ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2022-05-25 11:16:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 690 | ຄວາມນິຍົມ:



ໃນວັນທີ 24 ພຶດສະພາ 2022 ນີ້, ໂຮງຮຽນທິດສະດີການ ເມືອງກອງທັບ ໄດ້ຈັດຕັ້ງປາຖະ ກະຖາ 2 ວັນປະຫວັດສາດຄື: ວີ ລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງທ່ານຜູ້ນໍາພັກ ແລະ ແນວ ລາວຮັກຊາດ ຄົບຮອບ 62 ປີ (24 ພຶດສະພາ 1960-24 ພຶດ ສະພາ 2022) ແລະ ມູນເຊື້ອການ ຜ່າວົງປິດລ້ອມຂອງກອງພັນທີ 2 ວີລະຊົນທີ່ທົ່ງໄຫຫີນ ແຂວງຊຽງ ຂວາງ ຄົບຮອບ 63 ປີ (18 ພຶດ ສະພາ 1959-18 ພຶດສະພາ 2022) ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ອ່ອນຈັນ ເພັດສະລາດ ອະດີດຫົວໜ້າອົງການໄອຍາການທະຫານຂັ້ນສູງກອງທັບປະຊາ ຊົນລາວ, ອະດີດສາລະວັດທະ ຫານທີ່ຮ່ວມເອົາບັນດາຜູ້ນໍາອອກຄຸກໂພນເຄັງ, ມີສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງ ເໜືອ ຫົວໜ້າການເມືອງໂຮງ ຮຽນ ທິດສະດີການເມືອງກອງ ກອງທັບ, ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄູ-ອາຈານ, ກອງພັນນັກຮຽນ, ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ອ່ອນຈັນ ເພັດສະລາດ ໄດ້ຍົກໃຫ້ ເຫັນປະຫວັດມູນເຊື້ອວີລະກໍາແຫ່ງການຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ມີໄຫວ ພິບ, ມີຄວາມສາມັກຄີເປັນຈິດໜຶ່ງ ໃຈດຽວ ໂດຍພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ, ພາຍໃຕ້ການ ນຳພາຂອງພັກປະຊາຊົນປະຕິ ວັດລາວ. ໃນໄລຍະຜ່ານມາ ບັນ ດາວີລະກໍາໃນພາລະກິດຕໍ່ສູ້ບໍ່ ຍອມຈໍານົນຕ້ານກັບຈັກກະພັດ ຜູ້ຮຸກຮານຈົນສາມາດຕີເອົາຊະ ນະສັດຕູນັ້ນໄດ້ເປັນເຫດການ ອັນສໍາຄັນທາງປະຫວັດສາດ ຂອງພັກ, ຂອງກອງທັບ ແລະ ປະຊາຊົນລາວເຮົາ, ເຫດການ ດັ່ງກ່າວໄດ້ກາຍເປັນບົດຮຽນ ອັນລໍ້າຄ່າໃຫ້ແກ່ຂະບວນການ ຕໍ່ສູ້ຂອງກອງທັບເຮົາໂດຍສະ ເພາະແມ່ນວີລະກໍາໂຕນຄຸກຢ່າງ ມະຫັດສະຈັນຂອງບັນດາທ່ານ ຜູ້ນໍາຂອງພັກ ແລະ ແນວລາວ ຮັກຊາດ ທີ່ໄດ້ພະຍາຍາມປຸກລະ ດົມຂົນຂວາຍສາລະວັດທະຫານ ກອງທັບ ແຫ່ງ ຣາຊະອານາຈັກ ລາວ ທີ່ເຂົ້າມາເວນຍາມຄຸກໃຫ້ ເກີດມີແນວຄິດຮັກຊາດ, ຕື່ນຕົວ ເຂົ້າຮ່ວມການປະຕິວັດ ແລະ ເອົາຜູ້ນຳໂຕນອອກຈາກຄຸກ ໂພນເຄັງ, ໂດຍໄດ້ມີການວາງ ແຜນລະອຽດຈຶ່ງສາມາດ ໂຕນ ອອກຈາກຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ເຂດທີ່ໝັ້ນໄດ້ຢ່າງ ປອດໄພ, ນອກນັ້ນ, ການປາຖະ ກະຖາຄັ້ງນີ້ຍັງໄດ້ກ່າວ ເຖິງວີລະ ກຳຂອງພະນັກງານ-ນັກຮົບກອງ ພັນທີ 2 ຂອງຝ່າຍປະເທດລາວ ຜ່າວົງປິດລ້ອມຂອງສັດຕູຢູ່ທົ່ງ ໄຫຫີນ ແຂວງຊຽງຂວາງ ໂດຍ ພາຍໃຕ້ການຊີ້ນໍາ-ນຳພາຂອງ ພັກເດັດຂາດຕໍ່ສູ້ບໍ່ຍອມຈຳນົນຜ່າ ວົງປິດລ້ອມຂອງສັດຕູ ແລະ ສຸດ ທ້າຍກອງພັນທີ 2 ພ້ອມດ້ວຍ 91 ຄອບຄົວໄດ້ຜ່າວົງປິດລ້ອມຂອງ ສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມ ປອດໄພ. ທັງນີ້ ກໍເພື່ອເປັນການ ສຶກສາອົບຮົມການເມືອງ, ແນວ ຄິດໃຫ້ພະນັກງານ, ສະມາຊິກ ພັກ-ນັກຮົບໃນກົມກອງຮັບຮູ້ ເຊື່ອມຊຶມກໍາແໜ້ນຢ່າງເລິກ ເຊິ່ງກ່ຽວກັບຄຸນສົມບັດສິນ ທໍາປະຕິວັດ, ຄຸນງາມຄວາມດີ ແລະ ມູນເຊື້ອທີ່ດີເດັ່ນຂອງພະ ນັກງານ-ນັກຮົບກອງພັນທີ 2 ພ້ອມກັນເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມກ້າວໜ້າ, ມີຜົນງານ ອັນໃໝ່ ແລະ ສ້າງກົມກອງໃຫ້ ມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຕັ້ງ ໜ້າປັບປຸງ, ຮັດແໜ້ນຄວາມສາ ມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຮົ່ມທຸງຂອງພັກ. ຍົກສູງ ສະຕິລະວັງຕົວຕໍ່ກົນອຸບາຍຫັນ ປ່ຽນໂດຍສັນຕິຂອງພວກຄົນ ບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດ ກັ້ນປາກົດການຫຍໍ້ທໍ້ຕ່າງໆໃນ ສັງຄົມ, ເພີ່ມທະວີການຄຸ້ມຄອງ ລັດ, ຄຸ້ມຄອງສັງຄົມດ້ວຍກົດ ໝາຍໃຫ້ມີຄວາມສັກສິດ ແລະ ພ້ອມກັນສ້າງສາພັດທະນາປະ ເທດຊາດໃຫ້ຈະເລີນກ້າວໜ້າ. ໂດຍ: ອາຫວຸ້ນ ພາບ: ພັນຕີ ນາງ ວຽງຊໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ