ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຣມາ ຍາດໄດ້ແຊັມ ຢູໂຣປາ ຄອນເຟີເຣນ ລີກ ເປັນສະໄໝທຳອິດ
ເວລາອອກຂ່າວ: 2022-05-27 10:53:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ການແຂ່ງຂັນເຕະບານໃນ ລາຍການຢູໂຣປ້າ ຄອນເຟີເຣນ ລີກ ປະຈຳລະດູການ 2021- 2022, ທີ່ຈັດຂຶ້ນເປັນຄັ້ງທຳອິດ ໂດຍຮອບຊີງຊະນະເລີດເປັນ ການພົບກັນລະຫວ່າງທີມໂຣມາ ຈາກອີຕາລີ ແລະ ເຟນຍູດ ຈາກ ຕວກກີ ເຊິ່ງແຂ່ງຂັນຢູ່ທີ່ສະ ໜາມກີລາແຫ່ງຊາດ ອາຣີນ່າ ປະເທດຣູມານີ. ຜ່ານການແຂ່ງຂັນຜົນປະກົດ ວ່າ: ໂຣມາ ເຮັດຜົນງານໄດ້ດີ ກວ່າ ສາມາດເອົາຊະນະເຟນ ຍູດໄດ້ 1-0 ປະຕູ, ໂດຍ ໂຣມາ ໄດ້ປະຕູຈາກ ນິໂຄໂລ ຊານິ ໂອ ໂລ ໃນນາທີ 32 ຈາກນັ້ນທັງ ສອງທີມກໍພະຍາຍາມຍິງປະຕູ ຕື່ມ, ແຕ່ກໍບໍ່ມີທີມໃດເຮັດໄດ້, ຈົບເກມ ໂຣມາ ຊະນະ ເຟນຍູດ 1-0 ປະຕູ, ຍາດໄດ້ຂັນແຊັມໄປ ຄອງໄດ້ສຳເລັດ, ພ້ອມທັງໄດ້ ສິດຜ່ານເຂົ້າໄປເຕະບານໃນ ລາຍການ ຢູຟ່າແຊັມປຽນລີກໃນ ລະດູການ 2022-2023 ໃນ ຖານະແຊັມ ຢູໂຣປ້າ ຄອນເຟີ ເຣນລີກ. ນີ້ຖຶວ່າເປັນແຊັມຂັນທຳອິດ ພາຍໃຕ້ການຄຸມທີມຂອງ ໂຈເຊ ມູຣິນໂຍ, ທີ່ເຂົ້າມາເຮັດວຽກກັບ ສະໂມສອນແຫ່ງນີ້ນັບແຕ່ທ້າຍປີ 2020 ແລະ ເຮັດໃຫ້ ມູຣີນໂຍ ການເປັນຄູເຝິກຄົນທຳອິດທີ່ສາ ມາດຍາດໄດ້ 3 ແຊັມຂອງສະ ຫະພັນບານເຕະແຫ່ງຊາດເອີຣົບ ເຊິ່ງປະກອບດ້ວຍ, ຢູຟ້າແຊັມ ປຽນລີກ, ຢູໂຣປ້າລີກ ແລະ ຢູ ໂຣປ້າຄອນເຟີເຣນລີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ