ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນແມ່ຍິງກົມໃຫຍ່ເຕັກນິກກອງທັບຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII
ເວລາອອກຂ່າວ: 2022-06-20 10:07:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ:



ວັນທີ 14 ມິຖຸນາ 2022 ນີ້, ພະແນກສະຫະພັນແມ່ຍິງ ກົມໃຫຍ່ເຕັກນິກກອງທັບ, ໄດ້ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງກອງປະຊຸມໃຫຍ່ຜູ້ ແທນແມ່ຍິງລາວ ທົ່ວປະເທດຄັ້ງ ທີ VIII ຂຶ້ນ, ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກໍາມະ ການຄະນະພັກກະຊວງປ້ອງກັນ ປະເທດ, ຮອງຫົວໜ້າກົມໃຫຍ່ ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະ ບັນຊາ-ຄະນະນໍາສະຫະພັນແມ່ ຍິງກົມກອງອ້ອມຂ້າງ, ອົງການຈັດຕັ້ງຊາວໜຸ່ມຕະຫຼອດຮອດ ພະນັກງານສະມາຊິກເອື້ອຍນ້ອງ ແມ່ຍິງຢູ່ໃນອົງການກົມໃຫຍ່ເຕັກນິກເຂົ້າຮ່ວມ. ສະຫາຍ ພັນເອກ ສາຍຄຳ ພົມມະວົງ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ເຕັກນິກກອງທັບ, ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ວ່າ ດ້ວຍການອານຸມັດເປີດກອງປະ ຊຸມເຜີຍແຜ່ມະຕິກອງປະຊຸມ ໃຫຍ່ຜູ້ແທນແມ່ຍິງລາວທົ່ວປະ ເທດ ຄັ້ງທີ VIII ຢູ່ອົງການກົມ ໃຫຍ່ເຕັກນິກຂຶ້ນຢ່າງເປັນທາງ ການ. ຈາກນັ້ນ ສະຫາຍ ພັນໂທ ນາງ ວຽງສະຫວັນ ຊົມພູ ຫົວ ໜ້າພະແນກສະຫະພັນແມ່ຍິງ ກົມໃຫຍ່ເຕັກນິກກອງທັບ ຂຶ້ນເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ມະຕິຕົກລົງຂອງຄະ ນະເລຂາທິການສູນກາງພັກ ວ່າ ດ້ວຍການຮັບຮອງເອົາຄະນະ ບໍລິຫານງານສູນກາງສະຫະພັນ ແມ່ຍິງລາວ ສະໄໝທີ VIII, ແຜນ ພັດທະນາແມ່ຍິງກອງທັບ 5 ປີ ຄັ້ງທີ VIII (2021 - 2025), ວິໄສ ທັດພັດທະນາແມ່ຍິງລາວ ຮອດປີ 2035, ແຜນພັດທະນາແມ່ຍິງ ກົມໃຫຍ່ເຕັກນິກກອງທັບ 5 ປີ ຄັ້ງທີ VIII (2021-2025), ວິໄສທັດພັດທະນາແມ່ຍິງລາວ ຮອດປີ 2035, ພ້ອມທັງຜ່ານ ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະ ກວດກາຂອງສະຫະພັນແມ່ຍິງ ຂັ້ນພະແນກ, ຂະແໜງ ແລະ ໜ່ວຍ ເອກະລາດທີ່ຂຶ້ນກັບຫ້ອງການສະ ຫະພັນແມ່ຍິງກອງທັບ, ການຈັດ ຕັ້ງເຜີຍແຜ່ເຊື່ອມຊຶມເອກະສານ ສຳຄັນຕ່າງໆໃນຄັ້ງນີ້, ກໍເພື່ອແນ ໃສ່ເຮັດໃຫ້ພະນັກງານ-ສະຫະ ພັນແມ່ຍິງໄດ້ຮັບຮູ້ ແລະ ເຂົ້າໃຈເຖິງເນື້ອໃນຈິດໃຈຂອງກອງປະຊຸມ, ບັນດາເອກະສານຕ່າງໆ ແລະ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນ ພົນລະເມືອງດິມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະ ຊາຊົນ ຍຶດໝັ້ນໃນອຸດົມຄະຕິສັງ ຄົມນິຍົມ, ມີຄວາມສີວິໄລດ້ານ ຈິດໃຈ, ເຄົາລົບ ແລະ ປະຕິບັດຕາມ ລັດຖະທຳມະນູນ, ກົດໝາຍເຂົ້າ ເຖິງຂໍໍ້ມູນຂ່າວສານ, ມີຄວາມຮູ້ ແລະ ຄວາມສາມາດນຳໃຊ້ເຕັກ ນິກວິທະຍາສາດ, ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການປະຕິ ບັດໜ້າທີ່ວຽກງານ, ພັດທະນາຊີ ວິດຂອງຕົນເອງ ແລະ ຄອບຄົວ. ອະນຸລັກຮັກສາ ແລະ ສົ່ງເສີມມູນ ເຊື້ອວັດທະນາທຳອັນດີງາມຂອງ ຊາດ ແລະ ຄຸນລັກສະນະທີ່ເປັນມູນ ເຊື້ອຂອງແມ່ຍິງລາວບັນດາເຜົ່າ. ໃນໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະ ວົງ ໄດ້ຂຶ້ນເຜີຍແຜ່ບົດໂອ້ລົມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ລາວທົ່ວປະເທດຄັ້ງທີ VIII, ພ້ອມ ທັງໄດ້ມີຄໍາເຫັນເນັ້ນໜັກໃຫ້ເອົາ ໃຈໃສ່ເຮັດວຽກງານສຶກສາອົບ ຮົມການເມືອງ-ແນວຄິດໃຫ້ໜັກ ແໜ້ນເຂັ້ມແຂງຮອບດ້ານ, ສືບ ຕໍ່ເຄື່ອນໄຫວວຽກງານຕາມພາ ລະບົດບາດຂອງຕົນ, ສຸມໃສ່ສ້າງ ເສດຖະກິດຄອບຄົວໃຫ້ນັບມື້ດີ ຂຶ້ນ, ເປັນເຈົ້າການຮັກສາລັກສະ ນະທີ່ເປັນມູນເຊື້ອອັນດີງາມຂອງ ແມ່ຍິງລາວ, ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະກົມ ກອງສືບຕໍ່ຊີ້ນໍາ-ນໍາພາ, ອໍານວຍ ຄວາມສະດວກ ແລະ ໃຫ້ການ ຊ່ວຍເຫຼືອແກ່ອົງການຈັດຕັ້ງສະ ຫະພັນແມ່ຍິງໄດ້ເຄື່ອນໄຫວຕາມ ພາລະບົດບາດຂອງຕົນ ຢ່າງເຕັມ ສ່ວນ, ປຸກລະດົມສຸກຍູ້ຂະບວນ ການ 3 ດີຂອງແມ່ຍິງ, ຂະບວນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຂະບວນ ການອື່ນໆ ໃຫ້ເປັນຂະບວນການ ຟົດຟື້ນ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ