ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 661 ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-31 10:10:03 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ກອງພັນໃຫຍ່ 661 ໄດ້ຈັດ ຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ ຂຶ້ນໃນວັນທີ 28 ມັງກອນ 2019 ນີ້, ໂດຍການເຂົ້າຮ່ວມ ເປັນປະທານຂອງທ່ານ ພົນຕີ ປະສິດ ທ່ຽງທຳ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີທ່ານ ພົນຈັດ ຕະວາ ບົວວັນ ບຸດທະຈັນໂທ ຫົວໜ້າກົມ ລົດຕັງ-ຍານເກາະ ມີຄະນະພັກ-ຄະນະບັນຊາ, ອະດີດພະນັກງານການນຳ ກອງພັນ, ແຂກຖືກເຊີນ ພ້ອມ ດ້ວຍພະນັກງານຫຼັກແຫຼ່ງທົ່ວ ກອງພັນໃຫຍ່ດັ່ງກ່າວເຂົ້າຮ່ວມ. ທ່ານ ພົນຕີ ປະສິດ ທ່ຽງທຳ ໄດ້ຍົກໃຫ້ເຫັນບາງຕອນກ່ຽວ ກັບປະຫວັດສາດແຫ່ງການກຳ ເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ຕະຫຼອດ ໄລຍະ 70 ຜ່ານມາ, ນັບແຕ່ກອງ ທັບປະຊາຊົນລາວໄດ້ຮັບການ ສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະກິດ ອັນໜັກໜ່ວງໃນການຕໍ່ສູ້ກູ້ຊາດ ຕ້ານກັບພວກຈັກກະພັດຜູ້ຮຸກ ຮານທັງແບບເກົ່າ ແລະ ໃຫມ່ທີ່ ມີຈໍານວນພົນເຫນືອກວ່າ, ມີ ພາຫະນະ-ອາວຸດທີ່ທັນສະໄຫມ ກວ່າ, ແຕ່ຍ້ອນນໍ້າໃຈຮັກຊາດ, ເດັດດ່ຽວຫນຽວແຫນ້ນ ຕໍ່ສູ້ບໍ່ ຍອມຈໍານົນຂອງນັກປະຕິວັດ ຮຸ່ນກ່ອນ ໄດ້ເຮັດໃຫ້ກອງທັບເຮົາ ຍິ່ງຕີກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງ ຕີຍິ່ງໄດ້ຮັບໄຊຊະນະເປັນຂັ້ນໆ ມາ ຈົນໄດ້ຮັບໄຊຊະນະສາມາດ ປົດປ່ອຍປະເທດຊາດໄດ້ຢ່າງສົມ ບູນ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ຕະຫຼອດໄລຍະ 70 ປີແຫ່ງການ ຕໍ່ສູ້ ແລະ ເຄື່ອນໄຫວຢ່າງລຽນ ຕິດໃນເງື່ອນໄຂທີ່ຫຍຸ້ງຍາກລໍາ ບາກ ແລະ ທຸລະກັນດານທີ່ສຸດ ນັ້ນ, ພາຍໃຕ້ການນໍາພາຂອງພັກ, ບັນດາກຳລັງປະກອບອາວຸດປະ ຊາຊົນລາວ ໄດ້ເຮັດສໍາເລັດພາ ລະກິດປະຕິວັດອັນຍິ່ງໃຫຍ່ ແລະ ຫນັກຫນ່ວງທີ່ພັກມອບໝາຍໃຫ້, ສ້າງຜົນງານອັນດີເດັ່ນ, ວີລະ ກຳອັນລໍ້າເລີດປະດັບໄວ້ໃນໜ້າ ປະຫວັດສາດຂອງຊາດຢ່າງ ສົມກຽດ, ສ້າງມູນເຊື້ອອັນດີ ງາມຫລາຍປະການໄວ້ໃຫ້ແກ່ ກໍາລັງປະກອບອາວຸດປະຕິວັດ ສົມແລ້ວທີ່ເປັນກອງທັບວີລະ ຊົນຂອງຊາດລາວວີລະຊົນ ເຊິ່ງ ໄດ້ຮັບຄໍາສັນລະເສີນຈາກພັກ ແລະ ລັດວ່າ: " ກອງທັບຍາມ ໃດກໍນໍາຫນ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ, ຕີ ເອົາຊະນະສັດຕູທຸກໂຕ, ສໍາ ເລັດທຸກຫນ້າທີ່, ສົມເປັນກຳລັງ ແກ່ນສານທີ່ເຂັ້ມແຂງຂອງການ ປະຕິວັດ, ເປັນເຄື່ອງມືອັນແຫຼມ ຄົມຂອງພັກ. ໂອກາດດັ່ງກ່າວຍັງໄດ້ຈັດຕັ້ງ ຍ້ອງຍໍຜົນງານ 5 ປິ (2014- 2019) ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີໃຫ້ບຸກຄົນ ແລະ ກົມກອງລວມຫມູ່ທົ່ວກອງພັນ ໃຫຍ່ 661 ຕື່ມອີກ, ໃນນັ້ນມີຜູ້ ໄດ້ຮັບຫຼຽນໄຊອິດສະຫລະຊັ້ນ II ຈໍານວນ 2 ສະຫາຍ, ຊັ້ນ III ຈໍານວນ 5 ສະຫາຍ, ໄດ້ຮັບ ຫຼຽນໄຊແຮງງານຊັ້ນ II ຈໍາ ນວນ 38 ສະຫາຍ ແລະ 1 ກົມກອງ, ຊັ້ນ III ຈໍານວນ 72 ສະຫາຍ ແລະ 3 ກົມກອງ, ໄດ້ ຮັບຫຼຽນກາແຮງງານຈໍານວນ 143 ສະຫາຍ, ໄດ້ຮັບໃບຍ້ອງ ຍໍລັດຖະບານມີ 135 ສະຫາຍ, ໄດ້ຮັບຫຼຽນໄຊພິລາດອາດຫານ ຊັ້ນ II ມີ 24 ສະຫາຍ ແລະ 1 ກົມກອງ, ຊັ້ນ III ມີ 31 ສະຫາຍ ແລະ 3 ກົມກອງ, ໄດ້ຮັບໃບຍ້ອງ ຍໍກະຊວງປ້ອງກັນປະເທດມີ 73 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບມີ 59 ສະຫາຍ. ໂດຍ: ນາງ ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ