ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວພກ ມອບປະກາສະນີຍະບັດ ໃຫ້ນັກສຶກສາຮຽນຈົບສົກຮຽນ 2021-2022
ເວລາອອກຂ່າວ: 2022-05-25 11:21:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 455 | ຄວາມນິຍົມ:



ໃນວັນທີ 20 ພຶດສະພາ 2022 ນີ້, ວິທະຍາຄານພະລາທິ ການກອງທັບ ໄດ້ຈັດພິທີມອບ ປະກາສະນີຍະບັດໃຫ້ນັກສຶກສາ ທີ່ຮຽນຈົບໃນປະຈຳສົກຮຽນ 2021-2022 (ຊຸດທີ 2) ຢູ່ທີ່ສະໂມສອນວິທະ ຍາຄານພະລາທິການກອງທັບ. ໂດຍການເປັນປະທານຂອງ ສະ ຫາຍ ພົນຕີ ຈັນທອງ ສອນຕະ ອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ- ຄະນະອຳນວຍການ, ມີບັນດາ ກົມວິຊາສະເພາະ, ມີຄະນະພັກ- ຄະນະບັນຊາ, ພະແນກການທີ່ ກ່ຽວຂ້ອງ ແລະ ນັກສຶກສາເຂົ້າ ຮ່ວມ. ສະຫາຍ ພັນເອກ ສອນທັນ ສຸວົງໄຊ ຮອງອຳນວຍການ ຫົວ ໜ້າຫ້ອງອົບຮົມ ໄດ້ຂຶ້ນຜ່ານບົດ ລາຍງານ ຜົນໄດ້ຮັບຂອງການອົບຮົມກໍ່ສ້າງນາຍທະຫານພະລາທິການ ຊຸດທີ 2 ໃຫ້ນັກສຶກສາກໍ່ສ້າງຊັ້ນສູງເລັ່ງລັດລະບົບ 1 ປີ ສົກຮຽນ 2021-2022, ໃນການຈັດຕັ້ງປະຕິບັດການ ຮຽນ-ການສອນໃນຜ່ານມາແມ່ນ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຕິດ ແທດຈາກຄະນະພັກກະຊວງ ປ້ອງກັນປະເທດ, ກົມໃຫຍ່ພະ ລາທິການກອງທັບ ແລະ ກົມວິ ຊາສະເພາະ, ປະສານສົມທົບກັບ ຄະນະພັກ-ຄະນະອຳນວຍການ ເອົາໃຈໃສ່ຊີ້ນຳວຽກງານອົບຮົມ-ຫັດແອບ ເຊິ່ງເປັນໜ້າທີ່ຫຼັກ ເພື່ອ ຮັບປະກັນໃຫ້ແກ່ພະນັກງານ, ຄູ-ອາຈານ ໄດ້ດໍາເນີນການຮຽນ-ການສອນຖືກຕ້ອງຕາມ ແຜນ ການ ແລະ ເນື້ອໃນອົບຮົມ-ຫັດ ແອບໃຫ້ສຳເລັດຕາມກຳນົດເວ ລາ. ໃນບົດລາຍງານຍັງໄດ້ຍົກໃຫ້ ເຫັນ ຈຸດພິເສດ, ຂໍ້ສະດວກ, ຂໍ້ ຫຍຸ້ງຍາກ, ຄຸນລັກສະນະຂອງ ນັກສຶກສາ, ຜົນໄດ້ຮັບ, ດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດ ຖອນໄດ້. ນັກສຶກສາທີ່ໄດ້ຮັບ ປະກາສະນີຍະບັດໃນຄັ້ງນີ້ ມີທັງ ໝົດ 111 ສະຫາຍ, ຍິງ 5 ສະຫາຍ; ໃນນີ້ມາຈາກກໍາລັງຫຼວງ 69 ສະຫາຍ, ຍິງ 5 ສະຫາຍ; ກໍາລັງ ທ້ອງຖິ່ນ 36 ສະຫາຍ ແລະ ກໍາ ລັງປ້ອງກັນຄວາມສະຫງົບ 4 ສະຫາຍ. ພາຍຫຼັງການຜ່ານ ບົດລາຍງານສຳເລັດ, ໃນພິທີກໍ່ໄດ້ ມີການມອບປະກາສະນີຍະບັດ ໃຫ້ນັກສຶກສາຢ່າງສົມກຽດ, ໂດຍການມອບຂອງ ສະຫາຍ ພົນຈັດຕະວາ ປອ ບົວເຮືອງ ສົມ ຟອງບຸດຕາຂັນ ອຳນວຍການ, ຫົວໜ້າການທະຫານ ວິທະຍາ ຄານພະລາທິການກອງທັບ. ໂອກາດນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ ໃຫ້ກຽດໂອ້ລົມເຊິ່ງກ່ອນອື່ນສະ ຫາຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະພັກ-ຄະນະອຳ ນວຍການ ທີ່ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ແລະ ຮຽກຮ້ອງມາຍັງນັກຮຽນ-ນັກສຶກສາທີ່ຈົບອອກໄປ ຈົ່ງ ພ້ອມກັນຍົກສູງສະຕິຄວາມຮັບ ຜິດຊອບຂອງຕົນ, ກໍາແໜ້ນບົດ ຮຽນທິດສະດີທີ່ຕົນໄດ້ຮໍ່າຮຽນ ມາໄປຜັນຂະຫຍາຍນຳໃຊ້ເຂົ້າ ໃນການປັບປຸງ ພັດທະນາກົມ ກອງຂອງຕົນ, ຕັ້ງໜ້າເຝິກຝົນ ຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະ ນັກງານຮຸ່ນສືບທອດທີ່ດີ, ຖອດ ຖອນບົດຮຽນນໍາຜູ້ທີ່ມີປະສົບ ການ, ອອກແຮງແຂ່ງຂັນກັນປະ ກອບສ່ວນເຂົ້າໃນທຸກຂົງເຂດ ວຽກງານຂະບວນການ ພ້ອມ ທັງເຮັດສໍາເລັດທຸກໜ້າທີ່ທີ່ ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້. ໂດຍ: ສົມພອນ ນໍລະສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ