ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍອດຜູ້ເສຍຊີວິດຈາກເຫດຍິງກັນ ໃນສະຫະລັດອາເມຣິກາໃນເດືອນນີ້ເກືອບ 30 ຄົນ
ເວລາອອກຂ່າວ: 2022-05-27 10:58:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ສໍານັກຂ່າວຊິນຮວາໃຫ້ຮູ້ວ່າ: ຕາມການລາຍງານຂອງທ່ານ ແອັດບອດໃນວັນທີ 24 ພຶດສະ ພານີ້ວ່າ, ໄດ້ເກີດເຫດການຍິງ ກັນຢູ່ໂຮງຮຽນປະຖົມແຫ່ງໜຶ່ງ ໃນເມືອງ ອູວາດີ ທາງພາກໃຕ້ ຂອງລັດເທັກຊັດ ສະຫະລັດອາ ເມຣິກາ, ຕໍ່ເຫດການນີ້ເຮັດໃຫ້ ນັກຮຽນເສຍຊີວິດ 14 ຄົນ, ຄູສອນ 1 ຄົນ ແລະໄດ້ຮັບບາດເຈັບອີກ ຈໍານວນໜຶ່ງ. ຫຼັງຈາກນັ້ນ, ມືປືນ ຊາຍຄົນນັ້ນເຊິ່ງມີພຽງອາຍຸ 18 ປີໄດ້ຍິງປະທະກັບຝ່າຍຕໍາຫຼວດ ແລະ ເຮັດໃຫ້ເສຍຊີວິດໃນເວລາ ຕໍ່ມາ, ປັດຈຸບັນ ເຫດການດັ່ງກ່າວ ກໍາລັງຢູ່ໃນຂັ້ນຕອນການສືບ ສວນຫາສາເຫດແຮງຈູງໃຈ. ທ່ານ ແອັດບອດ ໃຫ້ຮູ້ຕື່ມວ່າ, ເມື່ອບໍ່ດົນມານີ້ ໄດ້ເກີດເຫດຍິງ ກັນຢູ່ໃນສະຫະລັດອາເມຣິກາ ເລື້ອຍໆເຊັ່ນ: ວັນທີ 14 ເດືອນ ນີ້, ມີການຍິງກັນເກີດຂຶ້ນຢູ່ຮ້ານ ສັບພະສິນຄ້າແຫ່ງໜຶ່ງໃນເມືອງ ບັບຟາໂລ ລັດນິວຢອກ, ເຮັດ ໃຫ້ມີຜູ້ເສຍຊີວິດ 10 ຄົນ ແລະ 3 ຄົນບາດເຈັບ. ວັນທີ 15 ເດືອນ ນີ້, ການຍິງກັນໄດ້ເກີດຂຶ້ນຢູ່ຕະ ຫຼາດນັດແຫ່ງໜຶ່ງໃນເມືອງຮູ ຕອນທີ່ເປັນເມືອງໃຫຍ່ທີ່ສຸດຂອງ ລັດເທັກຊັດ, ເຮັດໃຫ້ມີຜູ້ເສຍຊີ ວິດ 2 ຄົນ ແລະ ບາດເຈັບໜັກອີກ 3 ຄົນ. ມື້ດຽວກັນ, ໄດ້ເກີດເຫດ ການຍິງປືນຢູ່ໂບດແຫ່ງໜຶ່ງຢູ່ ເມືອງ ເອົາແລງກີ ລັດ ຄາລີຟໍເນຍ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 5 ຄົນ. ສັງລວມແລ້ວພາຍໃນເດືອນ ພຶດສະພານີ້, ໃນອາເມຣິກາມີເຫດ ການຍິງກັນຫຼາຍພໍສົມຄວນ, ເຮັດມີຜູ້ເສຍຊີວິດຍ້ອນເຫດການ ດັ່ງກ່າວເກືອບ 30 ຄົນ ແລະ ບາດເຈັບ 10 ກວ່າຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ