ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2022-05-24 10:26:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ວັນທີ 6 ພຶດສະພາ 2022 ນີ້,ຢູ່ທີ່ຫ້ອງການບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ໄດ້ເປີດຂະບວນການ ສ້າງຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງ, ໂດຍການ ເປັນປະທານຂອງ ສະຫາຍ ດວງ ຕາ ສຸລິວົງ ກຳມະການພັກນະ ຄອນຫຼວງວຽງຈັນ ເລຂາພັກ ເມືອງ ເຈົ້າເມືອງຈັນທະບູລີ, ມີຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານເມືອງ, ພະນັກງານ, ອໍານາດການປົກ ຄອງບ້ານ, ຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ. ສະຫາຍ ພັນໂທ ພົມມາ ວັນ ນະທຸມ ຮອງກອງບັນຊາການ ຫົວໜ້າພະແນກການເມືອງ ທະ ຫານເມືອງຈັນທະບູລີ ໃຫ້ຮູ້ວ່າ: ການເປີດຂະບວນການສ້າງ ຄອບຄົວ ແລະ ບ້ານປ້ອງຊາດ ເຂັ້ມແຂງແມ່ນປະຕິບັດຕາມ ແນວທາງ ປກຊ-ປກສ ສູນກາງ ກໍຄືຄະນະກໍາມະການ ປກຊ-ປກສ ນະຄອນຫຼວງວຽງຈັນ ແລະ ຂໍ້ຕົກລົງຂອງເຈົ້າເມືອງ, ປະທານ ປກຊ-ປກສເມືອງ ວ່າ ດ້ວຍ ການອະນຸມັດໃຫ້ກອງບັນ ຊາການທະຫານເມືອງຈັນທະບູ ລີ ສ້າງຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບ ຜິດຊອບຊີ້ນຳລວມ ແລະ ພະນັກ ງານທີ່ລົງເຮັດວຽກກັບບ້ານແຕ່ ລະໜ່ວຍໃນ 10 ຫຼັງຄາເຮືອນ ເພື່ອເກັບກຳຂໍ້ມູນແຕ່ລະຄອບຄົວ ໃນການປະເມີນສ້າງເປັນຄອບ ຄົວ ແລະ ບ້ານປ້ອງຊາດເຂັ້ມ ແຂງ ເພື່ອເຮັດໃຫ້ອໍານາດການ ປົກຄອງບ້ານ, ປະຊາຊົນໄດ້ຮັບ ຮູ້, ເຊື່ອມຊຶມ ຢ່າງເລິກເຊິ່ງຕໍ່ ແນວທາງດ້ານກ່າວ. ໃນນັ້ນ, ຈະ ໄດ້ຮຽນກ່ຽວກັບເອກະສານປະ ເທດລາວຄົນລາວເປັນເຈົ້າຂອງ, ເອກະສານໃນຂົງເຂດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເອກະ ສານທີ່ຕັ້ງພາລະບົດບາດ, ໜ້າທີ່ ຂອງອຳນາດການປົກຄອງບ້ານ ແລະ ເອກະສານວິທີການສ້າງ ພະນັກງານຫຼັກແຫຼ່ງ ເພື່ອຊຸກຍູ້ ຂະບວນການຂອງກໍາລັງກອງ ຫຼອນ ແລະ ປະຊາຊົນຢູ່ຮາກຖານ ບ້ານໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານຂອງບ້ານໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ ທັງ ນີ້ ກໍເພື່ອເປັນການຈັດຕັ້ງປະຕິ ບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານຂອງພັກ ແລະ ເປັນການສືບຕໍ່ປັບປຸງກໍ່ ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ ຮົບຕິດລຽນ, ທັງເປັນການປຸກ ລະດົມກຳລັງແຮງສັງລວມທົ່ວ ປວງຊົນເຂົ້າຮ່ວມວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ ໂດຍຖືເອົາກຳລັງປະກອບ ອາວຸດເປັນຫຼັກແຫຼ່ງ ເພື່ອສຶກສາ ອົບຮົມການເມືອງ-ແນວຄິດໃຫ້ ປະຊາຊົນ ແລະ ທຸກຂະແໜງ ການຈັດຕັ້ງ ໂດຍຍົກສູງສະຕິລະ ວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍ ສັນຕິຂອງສັດຕູ ເປັນເຈົ້າການ ສະກັດກັ້ນການແຊກແຊງຂອງ ຂອງອິດທິກໍາລັງປໍລະປັກ, ເຮັດ ໃຫ້ການສ້າງຄອບຄົວ ແລະ ບ້ານ ປ້ອງກັນຊາດສາມາດປ້ອງກັນ ຕົວເອງໄດ້ໂດຍພື້ນຖານ, ສ້າງສະ ມາຊິກໃນທຸກຄອບຄົວພາຍໃນ ບ້ານໃຫ້ມີນ້ຳໃຈຮັກຊາດ, ຮັກລະ ບອບໃໝ່,ຮັກບ້ານເກີດເມືອງ ນອນຂອງຕົນ, ກໍາແໜ້ນທຸກສະພາບການເຄື່ອນໄຫວເພື່ອຮັບປະ ກັນຕີຕ້ານການຕົວະຍົວະຫຼອກ ລວງຂອງສັດຕູ ແລະ ກຸ່ມຄົນບໍ່ ຫວັງດີທີ່ຈະເຂົ້າມາກໍ່ຄວາມບໍ່ ສະຫງົບຢູ່ໃນຂອບເຂດຮັບຜິດ ຊອບຂອງຕົນໃຫ້ມີຄວາມປອດ ໄພ 100%, ຍູ້ແຮງການພັດທະ ນາເສດຖະກິດສັງຄົມພາຍໃນ ບ້ານໃຫ້ເຕີບໃຫຍ່ເຂັ້ມແຂງອີກ ດ້ວຍ. ໂດຍ: ສຸລິຍາ, ພາບ: ສຸພາວະດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ