ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະພາແຫ່ງຊາດ ຍົກລະດັບຄວາມຮູ້ວຽກງານ ກວດກາ ແລະ ຕ້ານການສໍ້ລາດບັງຫຼວງ
ເວລາອອກຂ່າວ: 2022-05-27 08:25:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 256 | ຄວາມນິຍົມ:



ສະພາແຫ່ງຊາດໄດ້ຈັດຕັ້ງ ເຝິກອົບຮົມວຽກງານກວດກາ ພັກ-ລັດ ແລະ ຕ້ານການສໍ້ລາດ ບັງຫຼວງໃຫ້ແກ່ຄະນະກວດກາ ຮາກຖານພັກ ໃນວັນທີ 25 ພຶດ ສະພານີ້ ທີ່ຫໍປະຊຸມສະພາແຫ່ງ ຊາດ ໂດຍມີທ່ານ ສຸບັນ ສະວະ ບຸດ ຮອງປະທານກວດກາພັກ- ລັດສະພາແຫ່ງຊາດ ປະທານ ກໍາມາທິການວຽກງານສະມາ ຊິກສະພາແຫ່ງຊາດ, ທ່ານ ດາວ ບົວລະພາ ບາວົງເພັດ ກຳມະການຄະນະປະຈຳພັກ ຮອງປະທານຄະນະກວດກາ ສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ມີພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສຸບັນ ສະວະບຸດ ໄດ້ກ່າວ ວ່າ: ບ່ອນໃດມີການກວດກາສະ ແດງວ່າບ່ອນນັ້ນມີການນໍາພາ, ບ່ອນໃດບໍ່ມີການກວດກາບ່ອນ ນັ້ນກໍບໍ່ມີການນຳພາ ເຊິ່ງມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ກຳນົດວ່າ: “ເພີ່ມ ທະວີການຕິດຕາມ, ກວດກາ ແລະ ເດັດດ່ຽວແກ້ໄຂປະກົດ ການຫຍໍ້ທໍ້ຢູ່ພາຍໃນພັກ” ສິ່ງ ນີ້ຢັ້ງຢືນແລ້ວວ່າ ພັກໄດ້ຖືເອົາ ວຽກງານດັ່ງກ່າວເປັນເຄື່ອງມື ເພື່ອປັບປຸງຄຸນນະພາບການນໍາ ພາ-ຊີ້ນໍາຂອງພັກ. ສະນັ້ນ, ຄະ ນະພັກຂອງສະພາແຫ່ງຊາດຈຶ່ງ ຖືເອົາວຽກງານກວດກາພັກ-ລັດ ເປັນວຽກງານທີ່ມີຄວາມສຳຄັນ ເພື່ອຮັບປະກັນແກ່ການນຳພາ ຂອງຕົນໃນທຸກຂົງເຂດວຽກ ງານພາຍໃນສະພາແຫ່ງຊາດ, ສໍາລັບຢູ່ສະພາແຫ່ງຊາດພວກ ເຮົາແລ້ວ ໄດ້ມີການປັບປຸງກົງ ຈັກວຽກງານກວດກາຈາກເມື່ອ ກ່ອນມີພຽງຜູ້ຮັບຜິດຊອບວຽກ ງານກວດກາຂອງໜ່ວຍພັກ, ປັດຈຸບັນແຕ່ລະຮາກຖານພັກ ໄດ້ເລືອກຕັ້ງເອົາຄະນະກວດກາ ພັກ ເຊິ່ງປະກອບມີ 3 ສະຫາຍ ເຫັນວ່າມີຄວາມຈໍາເປັນຕ້ອງມີ ຄວາມຮັບຮູ້, ເຂົ້າໃຈ ແລະ ກໍາ ແໜ້ນຕໍ່ວຽກງານກວດກາ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດວຽກ ງານກວດກາມີຄວາມເປັນເອກະ ພາບກັນ, ຖືກຕ້ອງສອດຄ່ອງຕາມ ທີ່ກົດລະບຽບພັກໄດ້ກຳນົດໄວ້. ການເຝິກອົບຮົມຄັ້ງນີ້, ຈະໄດ້ ຮັບຟັງການສະເໜີຄວາມຮູ້ພື້ນ ຖານກ່ຽວກັບວຽກງານກວດກາ ພັກ-ລັດ ແລະ ວຽກງານຕ້ານ ການສໍ້ລາດບັງຫຼວງ ເຊິ່ງເປັນ ຫົວຂໍ້ທີ່ມີຄວາມສໍາຄັນ ເປັນການ ເພີ່ມຄວາມຮັບຮູ້ຂັ້ນພື້ນຖານ ຂອງວຽກງານກວດກາພັກ- ລັດ, ຕ້ານ ແລະ ສະກັດກັ້ນການ ສໍ້ລາດບັງຫຼວງໃຫ້ບັນດາຄະນະ ກວດກາແຕ່ລະຂັ້ນ ພາຍໃນອົງ ຄະນະພັກສະພາແຫ່ງຊາດ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ