິທີ, ຍັງໄດ້ຈັດຕັ້ງຍ້ອງ ຍໍນັກສຶກສາທີ່ຮຽນດີ ແລະ ມີ ຜົນງານດີເດັ່ນ ຕະຫຼອດໄລຍະ ສຶກສາຮໍ່າຮຽນ ໃນນັ້ນປະເພດ I ມີ 2 ສະຫາຍ, ປະເພດ II ມີ 4 ສະ ຫາຍ, ປະເພດ III ມີ 6 ສະຫາຍ ແລະ ມອບປະກາຊະນີຍະບັດໃຫ້ນັກ ສຶກສາທີ່ສໍາເລັດການຮຽນໃນສົກ ຮຽນ 2021-2022 ຢ່າງສົມ ກຽດ. ໂດຍແມ່ນ ສະຫາຍ ພັນເອກ ສີສະໝອນ ໂນລະສິນ ຫົວໜ້າ ການທະຫານ ວຕກ ເປັນຜູ້ມອບ. ໂດຍ: ຄຳຜີວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ