ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮົງກາຣີ ປະກາດພາວະສຸກເສີນພາຍໃນປະເທດ
ເວລາອອກຂ່າວ: 2022-05-27 09:02:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ສໍານັກຂ່າວຊິນຮວາໃຫ້ຮູ້ ວ່າ: ວັນທີ 24 ພຶດສະພານີ້, ທ່ານ ໂອບານ ນາຍົກລັດຖະມົນ ຕີຮົງກາຣີປະກາດວັນທີ 24 ພຶດ ສະພານີ້ວ່າ, ລັດຖະບານໄດ້ຫັນ ປະເທດເຂົ້າສູ່ພາວະສຸກເສີນນັບ ແຕ່ເວລາທ່ຽງຄືນຂອງມື້ນັ້ນເພື່ອ ຮັບມືກັບຜົນກະທົບຈາກການປະ ທະກັນລະຫວ່າງຣັດເຊຍ ແລະ ອູແກຣນ. ຂ່າວໃຫ້ຮູ້ວ່າ: ລັດຖະບານ ຮົງກາຣີ ໄດ້ອອກຖະແຫຼງການ ໃນສື່ສັງຄົມໃນວັນທີ 24 ພຶດສະ ພາ, ໂດຍລັດຖະບານຮົງກາຣີໄດ້ ໃຊ້ອໍານາດຂອງຕົນຕາມລັດຖະ ທໍາມະນູນ ແລະ ປະກາດພາວະ ສຸກເສີນໃນທົ່ວປະເທດຕັ້ງແຕ່ເວ ລາທ່ຽງຄືນຂອງມື້ນັ້ນ. ການປະ ທະກັນ ລະຫວ່າງ ຣັດເຊຍ-ອູ ແກຣນ ເປັນໄພຂົ່ມຂູ່ຕໍ່ການສະ ໜອງພະລັງງານ, ຄວາມໝັ້ນຄົງ ທາງເສດຖະກິດ ແລະ ຄວາມ ປອດໄພຂອງປະຊາຊົນ ແລະ ຊັບ ສິນຂອງເຂົາເຈົ້າຢູ່ໃນຂອບຂອງ ວິກິດການເສດຖະກິດ. ກ່ອນໜ້ານັ້ນ, ສະພາແຫ່ງຊາດ ຮົງກາຣີ ໄດ້ລົງຄະແນນສຽງ 136 ສຽງ, 36 ສຽງຄັດຄ້ານ ການປັບປຸງລັດຖະທຳມະນູນທີ່ ໃຫ້ລັດຖະບານມີສິດປະກາດພາ ວະສຸກເສີນໃນກໍລະນີເກີດການ ປະທະກັນດ້ວຍກຳລັງອາວຸດ, ສົງ ຄາມ ຫຼື ໄພພິບັດດ້ານມະນຸດສະ ທຳຢູ່ປະເທດບ້ານໃກ້ເຮືອນຄຽງ. ອີງຕາມລັດຖະທໍາມະນູນສະບັບ ປັບປຸງ, ລັດຖະບານມີສິດປະກາດ ພາວະສຸກເສີນໃນປະເທດ ເພື່ອ ຮັບມືກັບວິກິດການດັ່ງກ່າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ