ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສົມແລ້ວທີ່ເປັນຊາວໝຸ່ມຜູ້ນຳໜ້າຂອງກົມກອງ
ເວລາອອກຂ່າວ: 2022-05-24 10:25:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ສະຫາຍ ຮ້ອຍຕີ ພອນໄຊ ວຽງພອນ ແມ່ນສະມາຊິກຊາວ ໜຸ່ມຜູ້ທີ່ມີຄວາມດຸໝັ່ນຂະຫຍັນ ພຽນໃນການອອກແຮງງານ ເພີ່ມພູມຜະລິດຜົນ, ປະຢັດມັດ ທະຍັດ ແລະ ມີຄວາມຫ້າວຫັນຕໍ່ ໜ້າທີ່ວິຊາສະເພາະຂອງຕົນທີ່ ໄດ້ຮັບການມອບໝາຍຈາກຂັ້ນ ເທິງທັງເປັນຜູ້ທີ່ຢືນຢູ່ແຖວໜ້າໝູ່ ເພື່ອນໃນກົມກອງ. ສະຫາຍ ຮ້ອຍຕີ ພອນໄຊ ວຽງ ພອນ ສັງກັດຢູ່ກອງພັນ 794 ກອງພັນໃຫຍ່ 279 ເປັນສະມາ ຊິກຊາວໝຸ່ມທີ່ເປັນຕົວແບບໃນ ການປູກຝັງ-ລ້ຽງສັດ ສ້າງລາຍ ຮັບເຂົ້າກົມກອງ ແລະ ຕົນເອງ ໂດຍບໍ່ເອື່ອຍອີງໃສ່ແຕ່ເງິນ ເດືອນຈາກຂັ້ນເທິງພຽງຢ່າງ ດຽວ ສະຫາຍ ຮ້ອຍຕີ ພອນໄຊ ວຽງພອນ ແມ່ນຜູ້ໜຶ່ງທີ່ໄດ້ຮັບ ການຍ້ອງຍໍຈາກຄະນະພັກ-ຄະ ນະບັນຊາ ແລະ ໝູ່ເພື່ອນ ໃນ ກົມກອງຕະຫຼອດມາ ດ້ວຍຄວາມ ດຸໝັ່ນຫ້າວຫັນ ແລະ ມີຄຸນສົມ ບັດດີເຮັດໃຫ້ ສະຫາຍ ໄດ້ຮັບ ການຍ້ອງຍໍຈາກຂັ້ນເທິງມີຫຼາຍ ລະດັບ. ໃນນີ້, ໄດ້ຮັບການຍ້ອງ ຍໍ ຈາກສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ 1 ໃບ, ໃບ ຍ້ອງຍໍລັດຖະບານ 1 ໃບ, ໃບຍ້ອງ ຍໍກະຊວງປ້ອງກັນປະເທດ 2 ໃບ ແລະ ຫຼຽນກາລະນຶກ 70 ປີ. ຄວາມຈຶ່ງແລ້ວ ສະຫາຍ ຮ້ອຍ ຕີ ພອນໄຊ ວຽງພອນ ມີຖິ່ນກຳ ເນີດຢູ່ ບ້ານອ່າງໝອກ ເມືອງ ວຽງໄຊ ແຂວງຫົວພັນ ມີອ້າຍ ເອື້ອຍນ້ອງຮ່ວມອຸທອນດຽວ ກັນ 4 ຄົນ ດ້ວຍຄວາມມີນໍ້າໃຈ ຮັກຊາດ, ຮັກບ້ານເກີດເມືອງ ນອນຂອງຕົນ ແລະ ຢາກປະ ກອບສ່ວນຮັບໃຊ້ຊາດ ຕາມພັນ ທະຂອງຊາວໜຸ່ມລາວ ສະຫາຍ ໄດ້ສະໜັກໃຈເຂົ້າເປັນທະຫານ ອາຊີບໃນປີ 2012 ຫຼັງຈາກສຳ ເລັດການອົບຮົມ-ຫັດແອບໄລ ຍະສັ້ນວິຊາການທະຫານໄດ້ ສັບຊ້ອນໃຫ້ປະຈຳການຢູ່ກອງ ພັນ 794ເຖິງປັດຈຸບັນ, ເຊິ່ງ ຍາມໃດສະຫາຍກໍໄດ້ເອົາໃຈ ໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນ ເອງໃນທຸກດ້ານ ເປັນເຈົ້າການ ເຂົ້າຮ່ວມທຸກວຽກງານຂະບວນ ການ, ວຽກງານລວມຂອງກົມ ກອງ ພິເສດ ສະຫາຍມີຄວາມ ຕັ້ງໃຈ ດຸໝັ່ນປູກຝັງ-ລ້ຽງ ສັດ ເພື່ອເປັນການສ້າງລາຍ ຮັບໃຫ້ແກ່ຕົນເອງເພີ່ມໃສ່ເງິນ ເດືອນ. ໃນນີ້, ສະຫາຍໄດ້ລ້ຽງໄກ່ ຈໍານວນ 50-80 ໂຕ, ເປັດຈໍາ ນວນ 35-50 ໂຕ ໃນໜຶ່ງປີ ສາມາດສ້າງລາຍຮັບໄດ້ 9 ລ້ານກີບ. ຍ້ອນແນວນັ້ນ, ຄະນະພັກ-ຄະ ນະບັນຊາ ກອງພັນ 794 ໄດ້ ຍ້ອງຍໍສະຫາຍເປັນສະມາ ຊິກຊາວໜຸ່ມນໍາໜ້າໃນການ ອອກແຮງງານເພິ່ມພູນຜະລິດ ຜົນ ປູກຝັງ-ລ້ຽງສັດ, ສົມແລ້ວ ທີ່ເປັນແບບຢ່າງທີ່ດີໃຫ້ແກ່ໝູ່ ເພື່ອນໃນກົມກອງຕະຫຼອດມາ. ໂດຍ ນ.ມະນີວັນ ນິທະກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ