ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ
ເວລາອອກຂ່າວ: 2022-05-20 08:51:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:



ໃນລະຫວ່າງວັນທີ 16-19 ພຶດສະພາ 2022, ຄະນະຜູ້ແທນ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ນຳໂດຍ ສະຫາຍ ພົນ ຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນປະເທດ, ຫົວໜ້າເຈົ້າໜ້າ ທີ່ອາວຸໂສປ້ອງກັນປະເທດອາ ຊຽນ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນປະ ເທດອາຊຽນ (ADSOM) ແລະ ອາຊຽນ-ບວກ (ADSOM-Plus) ທີ່ນະຄອນຫຼວງພະນົມ ເປັນ, ຣາຊະອານາຈັກ ກຳປູເຈຍ. ກອງປະຊຸມດັ່ງກ່າວໄດ້ດຳເນີນ ໄປພາຍໃຕ້ການເປັນປະທານ ຂອງ ທ່ານ ພົນເອກ ເນມ ໂຊວັດ, ທີ່ປຶກສາພິເສດຂອງສົມເດັດ ພິ ໃຈ ເຊນາ ເຕຍບັນ ຫົວໜ້າກົມ ໃຫຍ່ນະໂຍບາຍ ແລະ ພົວພັນ ຕ່າງປະເທດ, ກະຊວງປ້ອງກັນ ປະເທດແຫ່ງ ຣາຊະອານາຈັກກຳ ປູເຈຍ ພາຍໃຕ້ຄໍາຂັວນ“ຄວາມ ສາມັກຄີ ເພື່ອຄວາມໝັ້ນຄົງທີ່ ກົມກຽວ”. ກອງປະຊຸມໄດ້ຈັດໃນ ຮູບແບບເຊິ່ງໜ້າເປັນຄັ້ງທໍາອິດ ນັບຕັ້ງແຕ່ພະຍາດໂຄວິດ-19 ໄດ້ລະບາດເປັນວົງກວ້າງໃນປີ 2020. ມີຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ, 8 ປະເທດບວກ, ອົດສະຕຣາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ, ນິວ ຊີແລນ, ຣັດເຊຍ, ອາເມຣິກາ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ປຶກສາ ຫາລື ແລະ ຜ່ານບັນດາເອກະ ສານ ທີ່ຈະນຳສະເໜີ ຕໍ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ແລະ ອາຊຽນ-ບວກ ເພື່ອຮັບຮອງ, ເຊິ່ງປະກອບມີ 9 ເອກະສານຄື: 1. ຮ່າງບົດແນວ ຄວາມຄິດວ່າດ້ວຍການເສີມຂະ ຫຍາຍການຮ່ວມມືດ້ານວຽກ ງານປ້ອງກັນຊາດຂອງປະເທດ ສະມາຊິກອາຊຽນ ໃນວຽກງານ ສະກັດກັ້ນພະຍາດລະບາດຂ້າມ ຊາຍແດນ, 2. ຮ່າງບົດແນວ ຄວາມຄິດວ່າດ້ວຍການເສີມຂະ ຫຍາຍກົນໄກການສະໜັບສະ ໜູນໃຫ້ແກ່ກໍາລັງຮັກສາສັນຕິ ພາບແມ່ ຍິງອາຊຽນ, 3. ຮ່າງ ບົດແນວຄວາມຄິດວ່າດ້ວຍ ການສ້າງຕັ້ງ ການຮ່ວມມືລະ ຫວ່າງສະຖາບັນການສຶກສາ ປ້ອງກັນຊາດຂອງບັນດາປະ ເທດສະມາຊິກອາຊຽນອາຊຽນ, 4. ຮ່າງບົດປຶກສາຫາລືກ່ຽວ ກັບການສົ່ງເສີມການແລກປ່ຽນ ຂໍ້ມູນຂ່າວສານ ລະຫວ່າງກົນໄກ ການບັງຄັບໃຊ້ກົດໝາຍທາງ ທະເລ ອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ-ບວກ ໃນຂົງເຂດຄວາມໝັ້ນຄົງທາງ ທະເລ, 5. ຮ່າງບົດປຶກສາຫາ ລືກ່ຽວກັບການຄົ້ນຄວ້າປະຫວັດ ສາດການທະຫານເພື່ອສົ່ງເສີມ ສັນຕິພາບແບບຍືນຍົງ, 6. ຮ່າງ ຂໍ້ກຳນົດວ່າດ້ວຍ ສູນຂໍ້ມູນຂ່າວ ສານຄວາມໝັ້ນຄົງທາງໄຊເບີ ຂອງກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ, 7. ຮ່າງວິໄສທັດ ພະນົມເປັນ ວ່າ ດ້ວຍບົດບາດຂອງອົງການຈັດ ຕັ້ງປ້ອງກັນຊາດ ໃນການສະ ໜັບສະໜູນການຟື້ນຟູຈາກພະ ຍາດລະບາດ ໂຄວິດ-19, 8. ຮ່າງຖະແຫຼງການຮ່ວມຂອງ ບັນດາລັດຖະມົນຕີປ້ອງກັນປະ ເທດອາຊຽນ ວ່າດ້ວຍ ການ ຮ່ວມມືດ້ານວຽກງານປ້ອງກັນ ຊາດເພື່ອຮັດແໜ້ນຄວາມສາ ມັກຄີເພື່ອຄວາມໝັ້ນຄົງທີ່ກົມ ກຽວ ແລະ 9. ຮ່າງຖະແຫຼງ ການຮ່ວມຂອງ ບັນດາລັດຖະ ມົນຕີປ້ອງກັນປະເທດອາຊຽນ-ບວກ ວ່າດ້ວຍ ການຮ່ວມມືດ້ານ ວຽກງານປ້ອງກັນຊາດເພື່ອຮັດ ແໜ້ນຄວາມສາມັກຄີເພື່ອຄວາມ ໝັ້ນຄົງທີ່ກົມກຽວ. ກອງປະຊຸມ ຍັງໄດ້ຮັບຟັງ ການລາຍງານກ່ຽວກັບຜົນຂອງ ກອງປະຊຸມທີ່ກ່ຽວຂ້ອງໃນໄລ ຍະຜ່ານມາ ລວມທັງການຈັດຕັ້ງ ປະຕິບັດວຽກງານ ແລະ ທິດທາງ ແຜນການໃນຕໍ່ໜ້າຂອງ 7 ໜ່ວຍ ງານຜູ້ຊ່ຽວຊານ ໃນຂອບກອງ ປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ-ບວກ, ເຊິ່ງເປັນ ການຮ່ວມມືທີ່ເປັນຮູບປະທຳ ເພື່ອເສີມຂະຫຍາຍການສ້າງຂີດ ຄວາມສາມາດຂອງກອງທັບ ບັນດາປະເທດສະມາຊິກກອງ ປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ-ບວກ ໂດຍຜ່ານ ການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ ແລະ ການ ເຝິກຊ້ອມຕົວຈິງ ໃນການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນ ຄົງທີ່ບໍ່ແມ່ນທາງການທະຫານ. ນອກຈາກນີ້, ໃນກອງປະຊຸມ ADSOM-ບວກ ຍັງໄດ້ແລກ ປ່ຽນທັດສະນະກ່ຽວກັບວຽກ ງານປ້ອງກັນຊາດ ແລະ ຄວາມ ໝັ້ນຄົງ ໃນພາກພື້ນ ແລະ ສາກົນ, ເຊິ່ງໄດ້ຍົກໃຫ້ເຫັນບັນດາສິ່ງ ທ້າທາຍທີ່ພົ້ນເດັ່ນ ເປັນຕົ້ນແມ່ນ: ຜົນກະທົບຂອງການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລ ຍະ 2 ປີກວ່າທີ່ຜ່ານມາ, ການກໍ່ ການຮ້າຍ, ໄພຂົ່ມຂູ່ທາງໄຊເບີ, ໄພພິບັດທໍາມະຊາດ, ຂໍ້ຂັດແຍ່ງ ເປັນຕົ້ນ. ເພື່ອຮັບມືກັບບັນດາ ສິ່ງທ້າທາຍເຫຼົ່ານັ້ນ ມັນຮຽກ ຮ້ອງໃຫ້ເພີ່ມທະວີການຮ່ວມມື ກັນ, ພ້ອມກັນແກ້ໄຂບັນຫາ ໂດຍສັນຕິວິທີ, ສົ່ງເສີມຄວາມ ເປັນແກນກາງຂອງອາຊຽນ ພ້ອມທັງເສີມຂະຫຍາຍບັນດາ ກົນໄກການຮ່ວມມືໃນຂອບ ກອງປະຊຸມລັດຖະມົນຕີປ້ອງກັນ ປະເທດອາຊຽນ ແລະ ອາຊຽນ-ບວກ ໂດຍສະເພາະແມ່ນໃນບັນດາໜ່ວຍງານຜູ້ຊ່ຽວຊານ ເພື່ອ ປະກອບສ່ວນເຂົ້າໃນການປົກ ປັກຮັກສາສັນຕິພາບ, ສະຖຽນລະ ພາບ ແລະ ຄວາມໝັ້ນຄົງໃນພາກ ພື້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ