ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ເຕັກນິກກອງທັບ ປະກາດເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2022-05-27 10:28:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 396 | ຄວາມນິຍົມ:



ໃນວັນທີ 24 ພຶດສະພາ 2022 ນີ້, ກົມໃຫຍ່ເຕັກນິກກອງ ທັບ ໄດ້ປະກາດເລື່ອນຊັ້ນໃຫ້ ນາຍທະຫານ, ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະ ວາ ສາຍສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກ ກອງທັບ, ມີຄະນະພັກ-ຄະນະບັນ ຊາ, ກົມ, ຫ້ອງ, ພະແນກການ ຕະຫຼອດຮອດພະນັກງານ ແລະ ຜູ້ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າ ຮ່ວມ. ສະຫາຍ ພັນໂທ ວຽງທອງ ພັນທະສິດ ຮອງຫົວໜ້າຫ້ອງ ການເມືອງ ກົມໃຫຍ່ເຕັກນິກກອງ ທັບ ໄດ້ຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກົມໃຫຍ່ເຕັກນິກກອງທັບ, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍທະຫານ. ກະຊວງປ້ອງກັນປະເທດຕົກລົງ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 21 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 18 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍຕີ ຂຶ້ຶນ ຮ້ອຍໂທ ຈໍານວນ 10 ສະຫາຍ. ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ໄດ້ໂອ້ລົມ ແລະ ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນ ດາສະຫາຍທີ່ໄດ້ຮັບເລື່ອນ ຊັ້ນໃໝ່ . ການໄດ້ຮັບການເລື່ອນ ຊັ້ນໃໝ່ແມ່ນກຽດສັກສີໃຫ້ແກ່ ຕົນເອງ ແລະ ກົມກອງ ແລະ ຈົ່ງ ສືບຕໍ່ເປັນຫຼັກແຫຼ່ງນໍາພາປັບປຸງ ກໍ່ສ້າງກົມກອງໃຫ້ມີຄວາມກ້າວ ໜ້າໃຫ້ສົມກັບຄວາມໄວ້ເນື້ອເຊື່ອ ໃຈຂອງຂັ້ນເທິງ, ກໍາແໜ້ນແນວ ທາງນະໂຍບາຍຂອງພັກ, ຂອງ ລັດທີ່ວາງອອກໃນແຕ່ລະໄລຍະ ເພື່ອນໍາມາຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ໜ້າວຽກງານຂອງແຕ່ລະ ຂະແໜງການຂອງຕົນ, ສ້າງ ຄວາມສາມັກຄີພາຍໃນ, ພາຍ ນອກບົນພື້ນຖານຂອງພັກໃຫ້ ເປັນປຶກແຜ່ນແໜ້ນໜາ, ຕ້ານ ແລະ ສະກັດກັ້ນແນວຄິດເອກະເທດ, ແບ່ງພັກ, ແບ່ງພວກ, ແນວຄິດ ສໍ້ລາດບັງຫຼວງ, ເອົາໃຈໃສ່ປະຕິ ບັດຂໍ້ກໍານົດກົດລະບຽບຂອງ ກອງທັບວາງອອກຢ່າງເຂັ້ມ ງວດ, ເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ, ເປັນເຈົ້າການສຶກສາຄົ້ນຄວ້າຊອກຮູ້ຮໍ່າຮຽນເພື່ອຍົກລະ ດັບຄວາມອາດສາມາດໃຫ້ແກ່ ຕົນເອງ, ປັບປຸງແບບແຜນວິທີເຮັດວຽກເປັນໝູ່ຄະນະ, ແບ່ງ ຄວາມຮັບຜິດຊອບໃຫ້ບຸກຄົນ ຢ່າງຈະແຈ້ງ, ພ້ອມກັນເປັນຫຼັກ ແຫຼ່ງປະກອບສ່ວນໃຫ້ແກ່ຂະ ແໜງການເຕັກນິກ, ເຮັດສໍາເລັດ ໜ້າທີ່ຕາມການມອບໝາຍຂອງ ຂັ້ນເທິງໃຫ້ບັນລຸຜົນ. ໂດຍ: ພູສະນິດ ສິງເມືອງຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ