ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງອຸດົມໄຊຈັດພິທີສົ່ງອັດຖິທະຫານ ອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ເວລາອອກຂ່າວ: 2022-06-20 10:06:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ພິທີສົ່ງອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານ ຫວຽດ ນາມ, ທີ່ເສຍສະຫຼະຊີວິດ ໃນປາງ ສົງຄາມຢູ່ 6 ແຂວງ ພາກເໜືອ ຂອງລາວກັບຄືນມາຕຸພູມ. ໄດ້ຈັດ ຂຶ້ນໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2022 ນີ້, ຢູ່ທີ່ສະໂມສອນ ແຂວງອຸດົມໄຊ, ໂດຍເປັນກຽດ ເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳ ຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ແຂວງອຸດົມ ໄຊ, ມີ ສະຫາຍ ພົນຈັດຕະວາ ເຈີນຫງັອກ ຕ້ວນ ຮອງຫົວໜ້າ ການເມືອງ ກອງບັນຊາການທະ ຫານເຂດ 2 ພ້ອມດ້ວຍຄະນະ, ມີ ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກ ງານກະຊວງປ້ອງກັນປະເທດ, ມີຄະນະປະຕິບັດງານພິເສດ 6 ແຂວງພາກເໜືອ, 2 ກອງບັນ ຊາການທະຫານ-ຕຳຫຼວດ, ພະ ນັກງານ-ນັກຮົບ ເຂົ້າຮ່ວມ. ຕະຫຼອດໄລຍະຜ່ານມາເປັນ ເວລາ 28 ປີ ນັບແຕ່ປີ 1994 ທີ່ ສອງພັກ-ສອງລັດ, ສອງກອງ ທັບລາວ-ຫວຽດນາມ, ຫວຽດ ນາມ-ລາວ ໄດ້ພ້ອມກັນຊອກຫາ, ສໍາຫຼວດ, ເກັບກໍາຂໍ້ມູນ, ເພື່ອ ຂຸດຄົ້ນທ້ອນໂຮມ ແລະ ເຄື່ອນ ຍ້າຍອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ ເສຍສະຫຼະຊີວິດໃນໄລຍະຕໍ່ສູ້ກູ້ ຊາດ ເພື່ອປົດປ່ອຍປະເທດຢູ່ 6 ແຂວງພາກເໜືອ ຂອງສາທາລະ ນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ໂດຍການປະສານສົມ ທົບກັນກັບກອງປະຕິບັດງານ ພິເສດທະຫານເຂດ 2 ກອງທັບ ປະຊາຊົນຫວຽດນາມ. ເຊິ່ງສາ ມາດກວດກາ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິໄດ້ທັງໝົດ ຈໍານວນ 1.792 ອັດຖິ. ໃນນັ້ນ, ຮູ້ຊື່, ທີ່ຢູ່ ແລະ ບ້ານເກີດເມືອງ ນອນຈໍານວນ 362 ອັດຖິ. ສົ່ງ ກັບຄືນປະເທດທັງໝົດ ຈໍານວນ 1.784 ອັດຖິ. ໃນສົກປີ 2021-2022 ນີ້, ສາມາດຂຸດຄົ້ນໄດ້ 8 ອັດຖິຢູ່ແຂວງຫຼວງພະບາງ 6 ອັດຖິ ແລະ ແຂວງອຸດົມໄຊ 2 ອັດຖີ, ໃນນັ້ນ, ຮູ້ຊື່, ທີ່ຢູ່ ແລະ ບ້ານເກີດຈໍານວນ 3 ອັດຖິ. ດັ່ງ ນັ້ນ ການນໍາພັກ-ລັດ 6 ແຂວງ ພາກເໜືອຂອງລາວ ແລະ ປະຊາ ຊົນລາວບັນດາເຜົ່າ ຈຶ່ງໄດ້ຈັດພິ ທີມອບ-ຮັບອັດຖິຈໍານວນ 8 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວ ຊານ ສສ ຫວຽດນາມໃຫ້ແກ່ ກອງປະຕິບັດງານຂອງຝ່າຍ ຫວຽດນາມພັກ- ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຂໍຈາລຶກຈົດຈຳ ແລະ ຮູ້ບຸນຄຸນ ເປັນຢ່າງຍິ່ງຕໍ່ການເສຍສະຫຼະ ອັນສູງສົ່ງຂອງພະນັກງານ-ນັກ ຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢ່າງບໍ່ມີ ວັນລືມ. ໂດຍ: ສົມພູນ ທຳມະຕານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ