ໂຮງງານຕັດຫຍິບ ເລກ 1 ກອງທັບ ສະຫຼຸບຂະບວນການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2022-05-25 11:18:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 444 | ຄວາມນິຍົມ:
ໃນວັນທີ 23 ພຶດສະພາ 2022
ນີ້, ຄະນະພັກຮາກຖານໂຮງງານ
ຕັດຫຍິບເລກ 1 ກອງທັບ ໄດ້ເປີດ
ກອງປະຊຸມສະຫຼຸບຖອດຖອນບົດ
ຮຽນຂະວນການກໍ່ສ້າງໜ່ວຍ
ພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ປະຈໍາປີ 2021 ແລະ ສໍາເລັດການ
ຈັດຕັ້ງປະຕິບັດບັ້ນດໍາເນີນຊີວິດ
ການເມືອງ ສໍາຫຼວດກວດກາຕີ
ລາຄາຈັດແບ່ງປະເພດຄຸນນະ ພາບ ຂອງສະມາຊິກພັກ, ໜ່ວຍ
ພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ປະຈໍາສົກປີ 2021-2022
ແລະ ຜ່ານທິດທາງແຜນການ ປະຈໍາສົກປີ 2022- 2023 ຂຶ້ນ, ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ບຸນແຍງ
ວິໄລສົມ ກໍາມະການຄະນະພັກອົງ
ການກົມໃຫຍ່ ຫົວໜ້າກົມອຸປະ
ໂພກ-ບໍລິໂພກກົມໃຫຍ່ພະລາທິ
ການກອງທັບ, ຫົວໜ້າຄະນະ
ກວດກາ, ຊຸກຍູ້ຂະບວນການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນກົມໃຫຍ່ພະລາ ທິການກອງທັບ, ມີຄະນະກວດ
ກາ, ຄະນະພັກຮາກຖານ, ໜ່ວຍ ພັກ, ຈຸພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນເອກ ນາງ ພູວົງ ຫຼວງລາຊາ ກໍາມະການຄະນະ ພັກຮາກຖານ ຮອງຫົວໜ້າອໍາ ນວຍການໂຮງງານຕັດຫຍິບ ເລກ 1 ກອງທັບ, ໄດ້ຍົກໃຫ້ເຫັນທີ່ຕັ້ງ ພາລະບົດບາດ ແລະ ຄວາມຮັບ ຜິດຊອບຂອງຄະນະພັກຮາກ ຖານໂຮງງານຕັດຫຍິບເລກ 1 ກອງທັບ, ເຊິ່ງໜ້າທີ່ຮັບຜິດຊອບ ຕົ້ນຕໍແມ່ນຕັດຫຍິບເຄື່ອງນຸ່ງ ຮົ່ມຮັບໃຊ້ກອງທັບປະຊາຊົນ ລາວ, ຮູບການນຳພາແບບບໍລິ ຫານໄລ່ລຽງກຸ້ມຕົນເອງທາງ ດ້ານເງິນເດືອນ ໂດຍອີງໃສ່ຄ່າ ແຮງງານຕັດ-ຫຍິບເຄື່ອງຮັບ ໃຊ້ກອງທັບໃນແຕ່ລະສົກງົບປະ ມານຂອງເຄື່ອງນຸ່ງກອງທັບ, ແລະ ປະຕິບັດຕາມທິດຊີ້ນຳຂອງ ອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ກໍ່ຄືຄໍາ ຂວັນຂອງກົມໃຫຍ່ພະລາທິການ ກອງທັບວ່າດ້ວຍຍົກສູງນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ຄະນະພັກຮາກຖານໂຮງ ງານພວກເຮົາຈຶ່ງໄດ້ອາໃສທ່າ ແຮງຂອງຕົນທີ່ຕິດພັນການຜະ ລິດເຄື່ອງນອກແບບຂອງກອງ ທັບມາຈັດຕັ້ງຜະລິດເພື່ອສ້າງ ລາຍຮັບເພີ່ມແກ້ໄຂຊີວິດການ ເປັນຢູ່ຂອງກົມກອງໃຫ້ນັບມື້ດີ ຂຶ້ນເທື່ອລະກ້າວ,ສະຫຼຸບຕີລາຄາ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃນສົກປີ 2021 ຜ່ານມາ,ໂຮງງານຕັດ ຫຍິບເລກ 1 ກອງທັບມີ 1 ຄະນະ
ພັກຮາກຖານ, ເປັນຄະນະພັກ ຮາກຖານເລືອກຕັ້ງ, ມີຄະນະພັກ 7 ສະ ຫາຍ, ມີ 6 ໜ່ວຍພັກຂື້ນກັບ, ມີ ສະມາຊິກພັກທັງໝົດ 176 ສະ ຫາຍ, ຍິງ 138 ສະຫາຍ, ຂະ ຫຍາຍໃໝ່ 8 ສະຫາຍ, ຕີລາຄາ ປະເພດສະມາຊິກພັກແຂງມີ 174
ສະຫາຍ, ກາງ 2 ສະຫາຍ, ບໍ່ໄດ້
ແບ່ງປະເພດ 3 ສະຫາຍ, ສະ ເລ່ຍມາດຕາສ່ວນນຳພາຂອງ ພັກ 35%, ໜ່ວຍພັກ 6 ໜ່ວຍທີ່ຂຶ້ນກັບຄະນະພັກຮາກຖານໂຮງງານໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ສະໄໝຕິດຕໍ່ກັນ ແລະ ໃນສົກປີ 2021-2022 ຜົນໄດ້ຮັບຂອງ ການຈັດຕັ້ງປະຕິບັດບັ້ນດໍາເນີນ ຊີວິດການເມືອງສໍາຫຼວດກວດ ກາພາຍໃນພັກ ແລະ ຕີລາຄາຄັດ
ເລືອກຈັດແບ່ງປະເພດຄຸນນະ ພາບຂອງສະມາຊິກພັກ, ໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ຕາມ 5 ເນື້ອໃນ, ຄະນະພັກ-ຄະ ນະບັນຊາໄດ້ເອົາໃຈໃສ່, ສຸມໃສ່ ປັບປຸງ ແລະ ກໍ່ສ້າງພັກທັງ 4 ດ້ານ, ດ້ານຄຸນທາດການເມືອງ, ດ້ານແນວຄິດ, ການຈັດຕັ້ງ ແລະ
ແບບແຜນວິທີນໍາພາ, ສະມາຊິກ ພັກທັງໝົດ 176, ສາມາດຕີລາ ຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກປະ ເພດແຂງໄດ້ 174 ສະຫາຍ, ກາງ 2 ສະຫາຍ ແລະ ນໍາສະເໜີຄະ ນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃນ ປີສົກ 2022 ຕິດ ຕໍ່ກັນອີກດ້ວຍ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ