ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປີ 2021 ທົ່ວຄະນະພັກກອງພົນທີ 1 ຖືກຮັບຮອງເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 57 ໜ່ວຍພັກ
ເວລາອອກຂ່າວ: 2022-05-25 11:29:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 565 | ຄວາມນິຍົມ:



ຄະນະພັກກອງພົນທີ 1 ຍາມ ໃດກໍໄດ້ຍົກສູງບົດບາດການເປັນ ແກນນໍາຂອງຕົນ ເຂົ້າໃນການ ປັບປຸງກໍ່ສ້າງພັກໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທຸກດ້ານ, ບົນພື້ນຖານເຊື່ອມຊຶມກໍາແໜ້ນຄໍາສັ່ງຂອງກົມການເມືອງສູນ ກາງພັກ, ຄໍາສັ່ງຂອງຄະນະເລ ຂາທິການສູນກາງພັກ, ຄໍາສັ່ງ ແນະນໍາຂອງຄະນະພັກກະຊວງ ປ້ອງກັນປະເທດ ແລະ ບົດແນະ ນໍາຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍການເພີ່ມທະວີ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ອັນໄດ້ເຮັດ ໃຫ້ປີ 2021 ຜ່ານມາ, ທົ່ວຄະນະ ພັກກອງພົນ ຕີລາຄາ ແລະ ຮັບ ຮອງໄດ້ໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ 57 ຫົວ ໜ່ວຍ ກົມກອງ ແລະ ມີຫຼາຍໜ່ວຍພັກ ຮັກສາໄດ້ຫຼາຍຄັ້ງຕິດຕໍ່ກັນ. ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ກຳມະການຄະນະ ປະຈໍາພັກກອງພົນ ຫົວໜ້າຫ້ອງ ການເມືອງກອງພົນທີ 1 ໄດ້ໃຫ້ສໍາ ພາດຕໍ່ສື່ມວນຊົນກອງທັບວ່າ: ການປັບປຸງກໍ່ສ້າງພັກໃນຊຸມປີ ຜ່ານມາ ນັ້ນ, ຄະນະພັກທຸກຂັ້ນໄດ້ ສຸມໃສ່ປັບປຸງກໍ່ສ້າງພັກທາງ ດ້ານການເມືອງ-ແນວຄິດ ໂດຍ ໄດ້ນໍາເອົາບັນດາມະຕິ, ກົດລະ ບຽບຂອງພັກ, ແນວທາງນະ ໂຍບາຍຂອງພັກ-ລັດ, ສະພາບ ການທັງພາຍໃນ ແລະ ຕ່າງປະ ເທດມາຈັດຕັ້ງເຜີຍແຜ່ໃຫ້ສະ ມາຊິກພັກ-ພະນັກງານ ໄດ້ເຊື່ອມ ຊຶມກຳແໜ້ນຢ່າງເລິກເຊິ່ງ, ເຮັດ ໃຫ້ພະນັກງານ ສະມາຊິກພັກ-ນັກຮົບ ມີຄຸນທາດການເມືອງ ໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນ, ມີ ຄວາມສະຫງົບອຸ່ນອຽນ, ເປັນ ເອກະພາບຕໍ່ການນໍາພາຂອງ ພັກ, ມີຄວາມຫ້າວຫັນຕໍ່ການປະ ຕິບັດໜ້າທີ່ການເມືອງຂອງຕົນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນ ປ່ຽນໂດຍສັນຕິຂອງສັດຕູ ແລະ ມີສະຕິເຄົາລົບຂໍ້ກຳນົດ-ກົດລະ ບຽບຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ; ການ ກໍ່ສ້າງພັກທາງດ້ານການຈັດຕັ້ງ ບົນພື້ນຖານໄດ້ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ, ສາມາດເສີມຂະຫຍາຍໄດ້ມູນ ເຊື້ອ, ທ່າແຮງການນໍາພາຂອງ ພັກ, ໄດ້ເອົາໃຈໃສ່ປັບປຸງບູລະ ນະການຈັດຕັ້ງພັກແຕ່ລະຂັ້ນ ໃຫ້ນັບມື້ມີຄຸນນະພາບດີຂຶ້ນ ສາມາດເປັນແກນນໍາໃນທຸກຂົງ ເຂດວຽກງານ, ປັດຈຸບັນນີ້, ກອງ ພົນທີ 1 ປະກອບມີ 1 ຄະນະ ພັກກອງພົນ, ມີ 2 ຄະນະພັກກອງ ພັນໃຫຍ່, ມີ 24 ຄະນະພັກຮາກ ຖານ, ມີ101 ໜ່ວຍພັກຂຶ້ນກັບ, ໃນນັ້ນ, ມີໜ່ວຍພັກສ້າງຕັ້ງຂຶ້ນ ໃໝ່ໃນປີຜ່ານມາ 10 ໜ່ວຍພັກ, ທາງດ້ານແບບແຜນການນໍາ ພາ ຄະນະພັກໄດ້ເປັນເຈົ້າການ ຮັກສາ ແລະ ປະຕິບັດລະບອບປະ ຊຸມຄະນະປະຈໍາພັກ, ຄະນະພັກ, ປຶກສາຫາລືວຽກງານຕົວຈິງ ແລະ ມີຄວາມເປັນເອກະພາບພາຍໃນ ໜ ັກແໜ້ນ, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ, ມອບໝາຍໃຫ້ບຸກຄົນຮັບຜິດ ຊອບຢ່າງລະອຽດຈະແຈ້ງ, ຄະ ນະພັກແຕ່ລະຂັ້ນ ໄດ້ຮັບການປັບ ປຸງແບບແຜນວິທີເຮັດວຽກຢ່າງ ເປັນລະບົບ, ຈໍາກັດໄດ້ທັດສະນະ ຫ່າງເຫີນມະຫາຊົນ, ພະຍາດ ອາດຍາສິດ ແລະ ອື່ນໆເຮັດໃຫ້ ພາຍໃນພັກມີຄວາມສະຫງົບ ໜັກແໜ້ນ, ໄປພ້ອມກັນນັ້ນ, ຄະ ນະພັກກອງພົນ ຍັງໄດ້ຍົກສູງບົດ ບາດການເປັນແກນນໍາຂອງຕົນ ຕໍ່ການນໍາພາຈັດຕັ້ງປະຕິບັດໜ້າ ທີ່ການເມືອງຂອງກົມກອງສາ ມາດຮັບປະກັນເຮັດສໍາເລັດໜ້າ ທີ່ຕາມທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້ດ້ວຍດີຕະຫຼອດມາ. ສະຫາຍ ຫົວໜ້າຫ້ອງການ ເມືອງ ກອງພົນທີ 1 ໄດ້ກ່າວຕື່ມ ວ່າ: ການປັບປຸງກໍ່ສ້າງພັກໃນໄລ ຍະຜ່ານມາ ຍັງມີຄວາມຫຍຸ້ງ ຍາກຫຼາຍດ້ານ ເນື່ອງຈາກຄະພັກ ຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກຈໍານວນໜຶ່ງ ຍັງຖື ເບົາຕໍ່ຂະບວນການກໍ່ສ້າງພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຍັງເຮັດແບບລວມໆ, ຫົວຄິດປະ ດິດສ້າງຍັງມີຂອດຈໍາກັດ, ຂາດ ການຊຸກຍູ້, ຕິດຕາມ, ກວດກາ ເຮັດໃຫ້ຄຸນນະພາບການກໍ່ສ້າງ ພັກບໍ່ໄດ້ດີເທົ່າທີ່ຄວນ, ແຕ່ແນວ ໃດກໍຕາມ, ຄະນະພັກກອງພົນ ພວກເຮົາ ໄດ້ເອົາໃຈໃສ່ຊີ້ນໍາ ຢ່າງໃກ້ຊິດຕິດແທດ, ໂດຍໄດ້ຊີ້ ນໍາອົງການ ການເມືອງ ທີ່ເປັນ ເສນາທິການດ້ານວຽກງານພັກ- ວຽກງານການເມືອງໃຫ້ຮັບຜິດ ຊອບຊີ້ນໍາ-ນໍາພາບັນດາຮາກ ຖານພັກທີ່ຂຶ້ນກັບ, ແຕ່ງຕັ້ງຄະນະ ຊີ້ນໍາລວມ ແລະ ອະນຸກໍາມະການ ຂັ້ນກອງພົນ ເພື່ອເຄື່ອນໄຫວຕິດຕາມກວດກາຢູ່ບັນດາຮາກຖານພັກໃນທົ່ວກອງພົນເປັນປົກກະຕິ, ຊຸກຍູ້ຢ່າງແຂງແຮງຂະບວນການ ກໍ່ສ້າງພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ ກໍຄືໜ້າທີ່ການເມືອງຂອງ ກົມກອງ, ປຸກລະດົມສະມາຊິກ ພັກ, ພະນັກງານ-ນັກຮົບ ເຂົ້າ ຮ່ວມຢ່າງເປັນຂະບວນການຟົດ ຟື້ນ ແລະ ຖືເອົາຂະບວນການດັ່ງ ກ່າວເປັນຄວາມຮັບຜິດຊອບຂອງ ໝົດທຸກຄົນ, ເຊິ່ງໄດ້ເຮັດໃຫ້ການ ກໍ່ສ້າງພັກຢູ່ຄະນະພັກກອງພົນທີ 1 ໃນປີ 2021 ຜ່ານມາ ຮັບປະ ກັນໄດ້ທັງດ້ານປະລິມານ ແລະ ຄຸນນະພາບສູງ ສະແດງອອກຄື: ທົ່ວຄະນະພັກກອງພົນ ສາມາດ ຕີລາຄາ ແລະ ຮັບຮອງເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ 57 ໜ່ວຍພັກ ໃນນັ້ນ, ໜ່ວຍພັກຮັກສາໄດ້ 3 ຄັ້ງຕິດ ຕໍ່ກັນ ມີ 29 ໜ່ວຍພັກ, ຮັກສາໄດ້ 2 ຄັ້ງຕິດຕໍ່ກັນມີ 9 ໜ່ວຍພັກ ແລະ ຮັບຮອງໃໝ່ ມີ 19 ໜ່ວຍ ພັກ, ໜ່ວຍພັກກາງ ມີ 34 ໜ່ວຍ ພັກ, ບໍ່ໄດ້ຕີລາຄາ ມີ 10 ໜ່ວຍພັກ (ຍ້ອນສ້າງຕັ້ງຂຶ້ນໃໝ່), ສາ ມາດຕີລາຄາ ແລະ ຮັບຮອງເປັນ ສະມາຊິກພັກແຂງກວມເອົາ 91,21% ແລະ ສະມາຊິກພັກ ກາງກວມເອົາ 7,71%. ໂດຍ: ນ. ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ